ຮ່ວມມືສະໜອງຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ

    ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈຮ່ວມມືທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ເສີມຂະຫຍາຍການຮ່ວມມືດໍາເນີນທຸລະກິດສະໜອງຜະລິດຕະພັນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານໃນການຫັນເປັນດີຈີຕອນ ແລະ ເພື່ອຜົນປະໂຫຍດລະຫວ່າງ LICA ແລະ ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ກໍຄືຮັບໃຊ້ສັງຄົມ ແລະ ຕະຫຼາດລາວ ຈັດຂຶ້ນວັນທີ 31 ກໍລະກົດ ຜ່ານມາ ຢູ່ບໍລິສັດ ສະຕາໂທລະຄົມ ຈຳກັດ ລະຫວ່າງທ່ານ ທະນົງສິນ ກັນລະຍາ ປະທານສະມາຄົມການຄ້າໄອຊີທີລາວ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ສູນລູກຄ້າລະດັບບໍລິສັດ ສະຕາໂທລະຄົມ ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ອີງໃສ່ຄວາມຕ້ອງການຕົວຈິງ ແລະ ທ່າແຮງໃນການຂະຫຍາຍບັນດາການສະໜອງບໍລິການທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານຢູ່ລາວ ອີງໃສ່ຄວາມຕ້ອງການ ແລະ ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍໂຄງການ ຜະລິດຕະພັນທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານຂອງທັງສອງຝ່າຍ ໂດຍແນໃສ່ຈຸດປະສົງຂອງການຮ່ວມມືເພື່ອສະແດງເຖິງເຈດຈຳນົງ ແລະ ເງື່ອນໄຂລວມຂອງການຮ່ວນມືການຈັດຕັ້ງປະຕິບັດໂຄງການລະຫວ່າງສອງຝ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກຳນົດເວລາ ແລະ ມີປະສິດທິຜົນ ສ້າງຕັ້ງຂຶ້ນເພື່ອຜົນປະໂຫຍດສ່ວນລວມຂອງສອງຝ່າຍ ບົນພື້ນຖານຂອງການແບ່ງປັນຜົນກຳໄລ ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ ສົ່ງເສີມທ່າແຮງຂອງກັນ ແລະ ກັນເພື່ອເປົ້າໝາຍລວມ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!