ຄາດຄະເນລາຍຮັບໝົດປີ 2020 ໃຫ້ໄດ້ 4.094 ຕື້ກວ່າກີບ

    ທ່ານ ສົມດີ ດວງດີ ຮອງນາຍົກລົດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ລົງຊຸກຍູ້ການຈັດຕັ້ງປະຕິບັດມາດຕະການຈັດເກັບລາຍຮັບ 5 ເດືອນທ້າຍປີ 2020 ຢູ່ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ວັນທີ 31 ກໍລະກົດ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.   

   ທ່ານ ສິລິລາດທົງສິນ ທອງເພັງ ກ່າວວ່າ: ລາຍຮັບງົບປະມານປະຈໍາປີ 2020 ທີ່ກະຊວງການເງິນມອບໃຫ້ ນວ ຈັດຕັ້ງປະຕິບັດເບື້ອງຕົ້ນ 5.245,78 ຕື້ກີບ ຮອດງວດ 3 ໄດ້ຮັບການດັດແກ້ເປັນ 4.044,39 ຕື້ກີບ ຜ່ານການຈັດເກັບຕົວຈິງ 7 ເດືອນຕົ້ນປີ 2020 ຮອດວັນທີ 28 ກໍລະກົດ 2020 ສາມາດຈັດຕັ້ງປະຕິບັດໄດ້ 1.983,57 ຕື້ກີບ ເທົ່າກັບ 49,05% ຂອງແຜນການດັດແກ້ ໃນນີ້ລາຍຮັບພູດສູນກາງ (ພາສີ) ປະຕິບັດໄດ້ 1.411,78 ຕື້ກີບ ເທົ່າກັບ 49,39% ລາຍຮັບທ້ອງຖິ່ນປະຕິບັດໄດ້ 571,79 ຕື້ກີບ ເທົ່າກັບ 48,21% ລາຍຮັບພາສີ-ອາກອນ ປະຕິບັດໄດ້ 543,19 ຕື້ກີບ ເທົ່າກັບ 48,29% ຂອງແຜນການ ລາຍຮັບບໍ່ແມ່ນພາສີ-ອາກອນ ປະຕິບັດໄດ້ 28,6 ຕື້ກີບ ເທົ່າກັບ 46,59% ດ້ານລາຍຈ່າຍຕາມແຜນການດັດແກ້ແມ່ນ 646,25 ຕື້ກີບ ອະນຸມັດລາຍຈ່າຍໄດ້ 262,88 ຕື້ກີບ ເທົ່າກັບ 40,68% ສ່ວນແຜນການແຜນດຸ່ນດ່ຽງໃຫ້ສູນກາງປີ 2020 ມີ 539,87 ຕື້ກີບ ໃນ 7 ເດືອນຕົ້ນປີ ດຸ່ນດ່ຽງໃຫ້ສູນກາງໄດ້ 197,69 ຕື້ກີບ.

    5 ເດືອນທ້າຍປີ ຄາດຄະເນແຜນການລາຍຮັບໃຫ້ໄດ້ 2.111,36 ຕື້ກີບ ໝົດປີ 2020 ໃຫ້ໄດ້ 4.094,96 ຕື້ກີບ ເທົ່າກັບ 101,25% ຂອງແຜນການ (ເປັນເງິນ 50,57 ຕື້ກີບ) ໃນນີ້ ຄາດຄະເນພາສີ 5 ເດືອນທ້າຍປີ ໃຫ້ໄດ້ 1.446,46 ຕື້ກີບ ໝົດປີ 2020 ໃຫ້ໄດ້ 2.858,27 ຕື້ກີບ ເທົ່າກັບ 100% ລາຍຮັບທ້ອງຖິ່ນ (ນວ) ຄາດຄະເນ 5 ເດືອນທ້າຍປີ ໃຫ້ໄດ້ 664,9 ຕື້ກີບ ໝົດປີ 2020 ໃຫ້ໄດ້ 1.236,69 ຕື້ກີບ ເທົ່າກັບ 104,26% (ເປັນເງິນ 50,57 ຕື້ກີບ) ໃນນີ້ ລາຍຮັບພາສີ-ອາກອນ 5 ເດືອນທ້າຍປີ ໃຫ້ໄດ້ 628,81 ຕື້ກີບ ໝົດປີ 2020 ໃຫ້ໄດ້ 1.172 ຕື້ກີບ ເທົ່າກັບ 104,2% (ເປັນເງິນ 47,26 ຕື້ກີບ) ລາຍຮັບບໍ່ແມ່ນພາສີ-ອາກອນ ຄາດຄະເນ 5 ເດືອນທ້າຍປີ ໃຫ້ໄດ້ 36,09 ຕື້ກີບ ໝົດປີ 2020 ໃຫ້ໄດ້ 64,69 ຕື້ກີບ ເທົ່າກັບ 105,39% (ເປັນເງິນ 3,31 ຕື້ກີບ) ສ່ວນລາຍຈ່າຍຄາດຄະເນ 5 ເດືອນທ້າຍປີ 2020 ຈະໄດ້ປະຕິບັດຕາມແຜນການດັດແກ້ຂອງກະຊວງການເງິນ ບໍ່ໃຫ້ຈ່າຍນອກແຜນທີ່ສະພາຮັບຮອງ ໂດຍ 5 ເດືອນທ້າຍປີ ລາຍຈ່າຍຈະປະຕິບັດ 406,63 ຕື້ກີບ ໃນນີ້ ລາຍຈ່າຍບໍລິການປົກກະຕິ 288,5 ຕື້ກີບ ໝົດປີ 2020 ປະຕິບັດ 525,75 ຕື້ກີບ ລາຍຈ່າຍພາກການລົງທຶນ 94,86 ຕື້ກີບ ຄາດຄະເນໝົດປີ 2020 ປະຕິບັດ 120,49 ຕື້ກີບ ແລະ ລາຍຈ່າຍເງິນເກີນແຜນ 23,27 ຕື້ກີບ.

    ສໍາລັບທິດທາງແຜນງົບປະມານປີ 2021 ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕໍ່າສຸດ 4.609,71 ຕື້ກີບ ໃນນີ້ພູດທ້ອງຖິ່ນ 1.516,71 ຕື້ກີບ ໃນນີ້ລາຍຮັບພາສີ-ອາກອນ ຄາດຄະເນລາຍຮັບປີ 2021 ໃຫ້ໄດ້ 1.451,87 ຕື້ກີບ ລາຍຮັບບໍ່ແມ່ນພາສີ-ອາກອນ ໃຫ້ໄດ້ 64,84 ຕື້ກີບ ພູດສູນກາງ (ພາສີ) 3.093 ຕື້ກີບ (ເປັນແຜນການເບື້ອງຕົ້ນ) ຄາດໝາຍລາຍຈ່າຍ ປີ 2021 ແມ່ນ 806,13 ຕື້ກີບ ໃນນີ້ລາຍຈ່າຍບໍລິຫານ 563,55 ຕື້ກີບ ແລະ ລາຍຈ່າຍພາກການລົງທຶນ 242,58 ຕື້ກີບ ສ່ວນການດຸ່ນດ່ຽງໃຫ້ສູນກາງແມ່ນ 710,58 ຕື້ກີບ ສ່ວນລາຍຮັບພາສີເປັນລາຍຮັບສູນກາງ.

# ຂ່າວ & ພາບ: ສີພອນ

error: Content is protected !!