ກິນຕາມຢາກ ອາດລຳບາກຕາມທີຫຼັງ
ພົບກັນປະຈຳວັນນີ້ ມີຂ່າວກ່ຽວກັບທາງການຍີ່ປຸ່ນ ສັ່ງຫ້າມບໍລິໂພກຊີ້ນ-ຕັບໝູດິບ ເລື່ອງການປ້ອງກັນພະຍາດຫູໝູກ່ຳຢູ່ມາເລເຊຍ ແລະ ຂ່າວກ່ຽວກັບມາດຕະການຮັບປະກັນອາຫານທະເລຢູ່ອົດສະຕຣາລີ. ທີ່ຍີ່ປຸ່ນ: ໃນໂລກເຮົານີ້ ຄົນໃນປະເທດທີ່ກິນປາດິບ ອາຫານທະເລດິບ ລວມທັງຊີ້ນດິບຊະນິດຕ່າງໆຄົງບໍ່ມີໃຜລື່ນຊາວຍີ່ປຸ່ນເດັດຂາດ ຍ້ອນແນວນີ້ເອງ ຍີ່ປຸ່ນ ຈຶ່ງມີຊື່ນ້ອຍຫ້ອຍຕິດວ່າ “ແດນປາດິບ” ແຕ່ແລ້ວເມື່ອປະມານເກືອບ…
ເຊີນທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ນວ
ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ VII ໄດ້ເປີດຢ່າງເປັນທາງການວັນທີ 17 ສິງຫາ 2020…
ເປີດບໍລິການ ຫຼັກໄຊ ຄລີນິກ
ພິທີເປີດບໍລິການ ຫຼັກໄຊ ຄລີນິກ (LUCKXAY CLINIC) ຈັດຂຶ້ນວັນທີ 14 ສິງຫາ 2020 ຢູ່ຄລີ ນິກດັ່ງກ່າວ (ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ດຣ…
ຫຼວງພະບາງ ຈະຈັດບຸນຊ່ວງເຮືອເປັນພຽງປະເພນີ ຍ້ອນໂຄວິດ
ງານບຸນຊ່ວງເຮືອຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ປະຈຳປີ 2020 ທີ່ສືບທອດກັນມາຫຼາຍເຊັ່ນຄົນ ຈະຈັດການແຂ່ງຂັນເປັນພຽງຮີດຄອງປະເພນີ ເພື່ອບໍ່ໃຫ້ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເພື່ອຮັບປະກັນບໍ່ໃຫ້ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເພື່ອເປັນການຜັນຂະຫຍາຍແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳສັ່ງຂອງພະນະທ່ານນາຍົກລັດຖະມົນຕີ ໃຫ້ປາກົດຜົນເປັນຈິງ. ທ່ານ ຈັນສຸກ ພັນໂດລັກ…
ເຮັດຊະຊາຍ ຂາຍໜ້າສຸດທາງ
ຂີ່ລົດເປີດທໍ່ອາຍເສຍແບບນີ້ ມີບາງຄົນຄິດວ່າບູ້ ວ່າເດັ່ນ ວ່າດັງ ສາມາດດຶງດູດສາຍຕາຄົນໃຫ້ຫັນມາຈັບຈ້ອງມອງເບິ່ງຕົນ ແຕ່ບໍ່ເຫິງດອກນາ ຄົງຮອດຈຸດຈົບ ຖືກວິຈານດ່າປ້ອຍໃຫ້ດັບຢູ່ທາງ ພຶດຕິກຳແບບນີ້ຂັດກັບກົດຈະລາຈອນ ແລະ ທັງເປັນບ່ອນທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມອີກດ້ວຍ ເຮັດແບບນີ້ຢູ່ບ່ອນໃດກໍຂາຍໜ້າຢູ່ບ່ອນນັ້ນແລ.
ການກວດຄົ້ນ
ໃນຂະບວນການຂອງການ ດຳເນີນຄະດີອາຍາ ບາງກໍລະນີອາດມີການນຳໃຊ້ມາດຕະການຕ່າງໆ ຕາມທີ່ກົດໝາຍໄດ້ອະນຸຍາດ ເຊັ່ນ: ການກວດຄົ້ນ ການຢຶດ ຫຼື ການ ອາຍັດຊັບທີ່ພົວພັນກັບການກະທຳຜິດ ດັ່ງນັ້ນ ການກວດຄົ້ນກໍແມ່ນມາດຕະການໜຶ່ງທີ່ໄດ້ຖືກນຳໃຊ້ເຂົ້າໃນການຊອກຫາຮ່ອງຮອຍ ວັດຖຸສິ່ງຂອງທີ່ນຳໃຊ້ ຫຼື ໄດ້ມາຈາກການກະທຳຜິດ. ການກວດຄົ້ນຈະດຳເນີນໄດ້…
ພຶດຕິກຳທີ່ເຮັດໃຫ້ຜູ້ຍິງແກ່ກ່ອນໄວ
ແມ່ນຢູ່ວ່າຮ່ອງຮອຍຕ້ອງເພີ່ມຂຶ້ນຕາມໄວອາຍຸ ຖ້າອາຍຸຫຼາຍຂຶ້ນ ຮ່ອງຮອຍກໍຕ້ອງເພີ່ມຂຶ້ນ ແຕ່ຮູ້ບໍວ່າ ມີພຶດຕິກຳໃນຊີວິດປະຈຳວັນຂອງທ່ານ ທີ່ເຮັດໃຫ້ຮ່ອງຮອຍເທິງໃບໜ້າເກີດຂຶ້ນກ່ອນໄວ ລອງມາເບິ່ງນຳກັນວ່າມີຫຍັງແດ່ ເພື່ອທີ່ຈະກຳຈັດພຶດຕິກຳດັ່ງກ່າວ. 1. ສູບຢາ: ແນ່ນອນວ່າ ການສູບຢາເປັນສາເຫດສຳຄັນຂອງການເກີດຮ່ອງຮອຍ ແພດຜູ້ຊ່ຽວຊານດ້ານຜິວໜັງ ແລະ ສັນຍະກຳຕົບແຕ່ງ ເວົ້າວ່າ…
ອະນາໄມລ່ວງຮ່ອງລະບາຍນໍ້າຢູ່ເຂດໄຟແດງທາດຫຼວງເພື່ອແກ້ໄຂນໍ້າຖ້ວມ
ເຂດສີ່ແຍກໄຟອຳນາດ (ໄຟແດງ) ທາດຫຼວງ ເວລາຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ມັກຈະເກີດນໍ້າຖ້ວມ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນຂອງຍານພາຫະນະ ດັ່ງນັ້ນ ຂະແໜງການກ່ຽວຂ້ອງພະແຍກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ອະນາໄມເອົາຕະກອນອອກຈາກທໍ່ລະບາຍນໍ້າແຕ່ໄຟແດງທາດຫຼວງຫາຂົວຫົວຂົວທັງສອງຟາກ…
ສະຫຼອງຈົບຊັ້ນ
ຂ່າວທີ່ຍັງເປັນສຽງສັງຄົມເລື່ອງການສະຫຼອງຈົບຊັ້ນ ຂອງນັກຮຽນມັດທະຍົມປາຍນັ້ນ ມີທັງແງ່ບວກ ແລະ ລົບ ເພາະບາງຫາງສຽງເຂົາກໍບອກວ່າ ເພາະຜູ້ໃຫຍ່ພາເປັນ ເດັກນ້ອຍເລີຍເອົາເປັນແບບຢ່າງ ເວົ້າກັນຍາກ ແລະ ອີກຫາງສຽງໜຶ່ງກໍບອກວ່າ ເດັກນ້ອຍເຮັດເກີນເຫດ ເຊິ່ງຢ່າລືມວ່າການສະຫຼອງທັງເຕັ້ນທັງດີດທັງຂີດຂຽນໃສ່ເສື້ອຂາວ ເພື່ອອຳລາຊີວິດມັດທະຍົມນັ້ນມັນເກີດຂຶ້ນມາຫຼາຍປີລຽນຕິດຢູ່ແລ້ວ ສຳລັບປີນີ້ພຽງແຕ່ກະແສສື່ສັງຄົມອອນລາຍມາແຮງທໍ່ນັ້ນ. ບັນຫາທີ່ມັນພົວພັນກ່ຽວຂ້ອງກັບນັກຮຽນຈົບ…