ກອງປະຊຸມໃຫຍ່ຄັ້ງທີ 9 ຂອງໜ່ວຍພັກຮາກຖານ ຄະນະກວດກາພັກ ອົງການກວດກາລັດ ນວ

    ກອງປະຊຸມໃຫຍ່ຄັ້ງທີ 9 ຂອງໜ່ວຍພັກຮາກຖານ ຄະນະກວດກາພັກ ອົງການກວດກາລັດ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 21 ສິງຫາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານສະຫາຍນາງ ຄຳໄພ ລັດສະໝີ ຮັກສາການເລຂາໜ່ວຍພັກຮາກຖານ ຄະນະກວດກາພັກ ອົງການກວດກາລັດ ນວ ກອງປະຊຸມ ໄດ້ຕ້ອນຮັບສະຫາຍ ລາດຊະນີວົງ ອະມະຣາທິທາດາ ຄະນະປະຈຳພັກ ປະທານຄະນະກວດພັກ ຫົວໜ້າອົງການກວດກາລັດ ນວ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກເຂົ້າຮ່ວມ. 

    ກອງປະຊຸມໄດ້ຄັດເລືອກສະຫາຍນາງ ຄຳໄພ ລັດສະໝີ ເປັນເລຂາໜ່ວຍພັກ ສະຫາຍ ກອງດີ ສຸທຳມະວົງ ເປັນຮອງເລຂາໜ່ວຍພັກ ສະຫາຍ ບັນດິດ ສຸທຳມະໂກດ ເປັນ ກຳມະການພັກ ສະຫາຍ ກອງດີ ສຸທຳມະວົງ ເປັນປະທານກວດກາພັກ ແລະ ສະຫາຍ ວັນນະສອນ ກຸມພົນ ເປັນຮອງປະທານກວດກາພັກ.

# ຂ່າວ & ພາບ: ບຸນມີ

.

error: Content is protected !!