ກະຊວງສາທາ ສ້າງຂະບວນການບໍລິຈາກເລືອດ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX

    ເພື່ອສ້າງຂະບວນການຮອບດ້ານ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ເພື່ອກະຕຸກຊຸກຍູ້ຊາວໜຸ່ມຍິງ-ຊາຍ ໃຫ້ຊ່ວຍບໍລິຈາກເລືອດຊ່ວຍສັງຄົມ ແລະ ໃຫ້ມີເລືອດສໍາຮອງໄວ້ໃນກໍລະນີສຸກເສີນ ດັ່ງນັ້ນໃນວັນທີ 12 ສິງຫາ 2020 ສາມອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດຂຶ້ນທີ່ກະຊວງສາທາລະນະສຸກ ເຂົ້າຮ່ວມມີທ່ານ ຄໍາເພັດ ມະນີວົງ ຮອງເລຂາຄະນະພັກກະຊວງສາທາລະນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະປະທານ ຮອງປະທານ ແລະ ສະມາຊິກອ້ອມຂ້າງກະຊວງທັງໝົດ 354 ຄົນ ໃນນີ້ສະເພາະຄາບເຊົ້າ ມີຜູ້ບໍຈາກເລືອດຕົວຈິງແລ້ວ 182 ຖົງ ແລະ ຄາດວ່າໝົດມື້ໃນມື້ນີ້ ໄດ້ເລືອດເພີ່ມອີກປະມານ 190 ຖົງ.

# ຂ່າວ & ພາບ: ວຽງມາ

.

error: Content is protected !!