ບໍ່ປະໃຫ້ເປັນໄປຕາມມີຕາມເກີດ

ຫົວ­ຂໍ້​ນີ້​ຕັ້ງ​ຂຶ້ນ​ຈາກ​ຄຳ​ໂອ້​ລົມ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໃນ​ພິ­ທີ​ສະ­ຫຼອງ 70 ປີ ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ ໃນ​ວັນ​ທີ 14 ສິງ­ຫາ 2020 ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຕອນ​ທີ່​ທ່ານ​ກ່າວ​ເຖິງ​ການ​ປັບ​ຕົວ​ຂອງ​ສື່​ປະ­ຕິ­ບັດ​ວ່າ ຕ້ອງ​ຫັນ­ປ່ຽນ​ໃໝ່​ສ້າງ​ມາດ­ຕະ­ຖານ​ໃໝ່ ບໍ່​ປະ​ໃຫ້​ເປັນ​ໄປ​ຕາມ​ມີ​ຕາມ​ເກີດ.

ໃນ​ການ​ໂອ້​ລົມ​ຄັ້ງ​ນັ້ນ ທ່ານ​ໄດ້​ຂະ­ໜານ​ນາມ​ໃຫ້​ສື່​ມວນ​ຊົນ​ວ່າ: ຢາກ​ຂະ­ໜານ​ນາມ​ສື່​ມວນ​ຊົນ​ໃຫ້​ເປັນ​ຜູ້​ທີ່​ປາກ​ອອກ​ແສງ ຮູ້​ແທງ​ເຖິງ​ໃຈ ຜູ້​ສະ­ດຸ້ງ​ໄວ​ເມື່ອ​ໄດ້​ອ່ານ ຜູ້​ທີ່​ກ້າ​ຜ່ານ​ອຸ­ປະ­ສັກ ຜູ້​ທີ່​ຮັກ​ຄວາມ​ເປັນ​ຈິງ ຜູ້​ທີ່​ຍິງ​ຖືກ​ເປົ້າ… ນີ້​ແມ່ນ​ຄຳ​ກ່າວ​ມ້ວນ­ທ້າຍ​ຂອງ​ເພິ່ນ.

ຜູ້​ຂຽນ​ຂໍ­ອະ­ນຸ­ຍາດ​ສັງ​ລວມ​ເອງ​ດັ່ງ­ນີ້:

ເພິ່ນ​ສະ­ເໜີ​ຫຼາຍ​ບັນ­ຫາ​ຕໍ່​ສື່​ມວນ​ຊົນ​ໃນ​ບາງ​ຕອນ​ເພິ່ນ​ກ່າວ​ວ່າ: ສື່​ມວນ​ຊົນ​ປຽບ​ເໝືອນ​ຜູ້​ໃຫ້​ອາ­ຫານ​ດ້ານ​ຂໍ້​ມູນ​ຂ່າວ­ສານ​ໃຫ້​ແກ່​ຜູ້​ບໍ­ລິ­ໂພກ ສະ­ນັ້ນ ການ​ຫາ​ຂ່າວ​ຕ້ອງ​ທັນ​ການ ເນື່ອງ​ຈາກ​ປັດ­ຈຸ­ບັນ​ມີ​ສື່​ອອນ​ລາຍ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ ໃນ​ການ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ ສະ­ນັ້ນ ຜູ້​ທີ່​ເປັນ​ສື່​ຕ້ອງ​ບືນ​ຕົວ ສະ­ໜອງ​ຂໍ້​ມູນ​ໃຫ້​ຜູ້​ບໍ­ລິ­ໂພກ​ຂ່າວ​ຖືກ​ຄວາມ​ຈິງ ໜ້າ​ເຊື່ອ​ຖື​ບໍ່​ແມ່ນ​ຂ່າວ​ປອມ ຂ່າວ​ລວງ… ສື່​ພວກ​ເຮົາ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ­ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ເຊັ່ນ: ສັງ­ຄົມ​ດຽວ­ນີ້​ມີ​ຫຼາຍ​ໂຄງ​ປະ­ກອບ ສັງ­ຄົມ​ເປີດ​ກວ້າງ​ມີ​ການ­ສະ­ແດງ​ອອກ​ຄຳ​ເຫັນ​ຕາມ​ກົດ­ໝາຍ ສັງ­ຄົມ​ເຮົາ​ແມ່ນ​ຍັງ​ຕົກ​ຢູ່​ໃນ​ສົງ­ຄາມ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ການ​ປະ­ຕິ­ບັດ​ດີ ສັງ­ຄົມ​ເປີດ​ອອກ ສ້າງ​ມູມ​ມອງ​ຂອງ​ຄົນ​ໄປ​ໃນ​ທາງ​ແຕ່​ຊິ​ຄິດ​ການ​ເສບ​ຜົນ​ຜະ­ລິດ​ຂອງ​ສື່​ບໍ່​ໄດ້​ມີ​ການ​ກັ່ນ​ຕອງ ນັ້ນ​ແມ່ນ​ໜ້າ­ທີ່​ໜັກ­ໜ່ວງ ຖ້າ​ເຮົາ​ສູ້​ໄດ້ ສັງ­ຄົມ​ເຮົາ​ຈະ​ມີ​ກຳ­ລັງ​ແຮງ​ຕ້ານ­ທານ​ສິ່ງ​ຫຍໍ້­ທໍ້ ສື່​ປະ­ຕິ­ວັດ​ຕ້ອງ​ປັບ­ປຸງ​ໂຕ​ເອງ​ຢູ່​ເລື້ອຍໆ ເກືອບ​ວ່າ​ປັບ​ທຸກ​ມື້​ເຫັນ​ກະ­ແສ​ຕ້ອງ​ປັບ​ວຽກ​ນີ້ ຕ້ອງ​ຫັນ­ປ່ຽນ​ໃໝ່ ສ້າງ​ມາດ­ຕະ­ຖານ​ໃໝ່ ບໍ່​ປະ​ໃຫ້​ເປັນ​ໄປ​ຕາມ​ມີ​ຕາມ​ເກີດ ແຕ່​ລະ​ສຳ­ນັກ​ຕ້ອງ​ໄດ້​ສຳ​ຫຼວດ​ເບິ່ງ​ຕົນ​ເອງ​ວ່າ ຄວາມ​ນິ­ຍົມ​ຂອງ​ສັງ­ຄົມ​ໃນ​ການ​ບໍ­ລິ­ໂພກ​ຂ່າວ​ເພິ່ມ​ຂຶ້ນ ຫຼື ຫຼຸດ​ລົງ ແລະ ສາ­ເຫດ​ຍ້ອນ​ຫຍັງ?…

ບໍ່​ທໍ່​ນັ້ນ ທ່ານ​ຍັງ​ກ່າວ​ເຖິງ​ສັງ­ຄົມ​ວິ­ຖີ​ຊີ­ວິດ​ໃໝ່​ຫຼັງ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 (New Normal) ນັ້ນ ສື່​ກໍ​ຕ້ອງ​ໄດ້​ປັບ​ຕົນ​ເອງ​ຫັນ​ໄປ​ສູ່​ການ​ກຸ້ມ​ຕົນ​ເອງ ປະ­ຢັດ​ຄົນ ປະ­ຢັດ​ເວ­ລາ ເບິ່ງ​ການ​ໄກ ສື່​ເປັນ​ຜູ້​ໂນ້ມ​ນ້າວ​ແນວ​ຄິດ​ຂອງ​ຄົນ​ໃນ​ສັງ­ຄົມ… ສື່​ຕ້ອງ​ປັບ​ຕົວ​ໃຫ້​ດີ​ຂຶ້ນ ເວ­ລາ​ມາ​ເຖິງ​ແລ້ວ​ສື່​ມວນ​ຊົນ​ພວກ​ເຮົາ​ຕ້ອງ​ເດີນ​ໜ້າ.

ໂດຍ: ແນວ​ລາວ

error: Content is protected !!