ເປັນຫຍັງຈຶ່ງຕັດສີນຊ້ອງໜ້າ ແລະ ລັບຫລັງ

    ໃນຂະບວນການຂອງການດຳເນີນຄະດີຂອງສານ ໂດຍສະເພາະການດຳເນີນຄະດີແພ່ງ ອາດຈະມີການເຂົ້າຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງກັບຄະດີໜຶ່ງຈຳນວນຫຼາຍຄົນເຊັ່ນ ໂຈດ, ຈຳເລີຍ ຫຼື ບຸກຄົນທີສາມ.

    ສໍາລັບຄູ່ຄວາມໃນຄະດີນັ້ນ ແມ່ນໂຈດ ແລະ ຈຳເລີຍ. ສ່ວນບຸກຄົນທີສາມ ແມ່ນບຸກຄົນ, ອົງການຈັດຕັ້ງ ຫຼື ວິສາຫະກິດທີ່ເຂົ້າຮ່ວມໃນຄະດີເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນທີ່ຕິດພັນກັບຄະດີ ຊຶ່ງກຳລັງຖືກພິຈາລະນາຢູ່ສານ. ບຸກຄົນທີສາມ ຈະບໍ່ແມ່ນໂຈດ ຫຼື ຈຳເລີຍໂດຍກົງໃນຄະດີ ແຕ່ເຂົ້າຮ່ວມໃນການດຳເນີນຄະດີ ໃນຖານະເປັນຝ່າຍໂຈດ ຫຼື ຝ່າຍຈຳເລີຍ.

    ໃນຂະບວນການດຳເນີນຄະດີຂອງສານນັ້ນ ບາງຄັ້ງອາດມີການເລື່ອນການໄຕ່ສວນຄະດີໃນທີ່ປະຊຸມສານ ໃນກໍລະນີທີ່ຄູ່ຄວາມຝ່າຍໃດໜຶ່ງ ຫາກບໍ່ໄ້ເຂົ້າຮ່ວມ ຍ້ອນບໍ່ໄດ້ຮັບໝາຍຮຽກ ຫຼື ມີເຫດໜັກແໜ້ນ ທີ່ພາໃຫ້ສານເຊື່ອຖືເອົາໄດ້ ຫຼື ມີຄວາມຈຳເປັນຕ້ອງທວງເອົາຫຼັກຖານໃໝ່ ຫຼື ຜູ້ເຂົ້າຮ່ວມໃນຄະດີ ຜູ້ໃດຜູໜຶ່ງທີ່ມີຄວາມສຳຄັນຕໍ່ການພິຈາລະນາຄະດີນັ້ນ ບໍ່ມາຮ່ວມໃນທີ່ປະຊຸມສານ ເວັ້ນເສຍແຕ່ມີການຕັດສີນລັບຫລັງ.

    ການຕັດສີນຊ້ອງໜ້າ ແມ່ນການຕັດສີນຂອງສານ ທີ່ໂຈດ, ຈຳເລີຍ ແລະ ບຸກຄົນທີສາມເຂົ້າຮ່ວມໃນການພິຈາລະນາຄະດີ ຍົກເວັ້ນການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ.

    ໃນກໍລະນີທີ່ໂຈດ, ຈຳເລີຍ ຫຼື ບຸກຄົນທີສາມ ຫາກໄດ້ຮັບໝາຍຮຽກເຂົ້າມາຮ່ວມປະຊຸມສານແລ້ວ ແຕ່ບໍ່ໄດ້ເຂົ້າມາຮ່ວມໂດຍບໍ່ມີເຫດຜົນພຽງພໍ ຫຼື ຜູ້ກ່ຽວໄດ້ສະເໜີໃຫ້ພິຈາລະນາຕັດສີນຄະດີນັ້ນໂລດ, ການພິຈາລະນາຕັດສີນຄະດີດັ່ງກ່າວ ຖືວ່າເປັນການຕັດສີນຊ້ອງໜ້າ,  ໃນກໍລະນີນີ້ຜູ້ກ່ຽວບໍ່ມີສິດຂໍຄັດຄ້ານຄຳຕັດສີນ ພຽງແຕ່ມີສິດຂໍອຸທອນເທົ່ານັ້ນ.

     ໃນກໍລະນີທີ່ມີຂໍ້ມູນຫຼັກຖານຄົບຖ້ວນ, ມີຄວາມຈຳເປັນຕ້ອງໄດ້ຕັດສີນຄະດີ ແຕ່ຈຳເລີຍຫຼົບຫຼີກການດຳເນີນຄະດີ, ໂຈດ, ຈຳເລີຍ ຫຼື ບຸກຄົນທີສາມ ບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານ ຍ້ອນສາເຫດໃດໜຶ່ງເຊັ່ນ ໝາຍຮຽກບໍ່ເຖິງຜູ້ກ່ຽວ ສານກໍຈະຕັດສີນລັບຫລັງ ຊຶ່ງຜູ້ກ່ຽວມີສິດຂໍຄັດຄ້ານໄດ້ພາຍໃນກຳນົດເວລາ ສິບຫ້າ ວັນນັບແຕ່ວັນໄດ້ຮັບຊາບຄຳຕັດສີນເປັນຕົ້ນໄປ. ໃນກໍລະນີນີ້ຄະນະສານເກົ່າ ຕ້ອງໄດ້ຕັດສີນຄະດີນີ້ຄືນໃໝ່ ໂດຍຊ້ອງໜ້າຜູ້ກ່ຽວຕາມລະບຽບການພິຈາລະນາຄະດີຢູ່ສານ.

     ຂໍໃຫ້ຄູ່ຄວາມ ແລະ ບຸກຄົນທີສາມຈົ່ງຮັບຮູ້ໄວ້ວ່າ ການປະຕິບັດສິດ ແລະ ພັນທະຂອງຕົນຢ່າງເຂັ້ມງວດນັ້ນ ມັນເປັນການປະກອບສ່ວນເຂົ້າໃນການສ້າງຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍແກ່ສັງຄົມເວົ້າລວມ, ເຮັດໃຫ້ການພິຈາລະນາຕັດສີນຄະດີ ຂອງສານເປັນໄປຕາມຫຼັກການຂອງກົດ ໝາຍວ່າດ້ວຍການດຳເນີນຄະດີແພ່ງຢ່າເຂັ້ມງວດເວົ້າສະເພາະ, ອີກທັງບໍ່ເປັນການແກ່ຍືດແກ່ຍາວການພິຈາລະນາຕັດສີນຄະດີຂອງສານຕື່ມອີກ.

error: Content is protected !!