ຄວາມຫວັງດີຂອງຄົນເຮືອນໃກ້

ແອ ຈິ໋ວ ໄດ້​ໝາກ­ບານ​ເປັນ​ຂອງ­ຂວັນ​ຈາກ​ທາງ​ໂຮງ­ຮຽນ ໃນ​ວັນ­ເດັກ­ນ້ອຍ​ສາ­ກົນ ວັນ​ທີ 1 ມິ­ຖຸ­ນາ ແຕ່​ລະ​ມື້ ແອ ຈິ໋ວ ເຕະ­ບານ​ບໍ່​ຢູ່ ບໍ່​ເຊົາ ບານ​ຟົ້ງ​ໄປ​ຕຳ​ຊະ­ຊາຍ ລວມ​ທັງ​ຝາ​ເຮືອນ​ຄົນ​ເຮືອນ​ໃກ້ ຄົນ​ເຮືອນ​ໃກ້​ທົນ​ບໍ່​ໄຫວ ແຕ່​ຊິ​ຮ້າຍ​ຊິ​ດ່າ​ກໍ​ຢ້ານ​ຜິດ​ໃຈ​ກັນ ເຊົ້າ​ໜຶ່ງ ຊາຍ​ຄົນ​ເຮືອນ​ໃກ້​ໄດ້​ເອີ້ນ ແອ ຈິ໋ວ ໄປ​ຫາ ແລ້ວ​ປ້ອງ​ປາກ​ເວົ້າ​ສິ່ງ​ໃດ​ສິ່ງ​ໜຶ່ງ​ກັບ ແອ ຈິ໋ວ ພໍ​ກັບ​ຈາກ​ພົບ​ກັບ​ຊາຍ​ເຮືອນ​ໃກ້ ແອ ຈິ໋ວ ກໍ​ຮີບ​ຈັບ​ເອົາ​ມີດ​ມາ​ປາດ​ໝາກ­ບານ​ຈົນ​ຂາດ​ເຄິ່ງ ຜູ້​ພໍ່​ເຫັນ​ແນວ​ນັ້ນ ເລີຍ​ທ້ວງ​ຂຶ້ນ​ວ່າ:

“ເອົາ! ຕາຍໆ ເຫດ​ໃດ​ຈຶ່ງ​ປາດ​ໝາກ­ບານ ?.”

ແອ ຈິ໋ວ ຕອບ​ວ່າ:

“ລຸງ​ເຮືອນ​ໃກ້​ບອກ​ລູກ​ວ່າ ຢູ່​ຂ້າງ​ໃນ​ໝາກ­ບານ​ມີ​ເຂົ້າ­ໜົມ​ຊົກ​ໂກ​ແລັດ… ລູກ​ປາດ​ຊອກ​ຫາ​ຊົກ​ໂກ​ແລັດ!”.

error: Content is protected !!