ການຂີ່ລົດຈັກ-ລົດຖີບ ແລ້ວເອົາເດັກຄາບຄໍ ແຂວນ ບ່າ ຫຼື ເຈ່ຍໃສ່ຫຼັງດ້ວຍຄວາມປະໝາດແບບນີ້ ເຫັນຢູ່ໃສໃຈຂວ້ຳໃຈ ຫາຍຢູ່ບ່ອນຫັ້ນ ເພາະມັນສ່ຽງເກີດອຸບັດເຫດ ເດັກທີ່ໄຮ້ດຽງສາ ນັ້ນອາດມົວແຕ່ເພີນ ດີດເຕັ້ນ ຊີ້ນັ້ນ ຊີ້ນີ້ໄປສຸດທາງ ເຊິ່ງອາດ ເຮັດໃຫ້ຜູ້ຂັບຂີ່ຂາດສະມາທິ ຫຼື ບໍ່ໄດ້ຍິນສຽງລົດຄັນອື່ນທີ່ແລ່ນ ສວນທາງມາ ດັ່ງນັ້ນ ຈຶ່ງຂໍໃຫ້ຜູ້ເປັນພໍ່ແມ່-ຜູ້ປົກຄອງຈົ່ງມີສະຕິ ກ່ຽວກັບເລື່ອງນີ້ ເພາະຖ້າເກີດຫຍັງມາແລ້ວຈະເສຍໃຈຕາມ ພາຍຫຼັງ.
