ນວ ຈັດງານວາງສະແດງຮູບພາບລະນຶກວັນຢຶດອຳນາດ 23 ສິງຫາຄົບຮອບ 45 ປີ

    ຄະນະພັກອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ສະພາປະຊາຊົນ ນວ ໄດ້ຈັດງານວາງສະແດງຮູບພາບຜົນງານການພັດທະນາ ແລະ ຮູບພາບແຜນຜັງ ນວ ເພື່ອລະນຶກວັນຍຶດອຳນາດ 23 ສິງຫາ ຄົບຮອບ 45 ປີ (23 ສິງຫາ 1975 – 23 ສິງຫາ 2020) ວັນລັດຖະທຳມະນູນຄົບຮອບ 29 ປີ ແລະ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງນະຄອນຫຼວງວຽງຈັນ ແລະ ກອງປະຊຸມໃຫຍ່ຄັ້ງ VII ຂອງອົງຄະນະພັກ ນວ ຂຶ້ນໃນວັນທີ 21 ສິງຫາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍ ການນຳພັກ-ລັດ ອະດີດການນຳພັກ-ລັດ ພະນັກງານປະຕິວັດອາວຸໂສ ອົງການອ້ອມຂ້າງສູນກາງພັກ ລັດຖະບານ ອົງການຈັດຕັ້ງມະຫາຊົນ ພະນັກງານລັດຖະກອນອ້ອມຂ້າງ ນວ ເຂົ້າຮ່ວມ. 

    ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ການຢຶດອຳນາດ 23 ສິງຫາ ຢູ່ແຂວງກຳແພງນະຄອນວຽງຈັນ ເປັນເຫດການການເມືອງໜຶ່ງທີ່ມີຄວາມໝາຍສຳຄັນຍິ່ງ ແລະ ເປັນກຽດປະຫວັດສາດຂອງຊາດລາວ ກໍຄືຊາວນະຄອນຫຼວງວຽງຈັນ ເຊິ່ງເປັນການປະກອບສ່ວນໂດຍກົງ ເຂົ້າໃນໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ແລະ ການສ້າງຕັ້ງລະບອບໃໝ່ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ໃນວັນທີ 2 ທັນວາ 1975 ພ້ອມດຽວກັນນັ້ນ ເຫດການນີ້ຍັງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ເຖິງການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແມ່ນໄຊຊະນະຂອງກຳລັງແຮງຄວາມສາມັກຄີປອງດອງຂອງຊາດ ມູນເຊື້ອພິລະອາດຫານ ການເສຍສະຫຼະຂອງກອງທັບ ແລະ ປະຊາຊົນ ທັງສ່ອງແສງໃຫ້ເຫັນເຖິງໝາກຜົນການຮ່ວມມື ສຳພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ການປະສານສົມທົບກັບກະແສຟອງການຕໍ່ສູ້ສັນຕິພາບ ເອກະລາດ ແລະ ກ້າວໜ້າໃນທົ່ວໂລກ ເຊິ່ງມີສະຫະພາບໂຊວຽດເປັນເສົ້າຄໍ້າ ນັບແຕ່ວັນທີ 23 ສິງຫາ 1975 ມາຮອດມື້ນີ້ ຄົບຮອບ 45 ປີ ແຕ່ຊາວ ນວ ກໍຄືຊາວລາວ ຍັງຈົດຈໍາເຫດການປະຫວັດສາດດັ່ງກ່າວຢູ່ສະເໝີ ແລະ ຕະຫຼອດໄປ ພ້ອມດຽວກັນນັ້ນ ມູນເຊື້ອ 23 ສິງຫາ ຍັັງຈະເປັນແຮງຈູງໃຈໃຫ້ຄົນຮຸ່ນໃໝ່ຂອງ ນວ ຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນໃນອະນາຄົດຢ່າງບໍ່ຢຸດຢັ້ງ. 

    ສຳລັບງານວາງສະແດງຮູບພາບໃນຄັ້ງນີ້ຈະໃຊ້ເວລາ 10 ມື້ ເລີ່ມແຕ່ວັນທີ 21 ຫາ 31 ສິງຫາ 2020 ເຊີ່ງຮູບພາບ ແລະ ແຜນຜັງຈຳລອງທີ່ນຳມາວາງສະແດງໃນຄັ້ງນີ້ ເປັນພຽງສ່ວນໜຶ່ງເທົ່ານັ້ນ ເນື່ອງມາຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະຖານທີ່ຈຳກັດ ເຖິງຢ່າງໃດກໍດີ ຮູບພາບເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນຢ່າງສັງລວມ ການເຕີບໃຫຍ່ຂະຫຍາຍຕົວຢ່າງໃຫຍ່ຫຼວງ ແລະ ຮອບດ້ານຂອງ ນວ ເຕີບໃຫຍ່ຂະຫຍາຍຕົວບໍ່ພຽງແຕ່ດ້ານປະລິມານ ແລະ ຄຸນນະພາບຂອງເທສະບານ ຫາກຍັງເຕີບໃຫຍ່ຂະຫຍາຍຕົວດ້ານຄຸນນະພາບຂອງການດຳລົງຊີວິດ ແລະ ພື້ນຖານວັດຖຸເຕັກນິກ ບຸກຄະລາກອນໃຫ້ກ້າວຂຶ້ນຢ່າງໜັກແໜ້ນໃນອະນາຄົດອີກດ້ວຍ.

# ຂ່າວ & ພາບ: ເພັດສະໝອນ

.

error: Content is protected !!