ຄົນລະໄມ້ລະມືຄືເສັ້ນທາງສູ່ຜົນສຳເລັດ

ລະ­ດູ​ການ​ໃນ​ໄລ­ຍະ​ຍາມ​ຝົນ​ນີ້ ອາດ​ຈະ​ແປ​ປ່ວນ ເພາະ​ກຳ­ລັງ​ແຮງ​ຂອງ​ລົມ​ມໍ​ລະ​ສຸມ​ພັດ​ຜ່ານ​ມາ​ແບບ​ບໍ່​ຮູ້​ລ່ວງ​ໜ້າ ແລະ ບໍ່​ຄ່ອຍ​ເປັນ​ໄປ​ຕາມ​ການ​ພະ­ຍາ­ກອນ​ອາ­ກາດ​ປານ­ໃດ ເມື່ອ​ມີ​ພາ­ຍຸ​ຟ້າ​ຝົນ ລົມ​ແຮງ ງ່າ­ໄມ້ ຕົ້ນ­ໄມ້ ກໍ​ຫັກ ຫຼື ລົ້ມ​ຕັນ​ທາງ ເຮັດ​ໃຫ້­ການ​ຈະ­ລາ­ຈອນ​ອຸດ​ຕັນ ດັ່ງ­ນັ້ນ ໃນ​ກໍ­ລະ­ນີ​ນີ້ ຂໍ​ໃຫ້​ທຸກ​ຄົນ​ຊ່ວຍ​ກັນ​ແກ້​ໄຂ​ຍົກ​ສິ່ງ​ກີດ­ຂວາງ​ອອກ…

ຂີ່ລົດປະຈຳທາງ ຕ້ອງວາງຕົວໃຫ້ເໝາະສົມ

ເມື່ອ​ເບິ່ງ​ກາ​ຕູນ​ປະ­ກອບ​ບົດ​ນີ້​ແລ້ວ ບາງ​ຄົນ​ອາດ​ວ່າ “ເວີ້!” ເກີນ​ໄປ ແຕ່​ໃນ​ຕົວ​ຈິງ​ແລ້ວ​ມັນ​ມີ​ຄວາມ​ຈິງ ບໍ່​ເຊື່ອ​ກໍ​ໄປ​ໃຊ້​ລົດ​ປະ­ຈຳ​ທາງ​ດ້ວຍ​ຕົນ​ເອງ​ລອງ​ເບິ່ງ ໂດຍ​ສະ­ເພາະ​ແມ່ນ​ໃນ​ເຂດ​ຊົນ­ນະ­ບົດ ບ່ອນ​ທີ່​ຍັງ​ຂາດ​ລະ­ບົບ​ລະ­ບຽບ ບ່ອນ​ທີ່​ທ່ານ​ອາດ​ຈະ​ໄດ້​ເຫັນ​ຄົນ​ເຈ່ຍ​ລູກ​ຜູກ​ໝາ ຫາບ​ເຄື່ອງ​ຂອງ​ອິ​ລຸງ​ຕຸງ​ນັງ​ຂຶ້ນ​ລົດ ແນ່­ນອນ​ບັນ­ຫາ​ສັບ­ສົນ​ນີ້​ຄົງ​ຈະ​ແກ້​ໄຂ​ຕົກ​ໄປ ເມື່ອ​ບ້ານ​ເຮົາ​ຮັ່ງ​ຂຶ້ນ​ກວ່າ​ນີ້ ໃນ​ປັດ­ຈຸ­ບັນ ຂໍ​ໃຫ້​ທຸກ​ຄົນ​ທີ່​ໃຊ້​ລົດ​ລວມ​ໝູ່​ປະ­ຕິ­ບັດ​ຕົນ​ໃຫ້​ເໝາະ​ສົມ ລວມ​ທັງ​ການ​ນຸ່ງ​ຖື ການ​ນັ່ງ…

ຢູ່ລາວ ພາສາລາວເປັນເຈົ້າ

ຫວ່າງ​ບໍ່​ດົນ​ມາ​ນີ້ ຢູ່​ແຂວງ​ບໍ່​ແກ້ວ​ໄດ້​ມີ​ບັ້ນ​ປົດ​ປ້າຍ​ບໍ­ລິ­ສັດ ຫ້າງ​ຮ້ານ ທີ່​ລະ­ເມີດ​ກົດ​ລະ­ບຽບ​ວ່າ​ດ້ວຍ​ປ້າຍ ເຊັ່ນ: ຂຽນ​ພາ­ສາ​ຕ່າງ­ປະ­ເທດ​ໄວ້​ເບື້ອງ​ເທິງ ຫຼື ອອກ​ໜ້າ​ກ່ອນ ຂຽນ​ພາ­ສາ​ລາວ​ໄວ້​ກ້ອງ ຫຼື ຂຽນ​ໂຕ​ນ້ອຍໆ​ກວ່າ ນອກ​ນັ້ນ ກໍ​ຍັງ​ມີ​ກໍ­ລະ­ນີ​ຂຽນ​ພາ­ສາ​ລາວ​ຜິດ​ຫຼັກ​ໄວ­ຍາ­ກອນ ຜິດ​ຄວາມ​ໝາຍ ເລື່ອງ​ນີ້​ຂໍ​ຕົບ­ມື​ຊົມ­ເຊີຍ ອົງ­ການ​ປົກ­ຄອງ​ແຂວງ​ບໍ່​ແກ້ວ…

ກະຕວງເວລາໄວ້ລ່ວງໜ້າ ພາໃຫ້ປອດໄພ

ທຸກ​ຄັ້ງ​ເມື່ອ​ບັນ­ຊາ​ເຂົາ​ລົດ­ຈັກ ຫຼື ພວງ­ມາ­ໄລ​ລົດ​ໃຫຍ່​ທຸກ​ຄົນ ຕ້ອງ​ສາຍ​ພາບ​ກົດ​ຈະ­ລາ­ຈອນ​ໃນ​ຈໍ​ສະ­ໝອງ​ເບິ່ງ​ທຸກ​ຄັ້ງ ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຕ້ອງ​ນຶກ​ໃຫ້​ເຫັນ​ພາບ​ເສັ້ນ­ທາງ​ທີ່​ຈະ​ໄປ ວ່າ​ໃກ້-ໄກ​ສ່ຳ​ໃດ ຫຍຸ້ງ­ຍາກ ສະ­ດວກ​ສະ­ບາຍ​ຄື​ແນວ­ໃດ ເພື່ອ​ກຳ­ນົດ​ຄວາມ​ໄວ ແລະ ເວ­ລາ​ທີ່​ຕ້ອງ​ໄປ​ເຖິງ​ເປົ້າ​ໝາຍ ການ​ກະ ຫຼື ຊັ່ງ​ຕວງ​ເວ­ລາ​ລ່ວງ​ໜ້າ ຈະ​ເຮັດ​ໃຫ້​ເຮົາ​ບໍ່​ຟ້າວ​ຟັ່ງ…

ຕ້ອງປອດໄພໄວ້ກ່ອນ

      ການຂີ່ລົດຈັກ-ລົດຖີບ ແລ້ວເອົາເດັກຄາບຄໍ ແຂວນ ບ່າ ຫຼື ເຈ່ຍໃສ່ຫຼັງດ້ວຍຄວາມປະໝາດແບບນີ້ ເຫັນຢູ່ໃສໃຈຂວ້ຳໃຈ ຫາຍຢູ່ບ່ອນຫັ້ນ ເພາະມັນສ່ຽງເກີດອຸບັດເຫດ ເດັກທີ່ໄຮ້ດຽງສາ ນັ້ນອາດມົວແຕ່ເພີນ ດີດເຕັ້ນ ຊີ້ນັ້ນ ຊີ້ນີ້ໄປສຸດທາງ ເຊິ່ງອາດ…

ເຮັດຊະຊາຍ ຂາຍໜ້າສຸດທາງ

ຂີ່​ລົດ​ເປີດ​ທໍ່​ອາຍ​ເສຍ​ແບບ​ນີ້ ມີ​ບາງ​ຄົນ​ຄິດ​ວ່າ​ບູ້ ວ່າ​ເດັ່ນ ວ່າ​ດັງ ສາ­ມາດ​ດຶງ​ດູດ​ສາຍ­ຕາ​ຄົນ​ໃຫ້​ຫັນ​ມາ​ຈັບ​ຈ້ອງ​ມອງ​ເບິ່ງ​ຕົນ ແຕ່​ບໍ່​ເຫິງ​ດອກ​ນາ ຄົງ​ຮອດ​ຈຸດ​ຈົບ ຖືກ​ວິ­ຈານ​ດ່າ​ປ້ອຍ​ໃຫ້​ດັບ​ຢູ່​ທາງ ພຶດ­ຕິ​ກຳ​ແບບ​ນີ້​ຂັດ​ກັບ​ກົດ​ຈະ­ລາ­ຈອນ ແລະ ທັງ​ເປັນ​ບ່ອນ​ທຳ­ລາຍ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ​ອີກ​ດ້ວຍ ເຮັດ​ແບບ​ນີ້​ຢູ່​ບ່ອນ​ໃດ​ກໍ​ຂາຍ­ໜ້າ​ຢູ່​ບ່ອນ​ນັ້ນ​ແລ.

ກ່ອນອອກເຮືອນ ເຕືອນຕົນເອງໃຫ້ກຽມພ້ອມ

ໃນ​ປັດ­ຈຸ­ບັນ ຢູ່​ຕາມ​ທາງ​ໃນ​ຕົວ​ເມືອງ​ໃຫຍ່ໆ ໂດຍ​ສະ­ເພາະ ແມ່ນ​ຢູ່​ນະ­ຄອນ­ຫຼວງ​ພວກ​ເຮົາ​ນີ້​ມີ​ຍານ­ພາ­ຫະ­ນະ​ຄັບ­ຄາ​ໜາ ແໜ້ນ ປານ​ເສັ້ນ​ເຂົ້າ­ປຸ້ນ ໂດຍ​ສະ­ເພາະ ແມ່ນ​ໃນ​ຊົ່ວ­ໂມງ​ຮີບ​ດ່ວນ (Rush hour) ດັ່ງ­ນັ້ນ ທຸກ​ຄັ້ງ​ກ່ອນ​ອອກ​ຈາກ​ເຮືອນ​ຕ້ອງ​ມີ​ການ ວາງ​ແຜນ ແລະ ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເຊັ່ນ:…

ເຮັດໂລເລກັບໄຟຟ້າ ຟ້າຊິລົງໂທດ

ບົດ​ນີ້​ບໍ່​ຈຳ­ເປັນ​ເວົ້າ​ຍາວ​ສາວ​ຍືດ ເພາະ​ໃຜໆ​ກໍ​ຮູ້​ດີ​ວ່າ ການ​ສຸມ​ໄຟ​ຢູ່​ກ້ອງ​ສາຍ​ໄຟ­ຟ້າ​ນັ້ນ ອັນ­ຕະ­ລາຍ​ກວ່າ​ທີ່​ຄິດ ມັນ​ອາດ​ປິດ​ຊີ­ວິດ​ຂອງ​ທ່ານ​ໄດ້​ໃນ​ຊົ່ວ​ພິບ​ຕາ ຖ້າ​ສາຍ​ໄຟ​ມີ​ເຄືອ­ໄມ້​ແຫ້ງ ເກາະ ຫຼື ກ້ຽວ​ພັນ​ຢູ່ ກໍ​ແຮງ​ຍິ່ງ​ເປັນ​ອັນ­ຕະ­ລາຍ ເພາະ​ໄຟ​ອາດ​ໄໝ້​ສາຍ​ໄຟ ສ້າງ​ຄວາມ​ເດືອດ­ຮ້ອນ​ໃຫ້​ຜູ້​ອື່ນ​ທີ່​ໃຊ້​ໄຟ­ຟ້າ​ຮ່ວມ​ສາຍ ທັງ​ເປັນ​ການ​ທຳ­ລາຍ​ຊັບ​ສິນ​ຂອງ​ລັດ​ອີກ​ດ້ວຍ. ໂດຍ: ສາວ​ສິ້ນ​ແຕ້ມ

ກິນແລ້ວບໍ່ມ້ຽນ ຄືສ້ຽນສັງຄົມ

ສັງ­ຄົມ​ແອ​ອັດ​ຕາມ​ຕົວ​ເມືອງ​ໃຫຍ່​ໃນ​ປັດ­ຈຸ­ບັນ ຄົນ​ທັງ­ຫຼາຍ​ມັກ​ຊອກ​ໄປ​ຊຸມ​ແຊວ​ແຫ້ນ​ກິນ​ຕາມ​ສວນ​ສາ­ທາ­ລະ­ນະ ຕາມ​ແຄມ​ຫ້ວຍ ລຳ­ເຊ ກ້ອງ​ຕົນ​ໄມ້​ໃຫຍ່ ຕາມ​ເກາະ­ດອນ ແລະ ໂຂດ​ຫີນ ຫຼື ປາກ​ຖ້ຳ ບ່ອນ​ມີ​ທຳ​ມະ​ຊາດ​ອັນ​ພິດ­ສະ­ດານ​ຫວານ​ອາ­ລົມ ແຕ່​ຂໍ​ຢ່າ​ລືມ​ວ່າ​ກິນ​ແລ້ວ​ຕ້ອງ​ມ້ຽນ ປັດ­ກວາດ​ສະ­ຖານ­ທີ່​ສະ­ອາດ​ງາມ​ຕາ​ໄວ້​ສຳ­ລັບ​ຄົນ​ອື່ນ ຖ້າ​ກິນ​ແລ້ວ​ຖິ້ມ ຄື​ເຫັນ​ໃນ​ຮູບ​ກາ​ຕູນ​ນີ້ ທ່ານ​ກໍ​ຈະ​ໄດ້​ຊື່­ວ່າ​ເປັນ​ຄົນ​ຂາດ​ຄວາມ​ຮັບ­ຜິດ­ຊອບ…

error: Content is protected !!