ກະຕວງເວລາໄວ້ລ່ວງໜ້າ ພາໃຫ້ປອດໄພ

ທຸກ​ຄັ້ງ​ເມື່ອ​ບັນ­ຊາ​ເຂົາ​ລົດ­ຈັກ ຫຼື ພວງ­ມາ­ໄລ​ລົດ​ໃຫຍ່​ທຸກ​ຄົນ ຕ້ອງ​ສາຍ​ພາບ​ກົດ​ຈະ­ລາ­ຈອນ​ໃນ​ຈໍ​ສະ­ໝອງ​ເບິ່ງ​ທຸກ​ຄັ້ງ ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຕ້ອງ​ນຶກ​ໃຫ້​ເຫັນ​ພາບ​ເສັ້ນ­ທາງ​ທີ່​ຈະ​ໄປ ວ່າ​ໃກ້-ໄກ​ສ່ຳ​ໃດ ຫຍຸ້ງ­ຍາກ ສະ­ດວກ​ສະ­ບາຍ​ຄື​ແນວ­ໃດ ເພື່ອ​ກຳ­ນົດ​ຄວາມ​ໄວ ແລະ ເວ­ລາ​ທີ່​ຕ້ອງ​ໄປ​ເຖິງ​ເປົ້າ​ໝາຍ ການ​ກະ ຫຼື ຊັ່ງ​ຕວງ​ເວ­ລາ​ລ່ວງ​ໜ້າ ຈະ​ເຮັດ​ໃຫ້​ເຮົາ​ບໍ່​ຟ້າວ​ຟັ່ງ ແລະ ບໍ່​ຊັກ​ຊ້າ​ເກີນ​ໄປ​ໃນ​ການ​ເລັ່ງ​ລົດ ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ເກີດ​ຂຶ້ນ​ຈາກ​ການ​ບໍ­ລິ­ຫານ​ເວ­ລາ​ຜິດ­ພາດ ເຊັ່ນ: ໃຊ້​ເວ­ລາ​ສັ້ນໆ​ເພື່ອ​ເດີນ­ທາງ​ໄກ ໃກ້​ກອງ​ປະ­ຊຸມ​ຊິ​ເປີດ ຫຼື ໃກ້​ໂມງ​ເຂົ້າ​ການ​ແລ້ວ​ຈຶ່ງ​ຟ້າວ​ຟັ່ງ​ອອກ​ຈາກ​ເຮືອນ ຂໍ​ຢ້ຳ​ອີກ​ເທື່ອ​ໜຶ່ງ ຄື: ນອກ­ຈາກ​ຮູ້​ແຈ້ງ​ແທງ​ຊອດ ແລະ ປະ­ຕິ­ບັດ​ຕາມ​ກົດ​ຈະ­ລາ­ຈອນ​ແລ້ວ ເລື່ອງ​ການ​ກະ​ຕວງ​ເວ­ລາ​ໄວ້​ລ່ວງ​ໜ້າ ແມ່ນ​ສິ່ງ​ສຳ­ຄັນ​ທີ່​ສຸດ.

error: Content is protected !!