ຄົນລະໄມ້ລະມືຄືເສັ້ນທາງສູ່ຜົນສຳເລັດ

ລະ­ດູ​ການ​ໃນ​ໄລ­ຍະ​ຍາມ​ຝົນ​ນີ້ ອາດ​ຈະ​ແປ​ປ່ວນ ເພາະ​ກຳ­ລັງ​ແຮງ​ຂອງ​ລົມ​ມໍ​ລະ​ສຸມ​ພັດ​ຜ່ານ​ມາ​ແບບ​ບໍ່​ຮູ້​ລ່ວງ​ໜ້າ ແລະ ບໍ່​ຄ່ອຍ​ເປັນ​ໄປ​ຕາມ​ການ​ພະ­ຍາ­ກອນ​ອາ­ກາດ​ປານ­ໃດ ເມື່ອ​ມີ​ພາ­ຍຸ​ຟ້າ​ຝົນ ລົມ​ແຮງ ງ່າ­ໄມ້ ຕົ້ນ­ໄມ້ ກໍ​ຫັກ ຫຼື ລົ້ມ​ຕັນ​ທາງ ເຮັດ​ໃຫ້­ການ​ຈະ­ລາ­ຈອນ​ອຸດ​ຕັນ ດັ່ງ­ນັ້ນ ໃນ​ກໍ­ລະ­ນີ​ນີ້ ຂໍ​ໃຫ້​ທຸກ​ຄົນ​ຊ່ວຍ​ກັນ​ແກ້​ໄຂ​ຍົກ​ສິ່ງ​ກີດ­ຂວາງ​ອອກ ຫຼື ຕັດ​ຮອນ​ງ່າ­ໄມ້​ໂຍນ​ຖິ້ມ ຢ່າ​ຄິດ​ແຕ່​ເອົາ​ຕົວ​ລອດ​ຜູ້​ດຽວ ໃນ​ກໍ­ລະ­ນີ​ເຫຼືອ​ບ່າ​ກວ່າ​ແຮງ​ແທ້ໆ ກໍ​ຂໍ​ໃຫ້​ຮີບ​ລາຍ​ງານ​ໜ່ວຍ​ງານ​ຮັບ­ຜິດ­ຊອບ​ມາ​ແກ້​ໄຂ ໃນ​ຍຸກ​ປະ­ຊາ​ເປັນ​ເຈົ້າ​ນີ້ ທຸກ​ຄົນ​ມີ​ຄວາມ​ຮັບ­ຜິດ­ຊອບ​ຊ່ວຍ​ກັນ ແກ້​ໄຂ​ທຸກໆ​ບັນ­ຫາ​ຕາມ​ຄວາມ​ສາ­ມາດ​ຂອງ​ຕົນ.

error: Content is protected !!