ຂີ່ລົດປະຈຳທາງ ຕ້ອງວາງຕົວໃຫ້ເໝາະສົມ

ເມື່ອ​ເບິ່ງ​ກາ​ຕູນ​ປະ­ກອບ​ບົດ​ນີ້​ແລ້ວ ບາງ​ຄົນ​ອາດ​ວ່າ “ເວີ້!” ເກີນ​ໄປ ແຕ່​ໃນ​ຕົວ​ຈິງ​ແລ້ວ​ມັນ​ມີ​ຄວາມ​ຈິງ ບໍ່​ເຊື່ອ​ກໍ​ໄປ​ໃຊ້​ລົດ​ປະ­ຈຳ​ທາງ​ດ້ວຍ​ຕົນ​ເອງ​ລອງ​ເບິ່ງ ໂດຍ​ສະ­ເພາະ​ແມ່ນ​ໃນ​ເຂດ​ຊົນ­ນະ­ບົດ ບ່ອນ​ທີ່​ຍັງ​ຂາດ​ລະ­ບົບ​ລະ­ບຽບ ບ່ອນ​ທີ່​ທ່ານ​ອາດ​ຈະ​ໄດ້​ເຫັນ​ຄົນ​ເຈ່ຍ​ລູກ​ຜູກ​ໝາ ຫາບ​ເຄື່ອງ​ຂອງ​ອິ​ລຸງ​ຕຸງ​ນັງ​ຂຶ້ນ​ລົດ ແນ່­ນອນ​ບັນ­ຫາ​ສັບ­ສົນ​ນີ້​ຄົງ​ຈະ​ແກ້​ໄຂ​ຕົກ​ໄປ ເມື່ອ​ບ້ານ​ເຮົາ​ຮັ່ງ​ຂຶ້ນ​ກວ່າ​ນີ້ ໃນ​ປັດ­ຈຸ­ບັນ ຂໍ​ໃຫ້​ທຸກ​ຄົນ​ທີ່​ໃຊ້​ລົດ​ລວມ​ໝູ່​ປະ­ຕິ­ບັດ​ຕົນ​ໃຫ້​ເໝາະ​ສົມ ລວມ​ທັງ​ການ​ນຸ່ງ​ຖື ການ​ນັ່ງ ການ​ແຂວນ​ຄານ​ລົດ ຕ້ອງ​ລະ­ວັງ​ກິ່ນ​ໂຕ ໂດຍ​ສະ­ເພາະ​ແມ່ນ​ບໍ­ລິ­ເວນ​ຂີ້­ແຮ້ ບໍ່​ໃຫ້​ມີ​ກິ່ນ​ອັນ­ຕະ­ລາຍ​ຕ້ອງ​ດັງ​ຄົນ​ອື່ນ ເພາະ​ອາດ​ມີ​ຜູ້​ເປັນ​ລົມ​ຍ້ອນ.

error: Content is protected !!