ຢາກສະແດງລະວັງແປ່ງແງ່ງກາງທາງ

    ເສັ້ນທາງບໍ່ແມ່ນໂຮງກາຍະສິນທີ່ອະນຸຍາດໃຫ້ຂີ່ລົດສະແດງແບບໂລດໂຜນ ເພື່ອອວດອ້າງຄວາມເກ່ງກ້າສາມາດ ການຂີ່ລົດແບບຊອກຫາເຫດຄືໃນຮູບກາຕູນນີ້ ເຂົາເອີ້ນວ່າ ແກ່ວງຕີນຫາສ້ຽນ ຄືຊອກຫາເຫດຮ້າຍໃສ່ຕົນເອງ ຖ້າຖືກແຕ່ຕົນຄົນດຽວກໍອາດສົມນ້ຳໜ້າ ແຕ່ຖ້າເຮັດໃຫ້ຄົນອື່ນເສຍຫາຍກໍຄົງໜີບໍ່ມົ້ມມືກົດໝາຍ !.

ຈອດບໍ່ເບິ່ງປ້າຍ-ໄພຮ້າຍຈະຕາມມາ

ການ​ຈອດ​ລົດ​ຕາມ­ໃຈ​ໄຮ້​ຢາງ​ອາຍ ທັນ​ໃສ່​ຈອດ​ຫັ້ນ​ແນວ​ນີ້ ແນ່ນອນ​ຕ້ອງ​ເປັນ​ຂີ້​ປາກ​ຂອງ​ຜູ້​ຮ່ວມ​ໃຊ້​ເສັ້ນ­ທາງ​ແຕ່​ໜັກ​ໄປ​ກວ່າ​ນັ້ນ ແມ່ນ​ເປັນ​ການ​ລະ­ເມີດ​ກົດ​ຈະ­ລາ­ຈອນ ເຮັດ​ໃຫ້­ການ​ສັນ­ຈອນ​ບໍ່​ສະ­ດວກ ດັ່ງ­ນັ້ນ ກ່ອນ​ຈະ​ຈອດ​ລົດ​ຕ້ອງ​ແນ່​ໃຈ​ວ່າ​ບໍ່​ມີ​ປ້າຍ​ຫ້າມ​ຈອດ ບໍ່​ເປັນ​ບ່ອນ​ທີ່​ພວມ​ມີ​ສະ­ພາບ​ຂັດ​ສົນ ບໍ່​ຊັ້ນ​ບັນ­ຫາ​ຈະ​ຕາມມາ ເພາະ​ຕາມ​ເສັ້ນ­ທາງ​ໃນ​ປັດ­ຈຸ­ບັນ ​ມີ​ຕາ​ກ້ອງ​ຈັບ​ຜິດ​ຄົນເຮັດ​ຜິດຢູ່​ຫຼາຍໆ​ຍ່ານ​ເນີ. ໂດຍ: ສາວ​ສິ້ນ​ແຕ້ມ

ລະວັງໄຟ ຈາກບັ້ງໄຟ

ເລື່ອງ​ມ່ວນ​ຫັ້ນ​ມ່ວນ​ໄດ້ ແຕ່​ຢ່າ​ໃຫ້​ເຖິງ​ມໍ­ລະ­ນາ​ມອດ​ມ້ຽນ ແນວ​ນັ້ນ​ແມ່ນ​ບໍ່​ດີ ຂໍ​ໃຫ້​ມີ​ສະ­ຕິ​ຕັ້ງ​ລະ­ວັງ​ໄພ​ໄວ້​ເນີ​ທ່ານ ຜີ​ມານ ມັນ​ຊິ​ມາ​ບຽດ​ເຈົ້າ​ໃຫ້​ສູນ​ສິ້ນ​ຊາດ​ຄົນ ວົນ​ແຕ່​ນຳ​ກອນ​ເຊີ້ງ ອັນ­ຕະ­ລາຍ​ພັດ​ບໍ່​ເບິ່ງ ບໍ່​ເຫິງ ທວນ­ໄຟ​ໃນ​ທໍ່​ບັ້ງ ມັນ​ຊິ​ດັງ​ປ້າງ​ໂປ້ງ ເຈົ້າ​ຊິ​ເຂົ້າ​ໂລງ​ດອກ​ນາ. ໂດຍ: ສາວ​ສິ້ນ​ແຕ້ມ

ຕ້ອງຮ່ວມກັນແກ້ໄຂໃຫ້ສອດຄ່ອງ

ການ​ຂີ່​ລົດ​ໄວ​ເກີນ​ກຳ­ນົດ ການ​ເລັ່ງ​ສຽງ​ລົດ​ໃຫ້​ດັງ​ໜວກ​ຫົວ​ຄົນ​ອື່ນ​ນັ້ນ ຍັງ​ເປັນ​ບັນ­ຫາ​ຊຳ​ເຮື້ອ​ຢູ່​ບ້ານ​ເຮົາ ແກ້​ປານ­ໃດ​ກໍ​ບໍ່​ຕົກ ດັ່ງ­ນັ້ນ ທຸກ​ພາກ­ສ່ວນ​ເຊັ່ນ: ຄອບ­ຄົວ ໂຮງ­ຮຽນ ແລະ ສັງ­ຄົມ ຄວນ​ຮ່ວມ​ໃຈ​ກັນ​ແກ້​ໄຂ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ຈະ​ປ່ອຍ​ໃຫ້​ແຕ່​ເຈົ້າ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຄົງ​ເປັນ​ໄປ​ບໍ່​ໄດ້ ຜູ້​ກະ­ທຳ​ຜິດ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ໜຸ່ມ​ນັ້ນ ໃຊ້​ເວ­ລາ​ຢູ່​ເຮືອນ ຢູ່​ໂຮງ­ຮຽນ ຢູ່​ສັງ­ຄົມ​ຫຼາຍ​ກວ່າ​ເວ­ລາ​ອອກ​ສູ່​ຖະ­ໜົນ…

ຂັບດີໄດ້ດີ ຂັບອັບປີຄວາມດີສູນສິ້ນ

ເວົ້າ​ແລ້ວ​ເວົ້າ​ອີກ ວ່າ­ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ນັ້ນ ນອກ­ຈາກ​ໃສ່­ໃຈ​ເລື່ອງ​ກົດ​ຈະ­ລາ­ຈອນ​ແລ້ວ ຍັງ​ຕ້ອງ​ໃສ່­ໃຈ​ຄົນ​ອື່ນໆ ໂດຍ​ສະ­ເພາະ​ແມ່ນ​ຄົນ​ຍ່າງ ຫຼື ຂີ່​ຍານ­ພາ­ຫະ­ນະ​ທີ່​ບໍ່​ມີ​ແນວ​ບັງ ຍາມ​ນີ້​ແມ່ນ​ລະ­ດູ­ຝົນ ເສັ້ນ­ທາງ​ຫຼາຍ​ຍ່ານ​ເປັນ​ບວກ ຂຸມ ເຕັມ​ໄປ​ດ້ວຍ​ຂີ້­ຕົມ ດັ່ງ­ນັ້ນ ຈຶ່ງ​ຄ່ອຍ​ໄປ​ຄ່ອຍ​ມາ ຢ່າ​ດີດ​ນ້ຳ​ໃສ່​ຄົນ​ອື່ນ ຊຶ່ງ​ຈະ​ມາ​ໃຫ້​ບາດ­ໝາງ​ເປັນ​ສັດ­ຕູ​ງູ​ພິດ​ກັນ​ໄດ້ ຂັບ​ດີ​ຊີ­ວິດ​ສົດ­ໃສ…

ເວລາຮັບແຂກ ຢ່າເຮັດແນວແປກໆເກີນໄປ

ມາ­ລະ­ຍາດ​ຂອງ​ເຈົ້າ­ພາບ​ໃນ​ການ​ຮັບ­ແຂກ​ນັ້ນ ເຄີຍ​ໄດ້​ເວົ້າ​ມາ​ຫຼາຍ​ແລ້ວ ໂດຍ​ສະ­ເພາະ​ແມ່ນ​ຂໍ້​ຫ້າມ​ຄື ເວ­ລາ​ຮັບ­ແຂກ​ມາ​ຢາມ​ເຮືອນ ເຈົ້າ­ພາບ​ບໍ່​ຄວນ​ເອົາ​ເລື່ອງ​ສ່ວນ​ຕົວ​ມາ​ອ້າງ​ແຂກ​ຫຼາຍ​ເກີນ​ໄປ ເຊັ່ນ: ເອົາ​ອາ​ລະ­ບຳ​ຮູບ​ຄອບ­ຄົວ ວີ​ດີ​ໂອ​ບຸນ​ເຮືອນ ຫຼື ການ​ແຕ່ງ­ດອງ​ຂອງ​ຕົນ​ມາ​ໃຫ້​ແຂກ​ເບິ່ງ ບໍ່​ຄວນ​ເອົາ​ສັດ­ລ້ຽງ​ມາ​ສົນ​ແຂກ ຫຼື ອູ້ມ​ລູກ​ອູ້ມ​ຫຼານ​ມາ​ໃຫ້​ແຂກ​ຊົມ ນອກ­ຈາກ​ວ່າ​ແຂກ​ເປັນ​ຄົນ​ໃກ້­ຊິດ ເປັນ​ເຊື້ອ­ສາຍ​ລາຍ​ລ່ອງ ແລະ…

ຄົນແຕກປອກ ປ້າຍນອກກົດໝາຍ

ເລື່ອງ​ປ້າຍໆ​ນີ້ ເວົ້າ​ກັນ​ຈົນ​ນ້ຳ­ລາຍ​ແຫ້ງ ແຕ່​ແຮງ​ເຫັນ​ຕຳ ຕາ​ບໍ່​ຢຸດ​ຢ່ອນ​ຜ່ອນ​ເບົາ​ລົງ​ພໍ​ເມັດ ລະ­ບຽບ​ກົດ­ໝາຍ​ກໍ​ມີ ຜູ້​ຮັບ​ຜິດຊອບ​ຕິດ­ຕາມ​ກໍ​ມີ ແຕ່​ເຫດ​ໃດ​ຈຶ່ງ​ຍັງ​ມີ​ຜູ້​ເຮັດ​ຕາມ­ໃຈ​ໄຮ້​ສະ­ຕິ­ຊາດຂາດ​ຢາງ​ອາຍ ? ລອງ​ຊອກ​ໃຫ້​ເຫັນ​ຕົ້ນ​ເຫດ​ນຳ​ກັນ​ເບິ່ງ​ວ່າ​ມັນ​ຄາ​ຢູ່​ບ່ອນ​ໃດ ? ມັນ​ຈິງ​ແທ້​ບໍ​ທີ່​ວ່າ​ຍ້ອນ​ການ​ຕິດ­ຕາມ​ກວດ­ກາ​ບໍ່​ຕໍ່​ເນື່ອງ ຍ້ອນ​ການ​ລົງ­ໂທດ​ທີ່​ເຮັດ​ແບບ​ມະ​ລ້ຳ​ມະ​ລ້ວຍ ບໍ່​ເດັດ­ຂາດ ກໍ​ເລີຍເກີດ​ມີ​ປາ­ກົດ­ການ​ແຕກ​ປອກ​ນອກ​ກົດ­ໝາຍ ເອົາ​ພາ­ສາ​ຕ່າງ​ປະເທດ​ຂຶ້ນ​ກ່ອນ ພາ­ສາ​ລາວ​ນອນ​ຢູ່​ລຸ່ມ…

ກອງປະຊຸມຢ່າເຮັດແນວກຸ້ມໃຈຄົນອື່ນ

ເວ­ລາ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ບໍ່​ວ່າ​ຈະ​ນັ່ງ​ຢູ່​ບ່ອນ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ມີ​ສະ­ຕິ ຕັ້ງ­ໃຈ​ຈົດ­ຈໍ່​ຕໍ່​ເນື້ອ​ໃນ​ກອງ​ປະ­ຊຸມ ບໍ່​ຄວນ​ເຮັດ​ແນວ​ອື່ນ​ທີ່​ສວນ​ທາງ ເຊັ່ນ: ຍ້າຍ​ຕັ່ງ​ນັ່ງ​ໄປ​ມາ ຫຼື ຫຍັບ​ໄປ​ຢູ່​ໃກ້ໆ​ກັບ​ຜູ້​ທີ່​ເຮົາ​ລຶ້ງ ຢ່າ​ຖື​ໂອ­ກາດ​ໂສ​ກັນ​ສຽງ​ດັງ ຫຼື ກົ້ມ​ໜ້າ​ກົ້ມ​ຕາ​ໃສ່​ຈໍ​ມື​ຖື ແລະ ສຳ­ຄັນ​ທີ່​ສຸດ ຄື​ຢ່າ​ລັກ​ຫຼອຍ​ອອກ​ຫ້ອງ​ປະ­ຊຸມ​ກ່ອນ​ເວ­ລາ​ປິດ​ເດັດ­ຂາດ. ໂດຍ:…

ຢ່າໄລ່ແຂກລົງເຮືອນ ດ້ວຍມາລະຍາດຕ່ຳໆ

ເວ­ລາ​ເຮົາ​ເປັນ​ເຈົ້າ­ພາບ​ຮັບ­ແຂກ​ຮັບ​ຄົນ​ນັ້ນ ຂໍ​ໃຫ້​ມີ​ສະ­ຕິ​ລະ­ວັງ​ຕົວ ຢ່າ​ສະ­ແດງ​ອາ­ການ ຫຼື​ຄວາມ​ຮູ້­ສຶກ​ທີ່​ບອກ​ວ່າ​ຕົນ​ເບື່ອ​ແຂກ ຕ້ອງ­ການ​ໃຫ້​ແຂກ​ໜີ ຫຼື​ເມືອ​ໄວໆ ເຊັ່ນ ການ­ສະ­ແດງ​ດ້ວຍ​ການ​ຫາວ ການ​ເອົາ​ມື​ສີ​ຕາ ການ​ລຸກໆ​ນັ່ງໆ ຫຼື​ການ​ຍົກ​ໂມງ​ຂຶ້ນ​ມາ​ເບິ່ງ​ເລື້ອຍໆ ຖ້າ​ສະ­ແດງ​ແນວ​ນີ້​ອອກ​ມາ ແຂກ​ກໍ​ຈະ​ຮູ້­ສຶກ​ບໍ່​ສະ­ບາຍ​ໃຈ ເພາະ​ຮູ້​ວ່າ​ເຈົ້າ­ພາບ​ບໍ່​ເຕັມ​ໃຈ​ຕ້ອນ­ຮັບ​ຕົນ ນີ້​ຄື​ມາ­ລະ­ຍາດ​ທີ່​ເຈົ້າ­ພາບ​ຄວນ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ.

error: Content is protected !!