ກັນໄວ້ກ່ອນ ເຫດຮ້າຍຈະຫຼຸດຜ່ອນ

   ລົດທີ່ບັນທຸກນ້ຳໜັກເກີນຄືເຫັນໃນກາຕູນນິີ້ສ່ຽງເກີດອຸບັດເຫດ 100% ດັ່ງນັ້ນ ພົບຢູ່ໃສ ເຈົ້າໜ້າທີ່ກໍຕ້ອງປັບໄໝໃສ່ໂທດໃຫ້ສະສົມ ເພາະເມື່ອເກີດເຫດຮ້າຍມາແລ້ວ ທັງຊີວິດຄົນ ແລະ ຊັບສິນກໍຈະຍ່ອຍຍັບດັບວາຍ ດັ່ງນັ້ນຈິ່ງຄວນກັນດີກວ່າແກ້!.

ໂລເລ​ກັບໄຟ​ຈະ​ເປັນ​ໄພ

     ຂ່າວ​ສະເທືອນ​ຂວັນ​ໃນ​ຍາມ​ອາກາດ​ຮ້ອນ​ອົບເອົ້າ​ຄື​ດຽວນີ້ ແມ່ນ​ເລື່ອງ​ໄຟ​ໄໝ້​ປ່າ​ຍ້ອນ​ພວກ​ຈັງໄຮ​ມື​ໄວ​ຈູດ​ປ່າ​ຊະຊາຍ ຫຼື ເກີດ​ຍ້ອນ​ຄວາມ​ປະໝາດ​ຂອງ​ຄົນ​ເຮົາ ເຊັ່ນ: ຖິ້ມ​ກິດ​ກອກຢາ​ທີ່​ບໍ່​ທັນ​ມອດ​ຊະຊາຍ​ຕາມ​ປ່າ ຕາມ​ຂີ້​ເຫຍື້ອ ຫຼື ຫຍ້າ​ແຫ້ງ ແລະ ກໍ​ມີ​ພວກ​ສຸມ​ໄຟ​ຊະຊາຍ ຫຼື ດັງໄຟ​ເພື່ອ​ປິ້ງ ຈີ່ ເວລາ​ກິນ​ເຂົ້າ​ປ່າ…

ຊອກກິນແນວແປກໆໃໝ່ໆ ໄພໃກ້ຕົວທີ່ແນມບໍ່ເຫັນ

    ຂໍເຕືອນພວກສະລອກກອກຊອກກິນແນວແປກໆໃໝ່ໆ ເຊັ່ນ: ສັດປ່າ ສັດມີພິດ ສັດອະນຸຮັກ ແລະອື່ນໆ ໂດຍເຂົ້າໃຈວ່າເປັນຂອງສົດ ຂອງບຳລຸງກຳລັງວັງຊາ ເຊິ່ງໃນຕົວຈິງນັ້ນສັດປ່າໃນຍຸກນີ້ມັນຕ່າງກັບສັດປ່າໃນເມື່ອກ່ອນ ດຽວນີ້ອາກາດປ່ຽນແປງເປັນພິດ ສິ່ງແວດລ້ອມຂອງສັດປ່ຽນແປງໄປ ນອກນັ້ນ ສັດປ່າທີ່ລ່າໄດ້ຍັງຖືກກັນບູດ-ເນົ່າ ດ້ວຍຟອກໂມນທີ່ເປັນອັນຕະລາຍສຸດໆຕໍ່ຮ່າງກາຍ ມີຫຼັກຖານຍຢັ້ງຢືນວ່າ…

ຄວາມສ່ຽງຄຽງຂ້າງສາຍລົມ

    ໃນລະດູນີ້ ພວກເຮົາມີສາຍລົມບໍ່ຂາດແຕ່ກໍເປັນລົມຮ້ອນຫຼາຍກວ່າ ດັ່ງນັ້ນ ຄວນມີສະຕິເລື່ອງໄຟປ່າ ໝອກຄວັນ ຂໍໃຫ້ໝັ່ນຕັກເຕືອນລູກຫຼານເລື່ອງການຫຼິ້ນວ່າວ ຢູ່ສະຖານທີ່ສ່ຽງສຳລັບຕົນເອງ ແລະ ຄົນອື່ນ ໂດຍສະເພາະ ແມ່ນບໍລິເວນໃກ້ເດີ່ນບິນ ໃກ້ຕຶກສູງ ຕົ້ນໄມ້ໃຫຍ່ ແລະ ສາຍໄຟຟ້າ…

ປູກກັບຕັດຂັດກັນອ່າງຍ່າງ

      ການບັນທຸກວັດຖຸຄືລົດຄັນນີ້ອັນຕະລາຍສຸດຂີດ ລວມທັງຜູ້ໃຊ້ລົດໃຊ້ຖະໜົນ ກໍຄື ຜູ້ທີ່ນັ່ງຢູ່ເທິງວັດຖຸເຫຼົ່ານັ້ນ ເພາະດີບໍ່ດີສາຍມັດອາດຂາດ ຫຼື ເສັ້ນວັດຖຸທີ່ຍາວເດ່ກາຍລົດອາດໄປທັ່ງແທງເອົາຄົນອື່ນໆ ດັ່ງທີ່ເຄີຍເປັນຂ່າວເລື້ອຍໆ ອີກຂໍ້ຄິດໜຶ່ງທີ່ໄດ້ຈາກກາຕູນແຜ່ນນີ້ ກໍຄື ຄວາມຂັດແຍ່ງກັນລະຫວ່າງການປູກ ແລະ ການຕັດຕົ້ນໄມ້ຢູ່ບ້ານເຮົາ ການຕັດນັ້ນລື່ນການປູກແນ່ນອນຖ້າຍັງເປັນຄືແບບນີ້ຄວາມຫວັງຢາກມີປ່າປົກຫຸ້ມ 70%…

ລະວັງໜ້າແຕກ

     ຢູ່ບ້ານເຮົາໃນປັດຈຸບັນນີ້ຫຼາຍສິ່ງຫຼາຍຢ່າງໄດ້ຮັບການປັບປຸງໃຫ້ຈະເລີນກ້າວໜ້າຂຶ້ນ ຕົວຢ່າງຫ້ອງນ້ຳມັກຈະແຍກຍິງ-ຊາຍ ເພື່ອຄວາມເປັນສ່ວນຕົວຂອງຄົນທັງສອງເພດ ແຕ່ກໍໜ້າເສຍດາຍຢູ່ບ່ອນວ່າມີບາງຄົນຍັງລະເຫຼີງຕໍ່ບັນຫານີ້ຄື ບໍ່ຍອມເບີ່ງປ້າຍບອກ ພໍປວດປົດທຸກຂຶ້ນມາກໍຂະລາດເຂົ້າໜ້າມືດຕາລາຍຊອກຫາບ່ອນປົດປ່ອຍຈິ່ງເກີດມີຜູ້ຊາຍຫຼັງເຂົ້າຫ້ອງນ້ຳຍິງ-ຜູ້ຍິງໜ້າແຕກເພາະຫຼັງເຂົ້າຫ້ອງນ້ຳຊາຍ ເລື່ອງນີ້ຂໍໃຫ້ໃສ່ໃຈບໍ່ຊັ້ນຈະຂາຍໜ້າທັງເປັນການລະເມີດສິດທິທາງເພດອີກດ້ວຍ.

error: Content is protected !!