ບົດນີ້ບໍ່ຈຳເປັນເວົ້າຍາວສາວຍືດ ເພາະໃຜໆກໍຮູ້ດີວ່າ ການສຸມໄຟຢູ່ກ້ອງສາຍໄຟຟ້ານັ້ນ ອັນຕະລາຍກວ່າທີ່ຄິດ ມັນອາດປິດຊີວິດຂອງທ່ານໄດ້ໃນຊົ່ວພິບຕາ ຖ້າສາຍໄຟມີເຄືອໄມ້ແຫ້ງ ເກາະ ຫຼື ກ້ຽວພັນຢູ່ ກໍແຮງຍິ່ງເປັນອັນຕະລາຍ ເພາະໄຟອາດໄໝ້ສາຍໄຟ ສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນທີ່ໃຊ້ໄຟຟ້າຮ່ວມສາຍ ທັງເປັນການທຳລາຍຊັບສິນຂອງລັດອີກດ້ວຍ.
ໂດຍ: ສາວສິ້ນແຕ້ມ