ສະຖາບັນເລືອດແຫ່ງຊາດ ຮ່ວມມືຊ່ຽວຊານສາກົນ ແລກປ່ຽນບົດຮຽນ ຍົກລະດັບວຽກປຸກລະດົມຜູ້ບໍລິຈາກເລືອດ ສ້າງແຫຼ່ງເລືອດທີ່ປອດໄພ ແລະ ຍືນຍົງ

ໃນວັນທີ 19 ພະຈິກ 2026 ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງ ປະຊຸມສົນທະນາ ແລະ ແລກປ່ຽນບົດຮຽນດ້ານວຽກງານການປຸກລະດົມຜູ້ບໍລິຈາກເລືອດ ເພື່ອເສີມສ້າງ ຄວາມຮູ້ ປະສົບການ ແລະ ແນວທາງການດຳເນີນງານໃຫ້ມີປະສິດທິຜົນ ສາມາດດຶງດູດ ແລະ ຮັກສາຜູ້ ບໍລິຈາກເລືອດໃຫ້ມີຄວາມຕໍ່ເນື່ອງ ມຸ່ງສູ່ການສ້າງແຫຼ່ງເລືອດທີ່ພຽງພໍ ປອດໄພ ແລະ ຍືນຍົງ.

ກອງປະຊຸມດັ່ງກ່າວ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ຈີລະພາ ແກ້ວຄຳຜຸຍ ຮັກສາການ ຫົວໜ້າ ສະຖາບັນເລືອດແຫ່ງຊາດ ທ່ານ ນາງ ເຄຣິນ ໂຮໂລແວ (Kerin Holloway) ຫົວໜ້າວິຊາການ ດ້ານວຽກງານເລືອດ ຂອງກາແດງອົດສະຕຣາລີ ພ້ອມຄະນະຜູ້ຊ່ຽວຊານ ດ້ານການປຸກລະດົມຜູ້ບໍລິຈາກ ເລືອດ ລວມທັງຜູ້ຕາງໜ້າຈາກກະຊວງ ສຳນັກງານ ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ.

ສຳລັບເນື້ອໃນການສົນທະນາ ແມ່ນສຸມໃສ່ການຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຮູ້ຈາກຄະ ນະຊ່ຽວຊານ ໃນຫຼາຍບັນຫາສຳຄັນ ໂດຍສະເພາະ ການສຶກສາພຶດຕິກຳ ແລະ ແຮງຈູງໃຈຂອງຜູ້ບໍລິຈາກ ເລືອດ ການສ້າງຄວາມຜູກພັນ ແລະ ຮັກສາຜູ້ບໍລິຈາກໃຫ້ກັບມາບໍລິຈາກຢ່າງຕໍ່ເນື່ອງໃນໄລຍະຍາວ ພ້ອມທັງການວາງແຜນ ແລະ ປະເມີນຜົນວຽກງານໃຫ້ມີຄວາມຊັດເຈນ.

ນອກຈາກນັ້ນ ຍັງໄດ້ມີການຍົກຫຼາຍບັນຫາມາຮ່ວມສົນທະນາ ເຊັ່ນ: ການປູກຈິດສຳນຶກໃຫ້ຊຸມຊົນ ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນຂອງການບໍລິຈາກເລືອດ ການແກ້ໄຂຄວາມເຂົ້າໃຈຜິດ ທີ່ອາດເປັນ ອຸປະສັກຕໍ່ການບໍລິຈາກ ການສົ່ງເສີມບົດບາດ ແລະ ການມີສ່ວນຮ່ວມຂອງຊຸມຊົນ ການວາງຍຸດທະສາດ ດຶງດູດຊາວໜຸ່ມເຂົ້າມາເປັນຜູ້ບໍລິຈາກເລືອດຮຸ່ນໃໝ່ ລວມເຖິງການນຳໃຊ້ສື່ມວນຊົນ ແລະ ການສື່ສານ ທີ່ມີປະສິດທິຜົນ ໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງແຮງຈູງໃຈໃຫ້ປະຊາຊົນຫັນມາຮ່ວມ ບໍລິຈາກ ເລືອດຫຼາຍຂຶ້ນ.

ພ້ອມກັນນີ້ ທີ່ປະຊຸມຍັງໄດ້ແລກປ່ຽນກໍລະນີສຶກສາ ແລະ ຕົວຢ່າງການດຳເນີນງານ ທີ່ປະສົບ ຜົນສໍາເລັດຈາກການບໍລິຈາກເລືອດພາຍໃນ ສປປ ລາວ ແລະ ສາກົນ ເພື່ອນໍາມາເປັນບົດຮຽນ ແລະ ປັບ ໃຊ້ໃຫ້ເໝາະສົມກັບສະພາບຕົວຈິງຂອງແຕ່ລະພາກສ່ວນ.

ໃນຕອນທ້າຍ ຄະນະຜູ້ຊ່ຽວຊານໄດ້ຮ່ວມແບ່ງປັນປະສົບການ ແລະ ບົດຮຽນຈາກການດຳເນີນວຽກ ງານຕົວຈິງໃນລະດັບສາກົນ ພ້ອມທັງສະທ້ອນເຖິງອຸປະສັກທົ່ວໄປ ແລະ ແນວທາງແກ້ໄຂ ລວມເຖິງ ການກຳນົດຂົງເຂດບູລິມະສິດທີ່ຄວນໄດ້ຮັບການພັດທະນາ ແລະ ສະໜັບສະໜູນໃນອະນາຄົດ.

ພິເສດໃນໂອກາດນີ້ ຄື ຄະນະຜູ້ຊ່ຽວຊານຜູ້ມີປະສົບການດ້ານການປຸກລະດົມຜູ້ບໍລິຈາກເລືອດ ໃນລະ ດັບສາກົນ ແລະ ເປັນຜູ້ທີ່ເຄີຍບໍລິຈາກເລືອດມາແລ້ວຫຼາຍຄັ້ງ ຍັງໄດ້ຮ່ວມບໍລິຈາກເລືອດໃນໂອກາດນີ້ ເພື່ອສະແດງເຖິງຈິດໃຈແຫ່ງການໃຫ້ ແລະ ການເປັນແບບຢ່າງໃນການຊ່ວຍເຫຼືອເພື່ອນມະນຸດ.ກອງປະຊຸມຄັ້ງນີ້ ນັບເປັນອີກກ້າວສຳຄັນໃນການສ້າງຄວາມຮ່ວມມື ແລະ ເສີມສ້າງຂີດຄວາມສາມາດ ດ້ານການປຸກລະດົມຜູ້ບໍລິຈາກເລືອດ ເພື່ອມຸ່ງສູ່ການສ້າງວັດທະນະທໍາການບໍລິຈາກເລືອດຢ່າງສະໝໍ່າສະ ເໝີໃນສັງຄົມລາວ ອັນຈະເປັນພື້ນຖານສຳຄັນໃນການສະໜອງເລືອດໃຫ້ແກ່ຜູ້ປ່ວຍທີ່ມີຄວາມຈຳເປັນ ແລະ ຊ່ວຍຮັກສາຊີວິດຜູ້ຄົນໃນສັງຄົມໃຫ້ມີຄວາມປອດໄພຫຼາຍຂຶ້ນ.

error: Content is protected !!