ເຮັດຊະຊາຍ ຂາຍໜ້າສຸດທາງ

ຂີ່​ລົດ​ເປີດ​ທໍ່​ອາຍ​ເສຍ​ແບບ​ນີ້ ມີ​ບາງ​ຄົນ​ຄິດ​ວ່າ​ບູ້ ວ່າ​ເດັ່ນ ວ່າ​ດັງ ສາ­ມາດ​ດຶງ​ດູດ​ສາຍ­ຕາ​ຄົນ​ໃຫ້​ຫັນ​ມາ​ຈັບ​ຈ້ອງ​ມອງ​ເບິ່ງ​ຕົນ ແຕ່​ບໍ່​ເຫິງ​ດອກ​ນາ ຄົງ​ຮອດ​ຈຸດ​ຈົບ ຖືກ​ວິ­ຈານ​ດ່າ​ປ້ອຍ​ໃຫ້​ດັບ​ຢູ່​ທາງ ພຶດ­ຕິ​ກຳ​ແບບ​ນີ້​ຂັດ​ກັບ​ກົດ​ຈະ­ລາ­ຈອນ ແລະ ທັງ​ເປັນ​ບ່ອນ​ທຳ­ລາຍ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ​ອີກ​ດ້ວຍ ເຮັດ​ແບບ​ນີ້​ຢູ່​ບ່ອນ​ໃດ​ກໍ​ຂາຍ­ໜ້າ​ຢູ່​ບ່ອນ​ນັ້ນ​ແລ.

error: Content is protected !!