ຄວາມປະໝາດ ຄືຄວາມຕາຍ

ການ​ຂີ່​ລົດ­ຈັກ​ດ້ວຍ​ຄວາມ​ເລີ່ນ​ເລີ້ ປະ­ໝາດ ຄື​ເຫັນ​ໃນ​ຮູບ​ກາ​ຕູນ​ແຜ່ນ​ນີ້​ນັ້ນ ມີ​ຄວາມ​ສ່ຽງ​ແບບ​ສຸດໆ ເພາະ​ໜຶ່ງ​ແມ່ນ​ການ​ໃຫ້​ເດັກ­ນ້ອຍ​ນັ່ງ​ຢູ່​ຈຸດ​ທີ່​ບໍ່​ມີ​ຄວາມ​ປອດ​ໄພ ແລະ ສອງ ຜູ້​ຊ້ອນ​ທ້າຍ ແລະ ເດັກ​ບໍ່​ໃສ່​ໝວກ​ກັນ​ກະ­ທົບ ທັງໆ​ທີ່​ກົດ​ຈະ­ລາ­ຈອນ​ໄດ້​ກຳ­ນົດ​ໃຫ້​ທຸກ​ຄົນ​ທີ່​ໃຊ້​ລົດ­ຈັກ ຕ້ອງ​ສວມ​ໝວກ​ກັນ​ກະ­ທົບ ຄວາມ​ປະ­ໝາດ​ຄື​ຄວາມ​ຕາຍ… ບູ­ຮານ​ລາວ​ເຄີຍ​ວ່າ​ໄວ້​ແຕ່​ດົນ​ມາ​ແລ້ວ​ເນີ !.

ຢ່າຕັ້ງຄວາມຫວັງແບບລົມໆແລ້ງໆ

ການ​ຖື​ສິນ​ກິນ​ທານ​ໃນ​ສາ­ສະ­ໜາ​ພຸດ​ເຮົາ​ນັ້ນ ຖ້າ​ເຮັດ​ດ້ວຍ​ຄວາມ​ບໍ­ລິ­ສຸດ​ດ້ວຍ​ໃຈ­ໃສ​ສັດ­ທາ​ແທ້​ນັ້ນ ຄົງ​ບໍ່​ມີ​ຜົນ​ກະ­ທົບ​ຕາມ​ມາ​ແນ່­ນອນ ເພາະ​ການ​ເຊື່ອ​ຖື ຫຼື​ບໍ່​ເຊື່ອ​ຖື​ສາ­ສະ­ໜາ​ນັ້ນ ເປັນ​ສິດ​ຂອງ​ສ່ວນ​ບຸກ­ຄົນ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ ແຕ່​ຖ້າ​ການ​ເຊື່ອ​ຖື​ແບບ​ເຜີ້​ຝັນ ແບບ​ຫວັງ​ສິ່ງ​ຕອບ​ແທນ ເຊັ່ນ ຂໍ​ເລກ​ບັດ​ເລກ​ເບີ ຂໍ​ໃຫ້​ຮັ່ງ­ມີ ດີ​ໄດ້ (ໂດຍ​ບໍ່​ຕ້ອງ​ອອກ­ແຮງ) ແລ້ວ ແນ່­ນອນ​ກໍ​ຈະ​ພົບ​ກັບ​ຄວາມ​ຜິດ​ຫວັງ…

ກິນເຂົ້າຮ່ວມພາ ຢ່າແຍກກຸ່ມລົມກັນ

ເວ­ລາ​ກິນ​ເຂົ້າ​ຮ່ວມ​ພາ ຫຼື ຮ່ວມ​ໂຕະ​ກັບ​ຄົນ​ອື່ນໆ​ນັ້ນ ເຮົາ​ຕ້ອງ​ປະ­ຕິ­ບັດ​ຕົນ​ຢ່າງ​ເໝາະ​ສົມ ຄື​ໂອ້​ລົມ​ທັກ​ທາຍ​ກັບ​ໝົດ​ທຸກ​ຄົນ​ຊ່ຳໆກັນ ແຕ່​ຄວນ​ເອົາ­ໃຈ­ໃສ່​ພິ­ເສດ​ກັບ​ຜູ້​ນັ່ງ​ຢູ່​ຂ້າງ​ເຮົາ ໂດຍ​ສະ­ເພາະ​ແມ່ນ​ຜູ້​ຢູ່​ກ້ຳ​ຂວາ ການ​ຕັກ​ອາ­ຫານ​ກໍ​ບໍ່​ຄວນ​ໂກ້ຍ​ແຕ່​ໃສ່​ຕ່ອນ​ແຊບໆ ຫ້າມ​ຕັກ​ອາ­ຫານ​ໃສ່​ຈານ​ຄັ້ງ​ດຽວ​ໃຫ້​ຄົບ ໃຫ້​ຕັກ​ເອົາ​ເທື່ອ​ລະ​ເຍື່ອງ​ລະ​ສອງ ສິ່ງ​ທີ່​ຄວນ​ລະ­ວັງ​ທີ່​ສຸດ ກໍ​ຄື​ຢ່າ​ລົມ ຫຼື ທັກ​ທາຍ​ແບບ​ແຍກ​ກຸ່ມ​ຈາກ​ຄົນ​ອື່ນ ເພາະ​ເປັນ​ການ​ເສຍ​ມາ­ລະ­ຍາດ​ໂຕະ​ອາ­ຫານ​ໃນ​ເວ­ລາ​ນີ້ ແມ່ນ​ເວ­ທີ​ລວມ​ຊິງ…

ເຮັດບຸນຂໍໃຫ້ເປັນບຸນແທ້ ກຸສົນນັ້ນຈຶ່ງຊິມີ

ການ​ເຮັດ­ບຸນ​ສິນ​ກິນ​ທານ​ນັ້ນ ຂໍ​ໃຫ້​ເຮັດ​ດ້ວຍ​ສັດ­ທາ ກໍ​ຄື ຄວາມ​ເຫຼື້ອມ​ໃສ ເຮັດ​ເພື່ອ​ກຸ­ສົນ​ຜົນ​ບຸນ ເພື່ອ​ຄ້ຳ​ຊູ​ສາ­ສະ­ໜາ ດ້ວຍ​ຄວາມ​ບໍ­ລິ­ສຸດ​ໃຈ​ແທ້ ຢ່າ​ມີ​ແນວ​ແອບ​ແຝງ ເພື່ອ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ເງິນ​ທີ່​ແຜ່​ມາ​ໄດ້​ກໍ​ຕ້ອງ​ນຳ​ໃຊ້​ຕາມ​ຈຸດ­ປະ­ສົງ​ທີ່​ທາງ​ວັດ​ວາງ​ໄວ້ ຢ່າ​ໃຫ້​ເຂົ້າ­ຖົງ​ບຸກ­ຄົນ ມັນ​ຊິ​ເປັນ​ບາບ ເປັນ​ຄາບ​ເປື້ອນ​ເປິ​ສາ­ສະ­ໜາ ຄື​ທີ່​ເຄີຍ​ເປັນ​ຂ່າວ​ຢູ່​ເລື້ອຍໆ.

ໂດຍສານລວມໝູ່ ຢ່າສູ່ເຮັດຕາມໃຈ

ລົດ​ປະ­ຈຳ​ທາງ ຫຼື ທຸກ​ປະ­ເພດ​ລົດ​ໂດຍ­ສານ​ລວມ​ໝູ່​ນັ້ນ ມີ​ເປົ້າ​ໝາຍ​ໃຫ້​ບໍ­ລິ­ການ​ແກ່​ທຸກໆ​ຄົນ ແຕ່​ບໍ່​ແມ່ນ​ເພື່ອ​ໃຫ້​ໃຜ​ຜູ້​ໜຶ່ງ​ໃຊ້​ພາ­ຫະ­ນະ​ນີ້​ຂົນ​ເຄື່ອງ ຂົນ​ຂອງ​ເກີນ​ກວ່າ​ສິ່ງ​ຕິດ​ຕົວ ເລື່ອງ​ນີ້ ຮູ້​ທັງ​ຮູ້​ແຕ່​ກໍ​ມີ​ບາງ​ຄົນ​ພາ­ໂລ​ເຮັດ ເຊັ່ນ: ເອົາ​ສັດ­ລ້ຽງ (ໝາ-ແບ້) ລົດ­ຖີບ ເຄື່ອງ­ໃຊ້​ໄມ້​ສອຍ ອີ່​ລຸງ​ຕຸງ​ນັງ​ຂຶ້ນ​ນຳ ເຮັດ​ໃຫ້​ລົດ​ມີ​ສະ­ພາບ​ແອ​ອັດ ແທນ​ທີ່​ຊິ​ບັນ­ທຸກ​ຜູ້­ໂດຍ­ສານ​ໄດ້…

ສິ່ງຫ້າມເຮັດໃນໂຕະອາຫານ

ເວ­ລາ​ຮັບ​ປະ­ທານ​ຢູ່​ຮ້ານ​ອາ­ຫານ ຫຼື ໃນ​ງານ​ລ້ຽງ​ງານ​ເຊີນ ເຊິ່ງ​ຕ້ອງ​ໄດ້​ຮັກ­ສາ​ມາ­ລະ­ຍາດ​ນັ້ນ ມັນ​ມີ​ພິ­ທີ­ການ​ທີ່​ຕ້ອງ​ເຮັດ ແລະ ຫ້າມ​ເຮັດ ໜຶ່ງ​ໃນ​ສິ່ງ​ຫ້າມ​ເຮັດ​ເດັດ­ຂາດ ກໍ​ຄື ເມື່ອ​ເວ­ລາ​ບັງ­ເອີນ​ເຮົາ​ເຮັດ​ບ່ວງ ສ້ອມ ໄມ້​ຖູ່ ຫຼື ແພ​ເຊັດ​ມື​ຕົກ­ລົງ​ພື້ນ… ເດັດ­ຂາດ​ຢ່າ​ກົ້ມ​ລົງ​ເພື່ອ​ຈັບ​ເອົາ​ເອງ ໃນ​ງານ​ລ້ຽງ​ສ່ວນ​ຫຼາຍ​ຈະ​ມີ​ຄົນ​ເສີບ​ຄອຍ​ຕິດ­ຕາມ…

ອະນາໄມໄວ້ກ່ອນຈະດີແລ

ເມື່ອ​ບໍ່​ພໍ​ເທົ່າ­ໃດ​ປີ­ຜ່ານ­ມາ ເຄີຍ​ອ່ານ​ຂ່າວ​ພົບ​ວ່າ ທາງ​ການ​ຂອງ​ອິນ​ເດຍ ໄດ້​ອອກ​ກົດ​ເຫຼັກ​ຫ້າມ​ຄົນ​ຂາຍ​ອາ­ຫານ​ສຸກ ເຄື່ອງ​ດື່ມ​ຕາມ​ແຄມ​ທາງ ແກະ​ຂີ້­ດັງ ຖົ່ມ­ນ້ຳ­ລາຍ ຄາກ​ຂີ້​ກະ​ເທີ່ ໄອ ຈາມ ເວ­ລາ ປຸງ ແລະ ບໍ­ລິ­ການ​ອາ­ຫານ​ເຄື່ອງ​ດື່ມ​ໃຫ້​ລູກ​ຄ້າ ເພາະ​ມັນ​ທັງ​ເປັນ​ການ​ເສຍ​ມາ­ລະ­ຍາດ ແລະ…

ເວລາຂັບຂີ່ບໍ່ແມ່ນຍາມໂຕ້ວາທີກັນ

ເວ­ລາ​ໃຊ້​ລົດ­ຈັກ​ໄປ-ມາ ທັງ​ຜູ້​ບັນ­ຊາ​ເຂົາ​ລົດ ທັງ​ຜູ້​ຊ້ອນ​ຄວນ​ຕັ້ງສະ­ຕິ ຢູ່​ໃນ​ບັນ­ຍາ­ກາດ​ສະ­ຫງົບ​ຢ່າ​ວອກ​ຊ້າຍ​ແວກ​ຂວາ ພິ­ເສດ ຢ່າຫາ​ແນວ​ມາ​ລົມ​ກັນ​ແບບ​ຈິງ​ຈັງ​ຟົດ​ເດືອດ​ອອກ­ທ່າ​ອອກ​ທາງ ເຊັ່ນ: ຊີ້​ນັ້ນ​ຊີ້​ນີ້​ໃຫ້​ກັນ​ເບິ່ງ ຜູ້​ຊ້ອນ​ທ້າຍ​ກໍ​ຢ່າ​ຊວນ​ຜູ້​ຂັບ​ລົມ​ຫຼາຍ ສ່ວນ​ຜູ້ຂັບ​ກໍ​ບໍ່​ຈຳ­ເປັນ​ໃຊ້​ມື​ປະ­ກອບ​ເວ­ລາ​ລົມ​ກັບ​ຜູ້​ຊ້ອນ ບໍ່​ຈຳ­ເປັນ​ຕ້ອງ​ບິດຄໍ​ມາ​ເບິ່ງ​ໜ້າ​ຜູ້​ຊ້ອນ ເພື່ອ​ໃຫ້​ຟັງ​ຕົນ ຖ້າ​ໃຜ​ຂືນ​ເຮັດ ແນ່­ນອນ​ຈະ​ມີຄວາມ​ສ່ຽງ​ເກີດ​ອຸ­ບັດ­ເຫດ​ສູງ ມີ​ຫຍັງ​ເວົ້າ​ກັນ​ກໍ​ຄວນ​ລໍ­ຖ້າ​ໄປ​ຮອດຈຸດ­ໝາຍ​ປາຍ­ທາງ​ກ່ອນ ມັນ​ບໍ່​ພໍ​ລົ້ມ​ພໍ​ຕາຍຍ້ອນ​ຕີ​ບໍ…

ສິດສ່ວນຕົວຢ່າເຮັດໃຫ້ສິດລວມມົວໝອງ

ພວກເຮົາເວົ້າແລ້ວ ເວົ້າອີກ ເວົ້າຈົນປາກປຽກວ່າ ເສຍວັດທະ ນະທຳແມ່ນເສຍຊາດ ຍິ່ງເປັນຍຸກໂລກາພິວັດ ປ່ອງທາງສູ່ວັດທະ ນະທຳທີ່ແປກປອມກໍຍິ່ງເປີດກວ້າງ ແຕ່ພ້ອມດຽວກັນກໍມີວັດທະນະ ທຳດີໆຂອງຕ່າງປະເທດ ທີ່ພວກເຮົາຄວນເບິ່ງໄວ້ເປັນບົດຮຽນ… ຂໍຢໍ້າວ່າ ຢ່າເບິ່ງແຕ່ດ້ານດຽວ ແຕ່ການນຸ່ງຖືແບບແປກແນວແລ້ວຖື ວ່າຕົນເອງເດັ່ນດີ ບໍ່ຄືໃຜ…

error: Content is protected !!