ໂດຍ: ສ.ແສງງາມ

ທ່າມກາງສາຍລົມເຢັນຈາກພູສູງ, ທຸງອະທິຖານ ຫຼາຍສີ ສັນທີ່ພັດປິວໄປຕາມສາຍລົມ, ສຽງກະດິ່ງອັນດັ່ງມາແຕ່ ໄກໆ ແລະ ຖະໜົນຫີນທີ່ປູດ້ວຍຮອຍອະດີດອັນຍາວນານ, ຊາງກາຣີ-ລາ (Shangri-La) ເມືອງໃນເຂດປົກ ຄອງຕົນ ເອງ ຊົນເຜົ່າທິເບດ ຕີ້ຊິງ (Diqing) ແຂວງຢຸນນານ ສປ ຈີນ, ກຳລັງເປີດເຜີຍສະເໜ່ອັນງົດງາມຂອງຕົນໃຫ້ຜູ້ມາ ຢ້ຽມ ຢາມໄດ້ສຳຜັດ. ທີ່ນີ້ບໍ່ມີພຽງທິວທັດອັນຕະການຕາ ຫຼື ອາກາດສົດຊື່ນຂອງພູສູງເທົ່ານັ້ນ, ແຕ່ຍັງເປັນດິນແດນ ທີ່ ວັດທະນະທຳ, ສັດທາ, ວິຖີຊີວິດ ແລະ ທຳມະຊາດຮ່ວມ ກັນສ້າງເປັນສະເໜ່ທີ່ບໍ່ຄ້າຍຄືກັບບ່ອນໃດ.

ຊາງກາຣີ-ລາ ຕັ້ງຢູ່ໃນເຂດພູສູງທາງຕາເວັນຕົກສຽງ ເໜືອຂອງແຂວງຢຸນນານ, ມີຄວາມສູງຈາກລະດັບນ້ຳທະ ເລປະມານ 3.000 ແມັດ, ທິວທັດຮອບຕົວເປັນທັງພູສູງ, ທົ່ງຫຍ້າ, ປ່າໄມ້, ແມ່ນ້ຳ ແລະ ຮ່ອມພູ. ຄວາມສູງ ແລະ ສະພາບພູມສັນຖານປະເທດ ສ້າງໃຫ້ເມືອງແຫ່ງນີ້ມີອາ ກາດເຢັນສະບາຍໃນລະດູຮ້ອນ, ຂະນະທີ່ລະດູໜາວມີອາ ກາດໜາວເຢັນ ແລະ ມັກມີທ້ອງຟ້າປອດໂປ່ງ, ເປັນບັນ ຍາກາດທີ່ດຶງດູດຜູ້ຮັກການເດີນທາງ ແລະ ຜູ້ທີ່ຢາກຫຼີກ ໜີຈາກຄວາມວຸ້ນວາຍຂອງເມືອງໃຫຍ່.
ຊື່ ຊັ່ງກາຣີລາ ຫຼື Shangri-La ຍັງມີສະເໜ່ຈາກຈິນຕະ ນາການຂອງຜູ້ຄົນທົ່ວໂລກ, ເຊິ່ງມີທີ່ມາຈາກນິຍາຍ
Lost Horizon ຂອງ James Hilton ທີ່ຕີພິມໃນປີ 1933, ເລື່ອງລາວໄດ້ບັນຍາຍເຖິງດິນແດນອັນສະຫງົບສຸກ, ງົດ ງາມ ແລະ ເປັນສະຖານທີ່ ທີ່ຜູ້ຄົນປາຖະໜາຈະຄົ້ນພົບ. ຈາກຊື່ Zhongdian ໃນອະດີດ, ເມືອງໄດ້ປ່ຽນຊື່ເປັນ Shangri-La ໃນປີ 2001, ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເປີດໂອກາດໃຫ້ຜູ້ຄົນໄດ້ມາຄົ້ນພົບດິນແດນທີ່ມີສະເໜ່ແຫ່ງນີ້ດ້ວຍຕົນເອງ.ຫາກຢາກສຳຜັດກັບຮອຍອະດີດ ແລະ ສະເໜ່ຂອງວັດທະ ນະທຳທິເບດ, ດຸເຄຊອງ (Dukezong Ancient Town) ຄືຈຸດ ໝາຍທີ່ບໍ່ຄວນພາດ.

ເມືອງເກົ່າທິເບດທີ່ມີ ປະຫວັດສາດຍາວນານກວ່າ 1.000 ປີ, ເຄີຍເປັນສູນກາງ ສຳຄັນຕາມເສັ້ນທາງການຄ້າໃນອະດີດ ແລະ ເປັນຈຸດພົບ ປະຂອງວັດທະນະທຳຫຼາຍຊົນເຜົ່າ.ພາຍໃນເມືອງເກົ່າມີຖະໜົນຫີນ, ເຮືອນໄມ້ທີ່ປະດັບປະດາ ໃນຮູບແບບທິເບດ, ຮ້ານຄ້າຂະໜາດນ້ອຍ, ຮ້ານກາເຟ, ຮ້ານອາຫານ ແລະ ຮ້ານຂາຍຫັດຖະກຳພື້ນເມືອງ.

ການຍ່າງຕາມທາງຮ່ອມຂອງເມືອງເກົ່າ ອາດບໍ່ໄດ້ເປັນພຽງ ການທ່ຽວຊົມສະຖານທີ່, ແຕ່ຄືການຄ່ອຍໆສຳຜັດກັບຊີ ວິດທີ່ດຳເນີນໄປຢ່າງມີຈັງຫວະ. ຜູ້ຄົນທ້ອງຖິ່ນຍັງຄົງດໍາ ເນີນຊີວິດປະຈຳວັນ, ບາງຄົນກໍາລັງຍ່າງໄປວັດ, ບາງຄົນ ກຳລັງຈັດຮ້ານ, ຂະນະທີ່ນັກທ່ອງທ່ຽວພາກັນຍ່າງຊົມ ຄວາມງົດງາມ, ຖ່າຍຮູບ ແລະ ຄົ້ນຫາມຸມທີ່ຕົນເອງປະ ທັບໃຈ.ໜຶ່ງໃນຈຸດທີ່ດຶງດູດສາຍຕາໃນເມືອງເກົ່າ ແມ່ນຫໍກອງອະ ທິຖານຂະໜາດໃຫຍ່ ບາງຄົນກໍວ່າ ຫໍກອງພາວະນາ (Prayer Wheel) ເຊິ່ງຕັ້ງຢູ່ເທິງເນີນສູງ, ກາຍເປັນ ສັນຍາລັກ ສຳຄັນ ຂອງເມືອງ.


ກອງອະທິຖານສີທອງຂະ ໜາດໃຫຍ່ ທີ່ປະ ດັບດ້ວຍລວດລາຍທາງສາສະໜາ, ເປັນ ຈຸດທີ່ນັກທ່ອງ ທ່ຽວມັກຂຶ້ນໄປຊົມວິວທິວທັດຂອງເມືອງ ຈາກມູມສູງ. ເມື່ອເບິ່ງລົງມາ, ຈະເຫັນຫຼັງຄາເຮືອນທິເບດ ທີ່ຮຽງຕົວກັນຢູ່ທ່າມກາງພູມິທັດພູສູງ, ເປັນພາບທີ່ສ້າງ ຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມທີ່ຢາກເກັບຄວາມຊົງຈຳຂອງເມືອງແຫ່ງນີ້.ອີກສິ່ງໜຶ່ງທີ່ເຮັດໃຫ້ຊາງກາຣີ-ລາ ມີຄວາມແຕກຕ່າງຈາກ ຫຼາຍເມືອງທ່ອງທ່ຽວ, ແມ່ນວັດທະນະທຳທິເບດທີ່ຍັງຄົງ ມີຊີວິດ ແລະ ປະກົດໃຫ້ເຫັນຢ່າງຊັດເຈນໃນຫຼາຍມຸມຂອງ ເມືອງ.



ທຸງອະທິຖານຫຼາຍສີທີ່ພັດໄປຕາມສາຍລົມ, ວັດທິ ເບດ, ຮູບປັ້ນທາງສາສະໜາ, ບົດສວດ ແລະ ສັນຍາລັກ ທາງພຸດສາສະໜາທິເບດ ລ້ວນແຕ່ເປັນສ່ວນໜຶ່ງຂອງ ບັນຍາກາດໃນເມືອງ.ສຳລັບຜູ້ມາຢ້ຽມຢາມ, ການໄດ້ຍ່າງຊົມວັດ, ສັງເກດວິຖີ ການພາວະນາຂອງຜູ້ຄົນ, ຊົມສິລະປະການຕົກແຕ່ງອາ ຄານ ແລະ ຮຽນຮູ້ຄວາມໝາຍຂອງສັນຍາລັກທາງສາສະ ໜາ, ອາດເປັນປະສົບການທີ່ມີຄວາມໝາຍຫຼາຍກວ່າ ການຖ່າຍຮູບເກັບໄວ້. ເພາະມັນເປັນການຄ່ອຍໆຮຽນຮູ້ ວັດທະນະທຳທີ່ມີຄວາມເຊື່ອ, ຄວາມສັດທາ ແລະ ຄວາມ ຜູກພັນກັບທຳມະຊາດເປັນພື້ນຖານຂອງຊີວິດ.



ຕີ້ຊິງ ຍັງເປັນພື້ນທີ່ ທີ່ມີຄວາມຫຼາກຫຼາຍດ້ານຊົນເຜົ່າ, ທັງຊາວທິເບດ, ລີຊູ, ໜ່າຊີ, ຮັ້ນ ແລະ ຊົນເຜົ່າອື່ນໆ. ຄວາມຫຼາກຫຼາຍນີ້ສ້າງໃຫ້ພື້ນທີ່ມີສະເໜ່ທັງດ້ານພາສາ, ອາຫານ, ການແຕ່ງກາຍ, ດົນຕີ, ຫັດຖະກຳ ແລະ ວິຖີຊີ ວິດທີ່ແຕກຕ່າງກັນ. ສຳລັບຜູ້ມາຢ້ຽມຢາມ, ນີ້ຄືໂອກາດ ທີ່ຈະຮູ້ຈັກຫຼາຍກວ່າສະຖານທີ່, ແຕ່ຍັງໄດ້ຮູ້ຈັກຜູ້ຄົນ ແລະ ຄວາມຫຼາກຫຼາຍທີ່ປະກອບເປັນເອກະລັກຂອງດິນແດນ ແຫ່ງນີ້.

ສະເໜ່ຂອງຊາງກາຣີ-ລາ ບໍ່ໄດ້ຈຳກັດຢູ່ພຽງແຕ່ພາຍໃນ ເມືອງເກົ່າ, ແຕ່ຍັງຂະຫຍາຍອອກໄປສູ່ທິວທັດຂອງທຳມະ ຊາດທີ່ກວ້າງໃຫຍ່, ເຊິ່ງເປັນເຫດຜົນໃຫ້ນັກທ່ອງທ່ຽວ ຫຼາຍຄົນເລືອກເດີນທາງມາສຳຜັດທິວທັດຂອງພູສູງແຫ່ງນີ້.ອຸທິຍານແຫ່ງຊາດ ໂປແທັດໂຊ(Potatso National Park) ເປັນໜຶ່ງໃນສະຖານທີ່ທຳມະຊາດສຳຄັນຂອງ ຊາງກາຣີ-ລາ, ເປັນສ່ວນໜຶ່ງຂອງເຂດມໍລະດົກໂລກທາງ ທຳມະຊາດຈຸດຂະໜານກັນຂອງແມ່ນໍ້າທັງສາມສາຍ ຫຼື Three Parallel Rivers of Yunnan Protected Areas.

ພາຍໃນອຸມິຍານມີທະເລສາບ ຫຼື ບຶງທີ່ກວ້າງ ໃຫຍ່, ປ່າໄມ້, ທົ່ງຫຍ້າ, ພື້ນທີ່ຊຸ່ມນໍ້າ ແລະ ລະບົບນິເວດ ທີ່ມີຄວາມສຳຄັນ. ສວນແຫ່ງນີ້ຍັງເປັນສວນສາທາລະນະ ແຫ່ງທຳອິດໃນຈີນທີ່ຜ່ານມາດຕະຖານສວນສາທາລະນະຂອງ IUCN.ພາບຂອງທະເລສາບທີ່ມີຜືນນ້ຳໃສ, ປ່າໄມ້ທີ່ປ່ຽນສີຕາມ ລະດູການ ແລະ ທິວທັດທີ່ປົກຄຸມດ້ວຍທົ່ງຫຍ້າ ກາຍເປັນ ຈຸດໝາຍທີ່ຜູ້ຮັກທຳມະຊາດສາມາດໃຊ້ເວລາທິວທັດ,ຍ່າງຕາມເສັ້ນທາງທຳມະຊາດ ແລະ ສຳຜັດກັບອາກາດອັນສົດ ຊື່ນຂອງພູສູງ.

ຄວາມປະທັບໃຈຂອງຜູ້ມາຢ້ຽມຢາມຊາງກາຣີ-ລາ ອາດມີ ຄວາມແຕກຕ່າງກັນຕາມຈຸດໝາຍທີ່ເຂົາເລືອກ, ແຕ່ສິ່ງທີ່ ມັກປະກົດຢູ່ໃນປະສົບການຂອງການເດີນທາງ ແມ່ນ ຄວາມຮູ້ສຶກທີ່ໄດ້ອອກຈາກຄວາມວຸ້ນວາຍຂອງເມືອງໃຫຍ່, ມາສຳຜັດກັບທຳມະຊາດ, ຄວາມງຽບສະຫງົບ ແລະ ວິຖີ ຊີວິດທີ່ມີຄວາມເຊື່ອມໂຍງກັບທິວທັດທີ່ສວຍງາມອ້ອມ ຮອບຕົວ.ສຳລັບນັກທ່ອງທ່ຽວທີ່ເດີນທາງມາສຳຜັດຊາງກາຣີ-ລາ, ຄວາມປະທັບໃຈອາດບໍ່ໄດ້ຢູ່ພຽງການໄດ້ເຫັນທິວທັດອັນງົດງາມ ຫຼື ການໄດ້ຖ່າຍຮູບໃນສະຖານທີ່ ທີ່ມີຊື່ສຽງ, ແຕ່ ອາດຢູ່ທີ່ຄວາມຮູ້ສຶກທີ່ໄດ້ສຳຜັດກັບບັນຍາກາດທີ່ແຕກ ຕ່າງຈາກຊີວິດປະຈຳວັນ. ທັງຄວາມງຽບສະຫງົບຂອງ ເມືອງເກົ່າ, ສະເໜ່ຂອງສະຖາປັດຕະຍະກຳ, ຄວາມເຊື່ອ ທາງສາສະໜາ, ວິຖີຊີວິດຂອງຊາວທິເບດ ແລະ ທິວທັດ ທຳມະຊາດທີ່ກວ້າງໄກ, ລ້ວນແຕ່ເປັນສ່ວນປະກອບທີ່ ສ້າງໃຫ້ການເດີນທາງມີຄວາມໝາຍຍິ່ງຂຶ້ນ.

ການຍ່າງຕາມຖະໜົນຫີນໃນຕອນເຊົ້າ, ການໄດ້ດື່ມຊາອຸ່ນ ໃນຮ້ານກາເຟທີ່ສາມາດເຫັນທິວທັນຂອງພູສູງ, ການ ໄດ້ຍິນສຽງສວດມົນພາວະນາຈາກວັດ ຫຼື ການໄດ້ສຳຜັດ ກັບສາຍລົມເຢັນທີ່ພັດຜ່ານທຸງອະທິຖານ, ອາດເປັນ ຄວາມຊົງຈຳທີ່ຄ່ອຍໆປະກອບເປັນຄວາມປະທັບໃຈຂອງ ການເດີນທາງ.ຊາງກຣີ-ລາ ຈຶ່ງບໍ່ແມ່ນພຽງເມືອງທ່ອງທ່ຽວທີ່ມີທິວທັດ ງົດງາມ, ແຕ່ເປັນດິນແດນທີ່ມີຄວາມໝາຍຫຼາຍມິຕິ, ທັງ ປະຫວັດສາດ, ວັດທະນະທຳ, ສັດທາ, ທຳມະຊາດ ແລະ ຜູ້ຄົນ.

ສະເໜ່ຂອງເມືອງແຫ່ງນີ້ອາດບໍ່ໄດ້ປະກົດຂຶ້ນຢ່າງ ຮີບ ຮ້ອນ, ແຕ່ຄ່ອຍໆປະກອບເປັນຄວາມຊົງຈຳຜ່ານທຸກ ກ້າວຂອງການເດີນທາງ ແລະ ບາງທີ, ຄວາມໝາຍຂອງ Shangri-La ອາດບໍ່ໄດ້ຢູ່ທີ່ການເປັນດິນແດນໃນນິຍາຍ ທີ່ຜູ້ຄົນເຄີຍຝັນຫາ, ແຕ່ຢູ່ທີ່ການເປັນສະຖານທີ່ຈິງ ທີ່ ເຮົາສາມາດເດີນທາງໄປສຳຜັດ, ເບິ່ງ, ຮູ້ສຶກ ແລະ ຄ່ອຍໆ ຄົ້ນພົບຄວາມງົດງາມຂອງມັນດ້ວຍຕົນເອງ.