ແຂວງຫົວພັນ, ໃນວັນທີ 23 ເດືອນພະຈິກ 2026 ອົງ ການອາຫານໂລກ ແລະ ກົມສົ່ງເສີມກະສິກໍາ ແລະ ສະຫະ ກອນ, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ພາຍໃຕ້ໂຄງ ການ “ສົ່ງເສີມການຜະລິດກະສິກຳໃຫ້ແກ່ແມ່ຍິງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ”, ໄດ້ຈັດພິທີມອບ-ຮັບເງີນສະໜັບສະໝູນການຜະລິດກະສິກໍາລະດູແລ້ງໃຫ້ແກ່ແມ່ຍີງຈໍານວນ 1.001 ຄົນ ຈາກ 23 ບ້ານເປົ້າໝາຍໂຄງການ ເຊີ່ງກວມເອົາໃນເມືອງ ຊ່ອນ 11 ບ້ານ ແລະ ເມືອງ ຊໍາໃຕ້ 12 ບ້ານ.

ພິທີດັ່ງກ່ວາໄດ້ຈັດຂື້ນທີ່ ບ້ານ ຊ່ອນໃຕ້ ເມືອງຊ່ອນ, ແຂວງຫົວພັນ. ອົງການອາຫານໂລກ ຕ່າງໝ້າມອບໂດຍ ທ່ານ ນາງ ມາລີກ້າ ກູເດີລຽນ ຫົວໜ້າແຜນງານຂອງອົງການອາຫານໂລກ ແລະ ທ່ານ ນາງສຸລິລັກ ຄຳວົງສາ, ຮອງຫົວຫນ້າພະແນກກະສິກພ ແຂວງຫົວພັນເປັນຜູ້ຕາງໜ້າຮັບເອົາທືນດັ່ງກ່ວາ. ໂຄງການ “ສົ່ງເສີມການຜະລິດກະສິກຳໃຫ້ແກ່ແມ່ຍິງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ” ແມ່ນຈັດຕັ້ງປະຕິບັດໃນກໍານົດເວລາ 3 ປີ ຢູ່ໃນເມືອງ ຊ່ອນ ແລະ ເມືອງຊໍາໃຕ້ ເຊີ່ງໄດ້ຮັບການສະໜັບສະໝູນຈາກລັດຖະບານປະເທດໄອແລນ. ໂດຍມີເປົ້າໝາຍເພື່ອເພີ່ມຄວາມສາມສດໃນການຄໍ້າປະ ກັນທາງດ້ານສະບຽງອາຫານ ແລະ ໂພສະນາການໃນກຸ່ມແມ່ຍີງທີ່ມີຄວາມບອບບາງໃຫ້ມີຄວາມທົນທານຕໍ່ສະພາບ ການປ່ຽນແປງຂອງດີນຟ້ອາອາກາດໂດຍສະເພາະແມ່ນເນັ້ນໃສ່ບັນດາບ້ານເປົ້າໝາຍທີ່ມີຄວາມສ່ຽງຕໍ່ໄພພິບັດ ແລະ ສຸ່ມສ້າງຄວາມເຂັ້ມແຂງໃນກາປັບຕົວທາງດ້ານກະສິກໍາ, ສະໜັບສະໝູນທາງດ້ານການເງີນຂະໜາດນ້ອຍໃນການຜະລິດກະສິກໍາ ແລະ ການຄຸ້ມຄອງໄພພິບັດໃນຊຸມ ຊົນ. ການມອບເງີນໃນຄັ້ງນີ້ ເປັນຄັ້ງທີ່ 2 ເພື່ອສະໜັບສະໝູນແມ່ຍີງຊາວກະສິກອນທີ່ນອນໃນເປົ້າໝາຍຂອງໂຄງການເພື່ອຈັດຊື້ປັດໃຈເຂົ້າໃນການຜະລິດກະສິກໍາລະດູແລ້ງເຊັ່ນ: ແນວພັນພືດ ແລະ ແນວພັນສັດ, ຝຸ່ນ, ວັດສະດຸ ແລະ ອຸປະກອນທີ່ຈຳເປັນອື່ນໆທີ່ຈໍາເປັນເພື່ອນໍາເຂົ້າໃຊ້ໃນການຜະລິດກະສິກໍາໃນລະດູແລ້ງ.




ການສະໜັບສະໝູນຄັ້ງທີ່ 1 ໂຄງການແມ່ນໄດ້ເຮັດການແຈກຈ່າຍເງີນຊ່ວຍ ເຫລືອແມ່ຍີງຊາວກະສິກອນທີ່ນອນໃນເປົ້າໝາຍໂຄງການໃນເພືອນພຶດສະພາທີ່ຜ່ານມາ ເພື່ອຈັດຊື້ປັດໃຈການຜະລິດກະສິກໍາສໍາລັບລະດູຝົນມີແມ່ຍີງທີ່ໄດ້ຮັບທືນທັງໝົດ 998 ຄົນ. ຈໍານວນແມ່ຍີງຊາວກະສິ ກອນຈໍານວນ 1.001 ຄົນ ຈາກ 23 ບ້ານໃນເມືອງຊ່ອນ ແລະ ຊໍາໃຕ້ ແມ່ນຈະໄດ້ຮັບເງີນຈໍານວນ 2.650.000 ກີບຕໍ່ຄົນຄົວເຮືອນ ລວມເປັນເງີນທັງໝົດ 2,652,650,000 ກີບ ເພື່ອນຳໄປລົງທຶນໃນການຜະລິດກະສິກໍາ ແລະ ສ້າງຄວາມໝັ້ນຄົງດ້ານອາຫານ ພ້ອມທັງເພີ່ມລາຍຮັບໃຫ້ແກ່ຄົວເຮືອນ. ຄຽງຄູ່ກັບການສະໜັບ ສະໜູນດ້ານເງິນສົດ ອົງການອາຫານໂລກ ແລະ ກົມສົ່ງ ເສີມກະສິກຳ ຍັງໄດ້ຈັດຝຶກອົບຮົມໃຫ້ແກ່ແມ່ຍີງໃນຫົວຂໍ້ການບໍລິຫານການເງິນສໍາລັບຄົວເຮືອນ, ສົ່ງເສີມທາງດ້ານໂພສະນາການ, ການຮັບມືກັບການປ່ຽນແປງດິນຟ້າອາ ກາດ ແລະ ການນຳໃຊ້ເຕັກນິກການກະສິກຳທີ່ເໝາະສົມເພື່ອປັບຕົວກັບສະພາບອາກາດທີ່ມີປ່ຽນແປງ, ກິດຈະກຳເຫຼົ່ານີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການເສີມສ້າງຄວາມສາມາດໃຫ້ແກ່ແມ່ຍິງຊາວກະສິກອນ ເພື່ອໃຫ້ສາມາດນຳໃຊ້ເທັກນິກການຜະລິດກະສິກໍາທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດ.




ເພື່ອຍົກລະດັບຄຸນນະພາບຊີວິດ, ຄວາມມັ່ນຄົງດ້ານອາ ຫານ ແລະ ຄວາມຢູ່ດີກິນດີຂອງແມ່ຍີງ ແລະ ຄົວເຮືອນໃນເຂດຊົນນະບົດ.
ພາຍຂ່າວ ອົງການອາຫານໂລກ (WFP)