ກ່ອນອອກເຮືອນ ເຕືອນຕົນເອງໃຫ້ກຽມພ້ອມ

ໃນ​ປັດ­ຈຸ­ບັນ ຢູ່​ຕາມ​ທາງ​ໃນ​ຕົວ​ເມືອງ​ໃຫຍ່ໆ ໂດຍ​ສະ­ເພາະ ແມ່ນ​ຢູ່​ນະ­ຄອນ­ຫຼວງ​ພວກ​ເຮົາ​ນີ້​ມີ​ຍານ­ພາ­ຫະ­ນະ​ຄັບ­ຄາ​ໜາ ແໜ້ນ ປານ​ເສັ້ນ​ເຂົ້າ­ປຸ້ນ ໂດຍ​ສະ­ເພາະ ແມ່ນ​ໃນ​ຊົ່ວ­ໂມງ​ຮີບ​ດ່ວນ (Rush hour) ດັ່ງ­ນັ້ນ ທຸກ​ຄັ້ງ​ກ່ອນ​ອອກ​ຈາກ​ເຮືອນ​ຕ້ອງ​ມີ​ການ ວາງ​ແຜນ ແລະ ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເຊັ່ນ: ນ້ຳ­ມັນ​ລົດ ພໍ​ພຽງ​ແລ້ວ​ບໍ່ ? ສະ­ພາບ​ຮ່າງ­ກາຍ​ເຮົາ​ເດ ? ຄວນ​ມີ​ຢາ­ດົມ​ຕິດ​ໂຕ ຫຼື ບໍ່ ເມື່ອ​ເວ­ລາ​ລົດ​ຕິດ​ດົນໆ ແລະ ສຳ­ຄັນ​ແມ່ນ​ເລື່ອງ “ປົດ​ທຸກ” ຄື: ຖ້າ​ຈຳ­ເປັນ​ຄວນ​ປົດ​ທຸກ​ຢູ່​ເຮືອນ​ໄວ້​ກ່ອນ ເວ­ລາ​ໄປ​ງານ​ລ້ຽງ ຊຸມ​ແຊວ ການ​ດື່ມ​ການ​ກິນ​ກໍ​ຕ້ອງ​ລະ­ວັງ ແນວ​ຊິ​ອາ​ລະ​ວາດ​ທ້ອງ ເວ­ລາ​ຂັບ​ລົດ ບໍ່​ຊັ້ນ​ກໍ​ອາດ​ຕ້ອງ​ໄດ້​ປົດ​ທຸກ​ຢູ່​ຂ້າງ​ທາງ​ອ້າງ​ສາຍ­ຕາ ຄົນ​ອື່ນ ຄື​ເຫັນ​ໃນ​ຮູບ​ກາ​ຕູນ​ນີ້​ລະ !.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!