ສັງຄົມແອອັດຕາມຕົວເມືອງໃຫຍ່ໃນປັດຈຸບັນ ຄົນທັງຫຼາຍມັກຊອກໄປຊຸມແຊວແຫ້ນກິນຕາມສວນສາທາລະນະ ຕາມແຄມຫ້ວຍ ລຳເຊ ກ້ອງຕົນໄມ້ໃຫຍ່ ຕາມເກາະດອນ ແລະ ໂຂດຫີນ ຫຼື ປາກຖ້ຳ ບ່ອນມີທຳມະຊາດອັນພິດສະດານຫວານອາລົມ ແຕ່ຂໍຢ່າລືມວ່າກິນແລ້ວຕ້ອງມ້ຽນ ປັດກວາດສະຖານທີ່ສະອາດງາມຕາໄວ້ສຳລັບຄົນອື່ນ ຖ້າກິນແລ້ວຖິ້ມ ຄືເຫັນໃນຮູບກາຕູນນີ້ ທ່ານກໍຈະໄດ້ຊື່ວ່າເປັນຄົນຂາດຄວາມຮັບຜິດຊອບ ບໍ່ມີສັກສິດຂອງຄວາມເປັນມະນຸດທີ່ສີວິໄລເຫຼືອຢູ່ເລີຍ !.
ໂດຍ: ສາວສິ້ນແຕ້ມ