ຢູ່ລາວ ພາສາລາວເປັນເຈົ້າ

ຫວ່າງ​ບໍ່​ດົນ​ມາ​ນີ້ ຢູ່​ແຂວງ​ບໍ່​ແກ້ວ​ໄດ້​ມີ​ບັ້ນ​ປົດ​ປ້າຍ​ບໍ­ລິ­ສັດ ຫ້າງ​ຮ້ານ ທີ່​ລະ­ເມີດ​ກົດ​ລະ­ບຽບ​ວ່າ​ດ້ວຍ​ປ້າຍ ເຊັ່ນ: ຂຽນ​ພາ­ສາ​ຕ່າງ­ປະ­ເທດ​ໄວ້​ເບື້ອງ​ເທິງ ຫຼື ອອກ​ໜ້າ​ກ່ອນ ຂຽນ​ພາ­ສາ​ລາວ​ໄວ້​ກ້ອງ ຫຼື ຂຽນ​ໂຕ​ນ້ອຍໆ​ກວ່າ ນອກ​ນັ້ນ ກໍ​ຍັງ​ມີ​ກໍ­ລະ­ນີ​ຂຽນ​ພາ­ສາ​ລາວ​ຜິດ​ຫຼັກ​ໄວ­ຍາ­ກອນ ຜິດ​ຄວາມ​ໝາຍ ເລື່ອງ​ນີ້​ຂໍ​ຕົບ­ມື​ຊົມ­ເຊີຍ ອົງ­ການ​ປົກ­ຄອງ​ແຂວງ​ບໍ່​ແກ້ວ ແລະ ເຈົ້າ​ໜ້າ­ທີ່​ສະ­ເພາະ​ກິດ ຫວັງ​ວ່າ​ບົດ­ຮຽນ​ຂອງ​ແຂວງ​ບໍ່​ແກ້ວ ຈະ​ແຜ້ວ​ທາງ​ໄປ​ສູ່​ການ​ແກ້​ໄຂ​ບັນ­ຫາ​ເນື້ອ​ໃນ ປ້າຍ​ທີ່​ລະ­ເມີດ​ລະ­ບຽບ​ກົດ­ໝາຍ ແລະ ຢຽບ​ຢ່ຳ​ກຽດ​ສັກ​ສີ​ຂອງ​ພາ­ສາ​ລາວ​ພວກ​ເຮົາ.

error: Content is protected !!