ສິນໄຊສອນຍັກ

ອຳ­ນາດ​ຂອງ​ຄວາມ​ໂລບ​ເຮັດ​ໃຫ້​ຄົນ​ຕາ​ດີ ກາຍ­ເປັນ​ຄົນ​ຕາ­ບອດ ເຮັດ​ໃຫ້​ຄົນ​ໃຈ­ດີ​ກາຍ­ເປັນ​ຄົນ​ໃຈ​ມືດ​ບອດ ບໍ່​ສາ­ມາດ​ແຍກ​ແຍະ​ຜິດ​ຖືກ​ຊົ່ວ​ດີ ເຊັ່ນ​ດຽວ​ກັບ​ຍັກ​ກຸມ­ພັນ​ທີ່​ເຮັດ​ຜິດ​ຮີດ­ຄອງ​ສິນ​ທຳ ໄປ​ລັກ​ເອົາ​ນາງ ສຸ​ມຸນ­ທາ ມາ​ເປັນ​ເມຍ​ທີ່​ຂາດ​ຈິດ​ສຳ­ນຶກ ບໍ່​ເຄົາ­ລົບ​ກົດ­ໝາຍ​ຂອງ​ບ້ານ​ເມືອງ ເຊິ່ງ​ສາ­ມາດ​ຕີ​ຄວາມ​ໄດ້​ວ່າ ຍັກ​ກຸມ­ພັນ​ໃຊ້​ອຳ­ນາດ​ບາດ​ໃຫຍ່ ຍາດ​ຊິງ​ເອົາ​ສິ່ງ​ທີ່​ຕົນ​ຢາກ​ໄດ້ ເຖິງ​ແມ່ນ​ວ່າ​ມັນ​ຈະ​ຜິດ​ມະ­ນຸດ­ສະ­ທຳ ຍັກ​ກຸມ­ພັນ ກໍ​ບໍ່​ຄຳ­ນຶງ​ເຖິງ.

ສິນ​ໄຊ ໄດ້​ໄປ​ຕາມ​ເອົາ​ອາ​ສຸ​ມຸນ­ທາ ຢູ່​ເມືອງ​ອະ​ໂນ​ລາດ ນຳ​ຍັກ​ກຸມ­ພັນ ເຊິ່ງ​ສິນ​ໄຊ​ພະ­ຍາ­ຍາມ​ໃຊ້ ວິ­ທີ​ການ​ສັນ­ຕິ​ວິ­ທີ​ເຈລະ­ຈາ ແຕ່​ຍັກ​ກຸມ­ພັນ​ບໍ່​ເອົາ ໃຈ​ໃສ່​ເຄົາ­ລົບ​ສິນ​ທຳ ຈຶ່ງ​ເກີດ​ການ​ຕໍ່­ສູ້ ນຳ​ມາ​ເຊິ່ງ ການ​ສູນ​ເສຍ​ຊີ­ວິດ ຊັບ​ສິນ ເພາະ​ສົງ­ຄາມ ຍ່ອມ​ມີ ແຕ່​ການ​ທຳ­ລາຍ ຍັກ​ກຸມ­ພັນ​ຕາຍ​ໄປ ສິນ​ໄຊ ຈຶ່ງ​ໄດ້​ນຳ​ເອົາ​ນາງ ສຸ​ມຸນ­ທາ ກັບ​ເມືອງ​ເປັງ​ຈານ ແລະ ໄດ້​ແຕ່ງ­ຕັ້ງ​ທ້າວ ຍັກ ວັນ​ນຸ​ລາ ເຊິ່ງ​ເປັນ​ລູກ​ຂອງ​ຍັກ​ກຸມ­ພັນ​ຂຶ້ນ​ເປັນ​ຜູ້​ຄອງ​ເມືອງ​ແທນ ແລ້ວ​ໄດ້​ອະ­ທິ­ບາຍ​ເຖິງ​ວິ­ທີ​ປົກ­ຄອງ​ບ້ານ​ເມືອງ​ໃຫ້​ຢູ່​ເປັນ​ສຸກ ດັ່ງ​ຈະ​ຍົກ​ບາງ​ປະ­ເດັນ​ລຸ່ມ​ນີ້:

ສິນ​ໄຊ ໄດ້​ກ່າວ​ຖາມ​ຍັກ ວັນ​ນຸ​ລາ ວ່າ: ໂຕ​ເອງ​ເປັນ ຜູ້​ໃຫຍ່ ປຽບ​ດັ່ງ​ຂື່​ຂາງ­ເມືອງ ເປັນ​ຫຍັງ​ຈຶ່ງ​ວາງ​ເສີຍ ບໍ່​ເຂົ້າ​ຫ້າມ​ປາມ​ເຈລະ­ຈາ​ໄກ່​ເກ່ຍ ເຊິ່ງ​ບໍ່​ສົມ​ກັບ​ເປັນ​ຜູ້​ໃຫຍ່.

ສິນ​ໄຊ ໄດ້​ຍົກ​ເອົາ​ສິນ 5 ແລະ ອະ­ລິ­ຍະ​ມັກ​ຄື ທຳ​ທັງ 8 ເປັນ​ຫຼັກ​ມາ​ສອນ​ໃຫ້​ພວກ​ຍັກ​ທີ່​ມືດ​ບອດ ບໍ່​ຮູ້​ເຄົາ­ລົບ​ສິນ​ທຳ​ຮີດ­ຄອງ ສິນ​ໄຊ ໄດ້​ກ່າວ​ສອນ ວ່າ: ອັນ​ໜຶ່ງ​ຢ່າ​ໄດ້​ຄິດ​ໂລບ​ລົ້ນ ບັງ​ບຽດ​ແສນ​ສັດ ເຊິ່ງ​ຈະ​ນຳ​ໃຫ້​ຕົກ​ນາ­ຮົກ ສອງ ຢ່າ​ທຳ​ຕົນ​ເປັນ​ໂຈນ ທ່ຽວ​ລັງ​ແກ​ບັງ​ບຽດ​ຄົນ​ອື່ນ​ດ້ວຍ​ອຳ­ນາດ​ບໍ່​ທ່ຽງ​ທຳ ສາມ ຢ່າ​ອວດ​ອ້າງ​ເຕັງ​ລາດ​ລວງ ຂຸນ ແລະ ລະ­ເມີດ​ສິນ ຍາດ​ຊິງ​ລູກ​ເມຍ​ຄົນ​ອື່ນ ທີ່​ຜິດ​ສິນ​ທຳ ສີ່ ຢ່າ​ເປັນ​ຄົນ​ເວົ້າ​ຕົວະ​ຍົວະ​ຫຼອກ​ລວງ ເວົ້າ​ບໍ່​ມີ​ສັດ­ຈະ​ເວົ້າ​ລັບ​ລວງ​ໝາງ ເພື່ອ​ສ້າງ​ປະ­ໂຫຍດ​ແກ່​ຕົນ ໃຫ້​ເວັ້ນ​ຈາກ​ອະ­ບາຍ​ຍະ​ມຸກ​ທັງ​ປວງ ເພາະ​ມີ​ໂທດ​ຫຼາຍ​ປະ­ການ ສ້າງ​ຄວາມ​ບໍ່​ສະ­ຫງົບ​ແກ່​ບ້ານ​ເມືອງ.

ສິນ​ໄຊ ສອນ​ຍັກ ຜູ້​ຂຽນ​ພຽງ​ຍົກ​ເອົາ​ບາງ​ປະ­ເດັນ​ນຳ​ສະ­ເໜີ ພໍ​ເປັນ​ຕົວ­ຢ່າງ​ໃຫ້​ສັງ­ຄົມ​ເກີດ​ສະ­ຕິ ສຶກ​ສາ​ໃຫ້​ຮູ້​ແຈ້ງ­ວ່າ: ສິນ​ທຳ ຄື​ແນວ­ທາງ​ປົກ­ຄອງ ນັ້ນ​ສຳ­ຄັນ​ຕໍ່​ຊີ­ວິດ​ປະ­ຊາ­ຊົນ ແລະ ຄວາມ​ຍຸ­ຕິ​ທຳ.

error: Content is protected !!