ປະເທດເຢຍລະມັນ ແມ່ນຄູ່ຮ່ວມງານດ້ານການສະໜອງທຶນຮອນໃນເມື່ອກ່ອນຂອງຄະນະກຳມາທິການແມ່ນ້ຳຂອງສາກົນ (ຄມສ) ນັບຕັ້ງແຕ່ໄດ້ສ້າງຕັ້ງຂື້ນໃນປີ 1995 ເຊີ່ງໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກ ແລະ ການເງິນທັງໝົດແກ່ (ຄມສ) ທີ່ມີມູນຄ່າເກືອບ 50 ລ້ານເອີໂຣ ປະມານ 540 ຕື້ກວ່າກີບ. ໃນໄລຍະ 25 ປີຜ່ານມາ ການສະໜັບສະໜູນຂອງເຢຍລະມັນໄດ້ຊ່ວຍໃຫ້ (ຄມສ) ສາມາດຈັດຕັ້ງປະຕິບັດກິດຈະກຳຍຸດທະສາດຕ່າງໆ ລວມທັງການປະຕິຮູບສະຖາບັນການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ການບັນເທົາໄພນ້ຳຖ້ວມ ແລະ ການຕອບໂຕ້ການປ່ຽນແປງດິນຟ້າອາກາດນຳອີກ.
ວັນທີ 15 ກັນຍາ 2020 ລັດຖະບານເຢຍລະມັນໄດ້ສະໜອງອຸປະກອນໃຫ້ແກ່ ຄມສ ເພື່ອຕິດຕາມຜົນກະທົບດ້ານສິ່ງແວດລ້ອມ ຂ້າມຜ່ານຊາຍແດນຈາກສອງເຂື່ອນຢູ່ເທິງແມ່ນ້ຳຂອງຕອນລຸ່ມ ອຸປະກອນດັ່ງກ່າວມີມູນຄ່າປະມານ 6 ລ້ານໂດລາສະຫະລັດ ປະມານ 54 ຕື້ກວ່າກີບ ສຳລັບໂຄງການເຂື່ອນໄຟຟ້າພະລັງນ້ຳຕາມລຳແມ່ນ້ຳຂອງ (JEM) ເຊິ່ງເປັນໂຄງການສອງປີ (2020 – 2021) ອຸປະກອນທີ່ມອບ ປະກອບມີເຄື່ອງມືກວດສອບການຕົກຕະກອນ ແລະ ການໄຫຼ ກ້ອງຈຸລະທັດ ເຄື່ອງກວດຄຸນນະພາບນ້ຳ ເຄື່ອງມືວັດແທກ ຄໍລໍຟິວ ແລະ ໄຊຍາໂນແບັກທີເຣຍໃນນ້ຳ ເຄື່ອງມືໃສ່ກັບດັກປາ ອຸປະກອນ (GPS) ແລະ ເຮືອໄວ.
ເຂົ້າຮ່ວມພິທີມອບຄັ້ງນີ້ ມີທ່ານ Jens Lütkenherm ເອກອັກຄະລັດຖະທູດເຢຍລະມັນປະຈຳ ສປປ ລາວ ທ່ານ ອັນພິສ ຮັດດະ ຫົວໜ້າກອງເລຂາ ຄມສ ມີກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ Jens Lütkenherm ກ່າວວ່າ: ໃນຂະນະທີ່ເຢຍລະມັນຍອມຮັບວ່າ ການພັດທະນາພະລັງງານໄຟຟ້ານ້ຳຕົກ ສາມາດຕອບສະໜອງທ່າແຮງສູງຕໍ່ການເຕີບໂຕຂອງເສດຖະກິດ ແຕ່ມັນກໍຍັງມີສິ່ງທ້າທາຍຫຼາຍຢ່າງກ່ຽວກັບຜົນກະທົບຂ້າມຜ່ານຊາຍແດນ ທີ່ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ເສດຖະກິດ-ສັງຄົມ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ການສະໜັບສະໜູນ ຄມສ ໃນການຕິດຕາມຜົນກະທົບຈາກເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ແລະ ແນະນຳໃຫ້ລັດຖະບານ 4 ປະເທດໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມຂ້າມຜ່ານຊາຍແດນ.
ທ່ານ ອັນພິສ ຮັດດະ ໄດ້ກ່າວວ່າ: ດ້ວຍອຸປະກອນທີ່ທາງເຢຍລະມັນໄດ້ສະໜອງໃນຄັ້ງນີ້ ພວກເຮົາຈະສາມາດເກັບກຳຂໍ້ມູນທີ່ສຳຄັນ ເພື່ອແຈ້ງໃຫ້ພວກເຮົາຮູ້ກ່ຽວກັບປະສິດທິພາບຂອງສິ່ງອຳນວຍຄວາມສະດວກຂອງເຂື່ອນ ລວມທັງທາງຜ່ານຂອງປາ ແລະ ປະຕູໄຫຼຕະກອນ ນີ້ແມ່ນບາດກ້າວທຳອິດ ແຕ່ສຳຄັນສຳລັບພວກເຮົາໃນການກຳນົດການດຳເນີນຄຸ້ມຄອງປັບຕົວໃນທາງປະຕິບັດ ແລະ ມາດຕະການຫຼຸດຜ່ອນໃນເບື້ອງຕົ້ນ ເຊິ່ງໃນທີ່ສຸດກໍສາມາດຊ່ວຍແກ້ໄຂຜົນກະທົບທີ່ອາດເກີດຂື້ນຈາກສອງເຂື່ອນ.