ຟາມພັນເພັດ ໃຊ້ເງິນກູ້ຈາກ SME ຂະຫຍາຍໂຮງອົບເຂົ້າເພີ່ມ

ທ່ານ ທອງ​ສະ­ຫວັນ ມີ​ບຸນ ປະ­ທານ​ບໍ­ລິ­ສັດ ພັນ​ເພັດ ພັດ­ທະ­ນາ​ກະ­ສິ­ກຳ ຈຳ­ກັດ ໃຫ້​ສຳ­ພາດ​ວັນ​ທີ 16 ກັນ­ຍາ 2020 ວ່າ: ພາຍ­ຫຼັງ​ບໍ­ລິ­ສັດ​ໄດ້​ຮັບ​ເງິນ​ກູ້​ຢືມ​ຈາກ​ກອງ​ທຶນ​ສົ່ງ­ເສີມ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ (SME) ກໍ​ໄດ້​ມາ​ໝູນ​ໃຊ້​ຈັດ​ຊື້​ໂຮງ​ອົບ​ເຂົ້າ​ເພີ່ມ 5 ເຄື່ອງ ລວມ​ເປັນ 6 ເຄື່ອງ ປັດ­ຈຸ­ບັນ​ກຳ­ລັງ​ຕິດ​ຕັ້ງ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ພາຍ​ໃນ​ເດືອນ​ຕຸ­ລາ 2020 ເພື່ອ​ຮອງ​ຮັບ​ອົບ​ເຂົ້າ​ໃຫ້​ຊາວ​ກະ­ສິ­ກອນ​ເຂດ​ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ເປັນ​ສະ­ມາ­ຊິກ​ຂອງ​ບໍ­ລິ­ສັດ.

ໂຮງ​ອົບ​ເຂົ້າ ແມ່ນ​ໄດ້​ຕິດ​ຕັ້ງ​ຢູ່​ບໍ­ລິ­ສັດ ຖະ­ໜົນ​ທ່າ​ເດື່ອ ບ້ານ​ນາ​ໄຮ່ ເມືອງ​ຫາດ​ຊາຍ​ຟອງ ເຊິ່ງ​ເຄື່ອງ​ໂຮງ​ອົບ​ທັງ​ໝົດ ສາ­ມາດ​ອົບ​ເຂົ້າ­ເປືອກ​ໄດ້ 100-150 ໂຕນ​ຕໍ່​ຄັ້ງ ການ​ອົບ​ເຂົ້າ​ກໍ​ເພື່ອ​ໃຫ້​ເຂົ້າ​ໄດ້​ມາດ­ຕະ­ຖານ​ຄວາມ​ຊຸ່ມ ແລະ ການ​ຜະ­ລິດ​ນາ­ປີ 2020 ປັດ­ຈຸ­ບັນ​ກຳ­ລັງ​ເກັບ​ກ່ຽວ ແລະ ຜົນ​ຜະ­ລິດ​ຄາດ​ວ່າ​ຈະ​ໄດ້ 4 ໂຕນ​ຕໍ່​ເຮັກ­ຕາ ເນື່ອງ​ຈາກ​ເຂົ້າ​ປີ​ນີ້​ງອກ​ງາມ​ດີ ເພາະ​ຊາວ​ກະ­ສິ­ກອນ​ໄດ້​ຫັນ​ມາ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະ­ລິດ ແລະ ຍ້ອນ​ດິນ​ຟ້າ​ອາ­ກາດ​ອຳ­ນວຍ​ຄວາມ​ສະ­ດວກ.

ທ່ານ ທອງ​ສະ­ຫວັນ ມີ​ບຸນ ຍັງ​ກ່າວ​ຕື່ມ​ວ່າ: ເຖິງ​ວ່າ​ບໍ­ລິ­ສັດ​ຈະ​ໄດ້​ຮັບ​ທຶນ​ກູ້​ຢືມ​ຈາກ SME ກໍ​ຕາມ ແຕ່​ກໍ​ບໍ່​ພຽງ­ພໍ ຍັງ​ມີ​ຄວາມ​ຕ້ອງ­ການ​ທຶນ​ຈຳ­ນວນ​ຫຼາຍ ເພື່ອ​ມາ​ສົ່ງ­ເສີມ​ຊາວ​ກະ­ສິ­ກອນ ເປັນ­ຕົ້ນ ສ້າງ​ສາງ​ເກັບ​ຮັກ­ສາ​ເຂົ້າ​ທຶນ​ໝູ­ນວຽນ ເກັບ​ຊື້​ຜົນ​ຜະ­ລິດ​ນຳ​ຊາວ​ກະ­ສິ­ກອນ ຈັດ​ຊື້​ອຸ­ປະ­ກອນ​ຮັບ​ໃຊ້​ການ​ຜະ­ລິດ​ລົດ​ໄຖ ລົດ​ກ່ຽວ​ເຂົ້າ​ໂຮງ​ອົບ ແລະ ອື່ນໆ ດັ່ງ­ນັ້ນ​ຈຶ່ງ​ສະ­ເໜີ​ມາ​ຍັງ​ພາກ​ລັດ​ຊ່ວຍ​ຈັດ​ຫາ​ແຫຼ່ງ​ທຶນ​ໃຫ້​ຕື່ມ.

error: Content is protected !!