Facebook ເປີດໂຕອາວາຕາໃນລາວ

Facebook ເລີ່ມ​ເປີດ​ໂຕ​ອາ​ວາ­ຕາ​ໃນ​ຫຼາຍ​ປະ­ເທດ​ທົ່ວ​ໂລກ ແລະ ໄດ້​ເປີດ​ໃຫ້​ຄົນ​ລາວ​ໃຊ້​ເຊັ່ນ​ກັນ ໃນ​ວັນ​ທີ 16 ກັນ­ຍາ 2020 ເນື່ອງ​ຈາກ​ການ​ໃຊ້​ຊີ­ວິດ​ໃນ​ປັດ­ຈຸ­ບັນ ມີ​ການ​ກ່ຽວ­ຂ້ອງ​ກັບ​ໂລກ​ອອນ​ລາຍ​ຫຼາຍ​ຂຶ້ນ Facebook ຈຶ່ງ​ຍິນ​ດີ​ທີ່​ຈະ​ນຳ​ສະ­ເໜີ​ວິ­ທີ​ໃໝ່ ເພື່ອ​ນຳ​ສະ­ເໜີ​ຄວາມ​ເປັນ​ຕົນ​ເອງ​ໃນ Facebook.

ອາ​ວາ­ຕາ ໃຫ້​ທ່ານ​ສາ­ມາດ​ສ້າງ​ຕົວ​ຕົນ​ແບບ​ດິ​ຈິ​ຕອນ ເຊິ່ງ​ຈະ​ເປັນ​ຕົວ​ແທນ​ຂອງ​ຕົວ​ທ່ານ​ໃນ​ການ​ແບ່ງ­ປັນ​ຄວາມ​ຮູ້­ສຶກ ແລະ ຄວາມ​ຄິດ​ໃນ​ຮູບ​ແບບ​ທີ່​ມ່ວນ ສ້າງ­ສັນ ເຊິ່ງ​ສາ­ມາດ​ແບ່ງ­ປັນ​ຄວາມ​ຮູ້­ສຶກ​ເຫຼົ່າ​ນີ້​ຜ່ານ​ສະ​ຕິກ​ເກີ​ໃນ​ກ່ອງ​ຄຳ​ເຫັນ Messenger ແລະ Story ຂອງ​ທ່ານ

ວິ­ທີ​ສ້າງ​ອາ​ວາ­ຕາ ສາ­ມາດ​ສ້າງ​ໄດ້​ໃນ​ແບບ​ຂອງ​ທ່ານ ດ້ວຍ​ການ​ເລືອກ​ອົງ​ປະ­ກອບ​ຕ່າງໆ​ເຊັ່ນ: ໃບ​ໜ້າ ຜົມ ເຄື່ອງ­ນຸ່ງ ແລະ ອື່ນໆ ໃຫ້​ກາຍ­ເປັນ​ອາ​ວາ­ຕາ​ໃນ​ແບບ​ທີ່​ທ່ານ​ມັກ ສາ­ມາດ​ເຂົ້າ​ຟີ​ເຈີ​ນີ້​ຜ່ານ Bookmarks ໃນ Facebook ແອັບ ແລະ ຜ່ານ​ກ່ອງ​ຄຳ​ເຫັນ ນອກ​ນີ້ ຍັງ​ສາ­ມາດ​ສ້າງ​ອາ​ວາ­ຕາ​ຜ່ານ​ການ​ກົດ​ເຂົ້າ​ໄປ​ອາ​ວາ­ຕາ​ຂອງ​ຜູ້​ອື່ນ ​ທີ່​ເຂົາ​ແບ່ງ­ປັນ​ໃນ Facebook ຕື່ມ​ອີກ.

ເພື່ອ​ສ້າງ​ອາ​ວາ­ຕາ​ຂອງ​ທ່ານ​ຜ່ານ​ມື​ຖື ເຂົ້າ​ໄປ​ທີ່​ກ່ອງ​ຄຳ​ເຫັນ​ໃນ Facebook ຫຼື ການ​ສົ່ງ​ຂໍ້­ຄວາມ​ໃນ Messenger ກົດ​ເຂົ້າ​ໄປ​ທີ່​ປຸ່ມ “ໜ້າ​ຍິ້ມ” ແລ້ວ​ເລືອກ​ແທັບ ສະ​ຕິກ​ເກີ ເຂົ້າ​ໄປ​ທີ່ “Create Your Avatar” ຫຼື ອີກ​ວິ­ທີ​ໜຶ່ງ​ແມ່ນ​ຜ່ານ​ໜ້າ Bookmark ໃນ​ແອັບ Facebook ໂດຍ​ສາ­ມາດ​ສ້າງ​ອາ​ວາ­ຕາ​ໃນ Messenger ໄດ້​ທັງ​ໃນ​ລະ­ບົບ Android ແລະ iOS).

error: Content is protected !!