ມື້ນີ້ມີເລື່ອງມາເວົ້າສູ່ຟັງ ກ່ຽວກັບມາດຕະການຮັກສາຄວາມໝັ້ນຄົງ ຄວາມປອດໄພ ຈາກການກໍ່ການຮ້າຍຢູ່ບັນດາປະເທດດັ່ງຕໍ່ໄປນີ້. ທີ່ອິນເດຍ: ມີເລື່ອງຟັງແລ້ວສີແປກໆຫູ ແຕ່ເປັນຄວາມຈິງທີ່ເກີດຢູ່ປະເທດອິນເດຍ ໃນມາດຕະການຮັກສາຄວາມໝັ້ນຄົງ ແລະ ຄວາມປອດໄພ ເລື່ອງມີຢູ່ວ່າ ສູນກາງອຸດສາຫະກຳດ້ານການຮັກສາຄວາມໝັ້ນຄົງ (CISF) ທີ່ເຮັດໜ້າທີ່ຮັບປະກັນຄວາມປອດໄພການບິນຂອງອິນເດຍ ໄດ້ອອກຄຳສັ່ງໃຫ້ເຈົ້າໜ້າທີ່ຕຳຫຼວດປະຈຳສະໜາມບິນ ປະຢັດຮອຍຍິ້ມ…
Category: ເບິ່ງບ້ານເຂົາເອົາບົດຮຽນ
ບົດຮຽນໃນການຄຸ້ມຄອງການທ່ອງທ່ຽວ
ທີ່ກຳປູເຈຍ: ບັນຫາໜັກໃຈໜຶ່ງໃນຂະແໜງອຸດສາຫະກຳທ່ອງທ່ຽວຂອງກຳປູເຈຍນັ້ນ ພົວພັນກັບການເຄື່ອນໄຫວຂອງບັນດາຜູ້ນຳທ່ຽວເຖື່ອນ ຫຼື ຜິດກົດໝາຍ ທີ່ຍາດຊີງອາຊີບຂອງຜູ້ນຳທ່ຽວ ທີ່ຈົດທະບຽນເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ ຂ່າວທີ່ອອກມາໃນຕົ້ນເດືອນກຸມພາ 2019 ໃຫ້ຮູ້ວ່າ ເຈົ້າໜ້າທີ່ແຂວງສຽມຣຽບຂອງກຳປູເຈຍ ໄດ້ເລີ່ມເອົາມາດຕະການເດັດຂາດ ເພື່ອແກ້ໄຂຜູ້ນຳທ່ຽວມືດ ເຊິ່ງໝາຍເຖິງຄົນຕ່າງປະເທດ ທີ່ລັກລອບປະກອບອາຊີບນຳທ່ຽວຢູ່ຕາມບໍລິເວນອັງກໍວັດ-ສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງກຳປູເຈຍ ແລະ…
ເມື່ອມະນຸດຕາດຳໆກາຍເປັນສິນຄ້າ
ໃນປັດຈຸບັນ ອາຊະຍາກຳຄ້າມະນຸດ ໄດ້ກາຍເປັນບັນຫາທີ່ທັງໂລກຕ້ອງໄດ້ຮ່ວມມືກັນຕ້ານ ຍ້ອນວ່າມັນໄດ້ກາຍເປັນອາຊະຍາກຳທີ່ໄຮ້ພົມແດນ ເຊິ່ງປະເທດດຽວບໍ່ສາມາດແກ້ໄຂເອງໄດ້ ຕົວຢ່າງ: ທີ່ມຽນມາ: ມີຂ່າວຕ່າງປະເທດອອກມາໃຫ້ຮູ້ວ່າ ການຄ້າມະນຸດໃນມຽນມານັ້ນ ເປັນໄປໃນຮູບແບບການແຕ່ງດອງແອບແຝງຄື ດ້ວຍຮູບການຂົນຂວາຍຊວນເຊື່ອຍິງສາວ ໃຫ້ໄປແຕ່ງດອງກັບຊາວຕ່າງປະເທດ ເພື່ອອະນາຄົດທີ່ດີ ແລະ ສົດໃສກວ່າ ເຊັ່ນຂ່າວໜັງສືພິມວຽງຈັນທາມ…
ແກ້ໄຂບັນຫາຢາເສບຕິດ ດ້ວຍລະບົບການສຶກສາ ແລະ ການເຝິກວິຊາຊີບ
ວັນທີ 26 ເດືອນມິຖຸນາຂອງທຸກໆປີ ແມ່ນວັນຕ້ານຢາເສບຕິດລະດັບສາກົນ ເພື່ອຫວນຄືນວັນສຳຄັນດັ່ງກ່າວ ທີ່ຜ່ານໄປຍັງບໍ່ທັນເຫິງນີ້ ຜູ້ຂຽນມີເລື່ອງກ່ຽວກັບຢາເສບຕິດຢູ່ບາງປະເທດມາໃຫ້ອ່ານ ເພື່ອເບິ່ງບົດຮຽນບ້ານເຂົາ. ທີ່ຟີລິບປິນ: ໜຶ່ງໃນຫຼາຍໆມາດຕະການປາບປາມການຄ້າຢາເສບຕິດນັ້ນ ທາງການຟີລິບປິນ ເນັ້ນການສຶກສາອົບຮົມຄົນໃນໄວເຍົາວະຊົນ ແລະ ຊາວໜຸ່ມ ໃຫ້ຮູ້ກົນອຸບາຍລາຍລ່ຽມຂອງພວກທີ່ມີສ່ວນພົວພັນກັບອາຊະຍາກຳຢາເສບຕິດ ຂ່າວບອກວ່າ…
ການແກ້ໄຂຄະດີຢາເສບຕິດ ຢູ່ບາງປະເທດ
ໃນບົດນີ້ ຜູ້ຂຽນຍັງຂໍສືບຕໍ່ເລື່ອງບັນຫາຢາເສບຕິດ ທີ່ກາຍເປັນຂ່າວດັງຢູ່ບາງປະເທດ ໃນນັ້ນ ລວມທັງເຫດການທີ່ບໍ່ມີໃຜຄາດຄິດວ່າຊິເປັນໄປໄດ້ ເຊັ່ນ: ທີ່ມຽນມາ: ຂ່າວເລື່ອງພະສົງ ຫຼື ຄູບາໃນຜ້າເຫຼືອງ ລົງມືຄ້າຢາເສບຕິດເອງ ຢູ່ມຽນມາ ເມື່ອກວ່າ 3 ປີຜ່ານມານັ້ນ ຊີ້ໃຫ້ພວກເຮົາເຫັນວ່າ…
ໂທດໃນຄະດີຢາເສບຕິດ
ໃນບົດປະຈຳວັນນີ້ ທ່ານຈະໄດ້ຊາບກ່ຽວກັບມາດຕະການລົງໂທດ ໃນຄະດີຢາເສບຕິດ ທີ່ປະເທດສີລັງກາ ແລະ ອີຣານ. ທີ່ສີລັງກາ: ໃນລະຫວ່າງກາງເດືອນກໍລະກົດ ປີ 2018 ທາງການຂອງປະເທດສີລັງກາ ໄດ້ຕົກລົງປັບປຸງມາດຕະການລົງໂທດ ໃນຄະດີທີ່ພົວພັນກັບການຄ້າຢາເສບຕິດ ໂດຍໄດ້ກຳນົດໂທດສູງສຸດດ້ວຍການປະຫານຊີວິດ ສຳລັບຜູ້ຄ້າຢາເສບຕິດ 2…
ນ້ຳຕາຜີເຜດ ຕົ້ນເຫດຂອງໄພອັນຕະລາຍ
ອີກບໍ່ດົນກໍຈະຮອດບຸນເຂົ້າພັນສາແລ້ວເດ (5 ກໍລະກົດປີນີ້) ແນ່ນອນໃນມື້ນັ້ນ ຄົງມີຫຼາຍຄົນອະທິຖານສາບານວ່າ ຈະງົດສິ່ງອະບາຍຍະມຸກທີ່ຕົນເຄີຍເຮັດມາ ໃນນັ້ນ ລວມທັງຄຳໝັ້ນສັນຍາວ່າ ຈະງົດເຫຼົ້າເຂົ້າພັນສາ ! ການສັນຍາສາບານດັ່ງນີ້ ຖືເປັນເລື່ອງດີ ພຽງແຕ່ຂໍໃຫ້ປະຕິບັດໄດ້ແທ້ ດີໄປກວ່ານັ້ນ ກໍຄື ເມື່ອອອກພັນສາກໍສາມາດລາເຫຼົ້າເລີຍ…
ເບິ່ງກົດໝາຍຫ້າມລວນລາມ ແລະ ໃຊ້ຄວາມຮຸນແຮງຕໍ່ເພດຍິງ
ທີ່ອາຣາບີຊາອຸດິດ: ໂດຍສືບຕໍ່ປະຕິຮູບມາດຕະຖານດ້ານສິດທິຂອງແມ່ຍິງ ທີ່ດຳເນີນມາຢ່າງຕໍ່ເນື່ອງ ໃນຊຸມປີຫຼັງໆມານີ້ ແມ່ຍິງອາຣາບີຊາອຸດິດ ໄດ້ເລີ່ມຊົມໃຊ້ສິດທິທີ່ພວກຕົນບໍ່ເຄີຍໄດ້ຮັບມາກ່ອນ ເຊັ່ນ: ສິດທິສະເໝີພາບໃນຄອບຄົວ ສິດທິອອກນອກເຮືອນ ໂດຍບໍ່ມີສະມາຊິກເພດຊາຍໃນຄອບຄົວຄຸ້ມຄອງ ສິດທິຂັບລົດເຂົ້າຊົມກີລາ ຊົມລະຄອນ-ຮູບເງົາ ແລະ ອື່ນໆ ໃນປັດຈຸບັນ ແມ່ຍິງຂອງປະເທດນີ້…
ບົດຮຽນການແກ້ໄຂການຄ້າມະນຸດ
ທີ່ກຳປູເຈຍ: ຂ່າວຈາກກຳປູເຈຍ ເມື່ອ 2 ປີກ່ອນໜ້ານີ້ ໄດ້ເວົ້າກ່ຽວກັບຜົນສຳເລັດໃນສະໜາມຮົບຕ້ານການຄ້າມະນຸດ ສາມາດເຮັດໃຫ້ອາຊະຍາກຳດັ່ງກ່າວ ຫຼຸດລົງຕາມລຳດັບ ຕົວຢ່າງ: ຄະດີການຄ້າມະນຸດ ແຕ່ເດືອນມັງກອນ-ຕຸລາ ປີ 2017 ນັ້ນ ມີຈຳນວນ 129…