“ຂ້ອຍຄິດວ່າຂ້ອຍອາດຈະບໍ່ລອດ” ນາງ ຂັວນຕາ ກ່າວດ້ວຍສຽງສັ່ນ ໃນຂະນະທີ່ຄອບຄົວກຳລັງຂາຍເຄື່ອງເຮືອນຊິ້ນສຸດ ທ້າຍເພື່ອຊອກຫາຄຳຕອບວ່າເປັນຫຍັງນາງຈຶ່ງຜອມລົງທຸກມື້ເງິນເກັບກຳຫມົດແລ້ວ ຄລີນິກເອກະຊົນບໍ່ມີຄຳຕອບ ໝໍຢາພື້ນເມືອງກໍບໍ່ສາມາດຊ່ວຍໄດ້ ແລະ ນ້ຳໜັກຂອງ ນາງ ຂວັນຕາ ກໍຍັງຫຼຸດລົງເລື້ອຍໆ ຄອບຄົວຂອງນາງໃນແຂວງ ສະ ຫວັນນະເຂດຕ້ອງຕັດສິນໃຈທີ່ໜັກໃຈ: ຂາຍເຄື່ອງໃຊ້ໃນເຮືອນອອກ ຫຼື ເບິ່ງນາງເຈັບປ່ວຍຫຼາຍຂຶ້ນທຸກວັນພວກເຂົາ ໄດ້ຕັດສິນໃຈເລືອກຂາຍເຄື່ອງເຮືອນ.

ນີ້ບໍ່ແມ່ນພຽງແຕ່ເລື່ອງຂອງນາງຄຳວັນຕາຄົນດຽວ ເບື້ອງຫຼັງຕົວເລກທາງສະຖິຕິທີ່ວ່າທຸກໆ 53 ນາທີ ມີຄົນລາວ 1 ຄົນເປັນວັນນະໂລກ ແມ່ນເລື່ອງຫຼາຍພັນເລື່ອງຂອງຄອບຄົວທີ່ຕົກຢູ່ໃນວົງຈອນຄວາມທຸກຍາກ ເງິນຝາກທີ່ຫາຍໄປ ແລະ ຄວາມຫວັງທີ່ຫຼຸດລົງໄປພ້ອມໆກັບນ້ຳໜັກຂອງຜູ້ປ່ວຍກໍຫຼຸດລົງເຊັ່ນກັນ.
ເມື່ອພະຍາດມາພ້ອມກັບໃບບິນທີ່ບໍ່ສາມາດຈ່າຍໄດ້ຊີວິດຂອງ ນາງ ຂວັນຕາ ປ່ຽນໄປແບບທີ່ນາງບໍ່ເຄີຍຄາດຄິດ ຕອນທຳອິດແມ່ນພຽງອາການເມື່ອຍລ້າ ແລ້ວກໍເປັນຫວັດບໍ່ຫາຍຂາດ ຈົນກ່ວານ້ຳໜັກທີ່ຫຼຸດລົງເລື້ອຍໆ ຄອບຄົວຂອງນາງ ບໍ່ຮູ້ວ່າເກີດຫຍັງຂຶ້ນກັບລາວ ພວກເຂົາພຽງແຕ່ຮູ້ວ່າຕ້ອງຊອກຫາວິທີປິ່ນປົວນາງໃຫ້ໄວທີ່ສຸດ.
ການເດີນທາງເພື່ອຊອກຫາຄຳຕອບເລີ່ມຕົ້ນຂຶ້ນ ແຕ່ລະຄັ້ງທີ່ໄປຄລີນິກເອກະຊົນ ເງິນກໍໄຫຼອອກໄປ ແຕ່ລະຄັ້ງທີ່ໄປຫາ ໄປຫາໝໍຢາພື້ນເມືອງ ຄວາມຫວັງກໍຫຼຸດລົງ ເງິນເກັບອອມມາເປັນເວລາຫຼາຍປີກໍກຳລັງຈຈະຫມົດໄປພາຍໃນສອງສາມ ເດືອນ.
“ພວກເຮົາບໍ່ຮູ້ວ່າຈະເຮັດແນວໃດຕໍ່ໄປ” ສະມາຊິກຄອບຄົວຂອງນາງເລົ່າ. “ເງິນໝົດແລ້ວ ແຕ່ນາງກໍຍັງບໍ່ດີຂຶ້ນ.”
ແລ້ວພວກເຂົາກໍເລີ່ມຂາຍຊັບສິນ ເຄື່ອງເຮືອນຊິ້ນໜຶ່ງ ແລ້ວອີກຊິ້ນໜຶ່ງ ທຸກຢ່າງທີ່ສາມາດຂາຍໄດ້ເພື່ອໃຫ້ນາງມີໂອ ກາດຟື້ນຕົວ.
ວົງຈອນທີ່ບໍ່ມີວັນຈົບ ເລື່ອງຂອງນາງຄຳວັນຕາສະທ້ອນເຖິງຄວາມເປັນຈິງທີ່ໂຫດຮ້າຍຂອງວັນນະໂລກໃນ ສປປ ລາວ- ພະຍາດທີ່ບໍ່ພຽງແຕ່ທຳລາຍສຸຂະພາບ ແຕ່ຍັງທຳລາຍເສດຖະກິດຂອງຄອບຄົວທັງໝົດ.
ຕາມການກ່າວຂອງວິຊາການອົງການອະນາໄມໂລກ (WHO) ທີ່ເຮັດວຽກຮ່ວມກັບກະຊວງສາທາລະນະສຸກລາວ ພວກ ເຂົາໄດ້ເຫັນຮູບແບບນີ້ຊ້ຳຄືນຢ່າງໜ້າເສຍໃຈ: ຜູ້ປ່ວຍເລີ່ມເຈັບປ່ວຍບໍ່ສາມາດເຮັດວຽກໄດ້ ລາຍໄດ້ຫຼຸດລົງ ຕ້ອງຈ່າຍ ຄ່າປິ່ນປົວ ຂາຍຊັບສິນ ຫຼື ກູ້ເງິນ ຕົກຢູ່ໃນຄວາມທຸກຍາກ ຊອກຫາວິທີປິ່ນປົວຊ້າ ພະຍາດຮ້າຍແຮງຂຶ້ນ ຕົ້ນທຶນ ການປິ່ນປົວກໍເພີ່ມຂຶ້ນ.
“ນີ້ແມ່ນຜົນກະທົບທີ່ມັກຖືກເພີກເສີຍຂອງວັນນະໂລກ” ວິຊາການຂອງ WHO ກ່າວ. “ພວກເຮົາເຫັນມັນເກີດຂຶ້ນກັບຜູ້ ປ່ວຍຫຼາຍຄັ້ງ ແລະ ມັນເປັນຄວາມໂຫດຮ້າຍທີ່ບໍ່ຄວນເກີດຂຶ້ນ.”
ເບື້ອງຫຼັງຕົວເລກ 9.000 ຄົນ: ໃນປີ 2023 ໃນ ສປປ ລາວ ຫຼາຍກວ່າ 9.000 ຄົນໄດ້ຮັບການວິນິດໄສວັນນະໂລກ ແຕ່ຕົວເລກນີ້ບໍ່ໄດ້ບອກເຖິງ: 9.000 ຄອບຄົວທີ່ເສຍເງິນເກັບອອມມາຫຼາຍປີ ເດັກນ້ອຍຈຳນວນຫຼາຍທີ່ຕ້ອງອອກ ຈາກໂຮງຮຽນ ເຮືອນນັບສິບທີ່ຖືກຂາຍ ພັນເທົ່າຂອງໜີ້ສິນທີ່ຖືກກູ້ຢືມ ຄວາມຫວັງທີ່ສູນເສຍໄປ ໂດຍສະເພາະໃນພື້ນທີ່ ຫ່າງໄກສອກຫຼີກທີ່ຍາກເຂົ້າເຖິງບໍລິການສາທາລະນະສຸກ ຜູ້ປ່ວຍມັກຊອກຫາການປິ່ນປົວໃນເວລາທີ່ຊັກຊ້າເກີນໄປ ແລ້ວ ຫຼັງຈາກທີ່ພະຍາດຮ້າຍແຮງ ແລະ ເງິນເກັບໃນຄອບຄົວກໍໝົດແລ້ວ.
ການຄົ້ນພົບທີ່ຕັດວົງຈອນ: ຄວາມຫວັງສຳລັບ ນາງ ຂວັນຕາ ມາເຖິງໃນທີ່ສຸດ ເມື່ອຄອບຄົວພານາງໄປໂຮງໝໍແຂວງ ສະຫວັນນະເຂດໃນຄວາມສິ້ນຫວັງ ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນ ບຸກຄະລາກອນສາທາລະນະສຸກບໍ່ພຽງແຕ່ວິນິດໄສວ່ານາງ ເປັນວັນນະໂລກເທົ່ານັ້ນ ພວກເຂົາຍັງປະເມີນສະຖານະໂພຊະນາການຂອງນາງ ບາງຢ່າງທີ່ບໍ່ເຄີຍມີໃຜເຮັດມາກ່ອນ ເຊິ່ງ ໄດ້ປະເມີນພົບວ່ານາງມີສະພາບຂາດໂພຊະນາການຮ້າຍແຮງ.
ແລ້ວການປິ່ນປົວທີ່ແຕກຕ່າງກໍເລີ່ມຕົ້ນຂຶ້ນ ນາງບໍ່ພຽງແຕ່ໄດ້ຮັບຢາປິ່ນປົວວັນນະໂລກ ແຕ່ຍັງໄດ້ຮັບ: ການໃຫ້ຄຳປຶກ ສາດ້ານໂພຊະນາການ ອາຫານເສີມໂພຊະນາການ ການຕິດຕາມຢ່າງໃກ້ຊິດ
“ມັນຄືການໄດ້ຮັບຄວາມຫວັງກັບຄືນມາ” ນາງເລົ່າ.
ສອງສາມອາທິດທີ່ປ່ຽນຊີວິດຜົນໄດ້ຮັບເກີນກວ່າທີ່ໃຜຄາດຫວັງ ພາຍໃນສອງສາມອາທິດ: ນ້ຳໜັກຂອງນາງເພີ່ມຂຶ້ນ ຮ່າງກາຍແຂງແຮງຂຶ້ນ ນາງສາມາດກັບໄປເຮັດວຽກໄດ້ ລາຍໄດ້ຂອງຄອບຄົວເລີ່ມກັບມາ ບໍ່ຕ້ອງຂາຍຊັບສິນອີກ
“ຂ້ອຍດີໃຈ ແລະ ເບົາໃຈຫຼາຍ” ນາງກ່າວດ້ວຍຮອຍຍິ້ມທີ່ກັບມາ “ພວກເຂົາບໍ່ພຽງແຕ່ປິ່ນປົວພະຍາດຂອງຂ້ອຍ ແຕ່ຊ່ວຍຄອບຄົວຂອງຂ້ອຍບໍ່ໃຫ້ຕົກຢູ່ໃນຄວາມທຸກຍາກ.”
ຄວາມລັບທີ່ບໍ່ມີໃຜຮູ້ ເລື່ອງຂອງ ນາງ ຂວັນຕາ ເປີດເຜີຍຄວາມຈິງທີ່ໜ້າຕົກໃຈ: ກ່ອນປີ 2018-2019 ບໍ່ມີໃຜຮູ້ວ່າ ມີຜູ້ປ່ວຍວັນນະໂລກຈັກຄົນໃນລາວທີ່ປະສົບກັບສະພາບຂາດໂພຊະນາການ ການປະເມີນໂພຊະນາການບໍ່ແມ່ນສ່ວນ ໜຶ່ງຂອງການປິ່ນປົວປົກກະຕິ ການສຳຫຼວດຕົ້ນທຶນຂອງຜູ້ປ່ວຍວັນນະໂລກແຫ່ງຊາດຄັ້ງທຳອິດເປີດເຜີຍສິ່ງທີ່ໜ້າຕົກ ໃຈຫຼາຍກວ່ານັ້ນ: ຄ່າອາຫານເສີມ ແລະ ອາຫານເສີມໂພຊະນາການ ແມ່ນພາລະທາງການເງິນທີ່ໃຫຍ່ທີ່ສຸດທີ່ເຮັດໃຫ້ຜູ້ ປ່ວຍວັນນະໂລກຕົກຢູ່ໃນຄວາມຫຍຸ້ງຍາກທາງການເງິນ ບໍ່ແມ່ນຄ່າຢາ ບໍ່ແມ່ນຄ່າໂຮງໝໍ ແຕ່ແມ່ນຄ່າອາຫານທີ່ຮ່າງ ກາຍຕ້ອງການເພື່ອຕໍ່ສູ້ກັບພະຍາດ.
ຄວາມຫວັງໃໝ່: ວັນນີ້ WHO ແລະ ກະຊວງສາທາລະນະສຸກລາວກຳລັງເຮັດວຽກຮ່ວມກັນເພື່ອໃຫ້ແນ່ໃຈວ່າ ຜູ້ປ່ວຍ ຄົນອື່ນໆ ຈະບໍ່ຕ້ອງຂາຍເຄື່ອງເຮືອນຂອງພວກເຂົາເພື່ອຊອກຫາການປິ່ນປົວ ພວກເຂົາກຳລັງຂະຫຍາຍການແຊກແຊງ ທາງໂພຊະນາການທີ່ຊ່ວຍຊີວິດ ນາງ ຂວັນຕາ ໃຫ້ໄປເຖິງຊຸມຊົນອື່ນໆ ເພາະວ່າເບື້ອງຫຼັງທຸກໆ ຕົວເລກ ແມ່ນຄົນຄື ກັບ ນາງ ຂວັນຕາ ຜູ້ທີ່ສົມຄວນໄດ້ຮັບຄວາມຫວັງ ບໍ່ແມ່ນພຽງແຕ່ເປັນໂຕເລກສະຖິຕິ.
ສິ່ງທີ່ທ່ານຄວນຮູ້ກ່ຽວກັບວັນນະໂລກ:
🔴 ທຸກໆ 53 ນາທີ ມີຄົນລາວ 1 ຄົນ ເປັນວັນນະໂລກ
🔴 ວັນນະໂລກປິ່ນປົວໄດ້ດີ ຖ້າໄດ້ຮັບການວິນິດໄສ ແລະ ປິ່ນປົວທັນເວລາ
🔴 ຄ່າອາຫານເສີມ ເປັນພາລະທາງການເງິນທີ່ໃຫຍ່ທີ່ສຸດສຳລັບຜູ້ປ່ວຍ
🔴 ການສະໜັບສະໜູນດ້ານໂພຊະນາການ ສາມາດຕັດວົງຈອນຄວາມທຸກຍາກໄດ້
#ຮຽບຮຽງຈາກ ອົງການ WHO