ອຸບັດເຫດ ຍ້ອນນ້ຳຕາຜີເຜດ

ຫາກ​ທ່ານ​ຜູ້​ອ່ານ​ໝັ່ນ​ຕິດ­ຕາມ ຂ່າວ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ຢູ່​ປະ­ເທດ​ພວກ​ເຮົາ​ແລ້ວ ກໍ​ຄົງ​ຈະ​ໄດ້​ພົບ​ກັບ​ຕົວ​ເລກ​ທີ່​ໜ້າ​ສະ​ຍົດ​ສະ­ຫຍອງ ດັ່ງ​ຂ່າວ​ຫວ່າງ​ບໍ່​ເຫິງ​ມາ​ນີ້​ບອກ​ວ່າ ໃນ​ແຕ່​ລະ​ປີ ຢູ່​ລາວ​ພວກ​ເຮົາ​ນັ້ນ​ມີ​ຜູ້​ເສຍ​ຊີ­ວິດ​ຍ້ອນ​ອຸ­ບັດ­ເຫດ​ດັ່ງ­ກ່າວ​ປີ​ລະ 1.000 ຄົນ ສ່ວນ​ຈຳ­ນວນ​ຜູ້​ບາດ­ເຈັບ​ນັ້ນ​ມີ​ສູງ​ຫຼາຍ​ທົບ​ເທົ່າ ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດ­ຖຸ​ຫັ້ນ​ບໍ່​ໃຫ້​ເວົ້າ ! ທຸກ​ຂ່າວ​ກ່ຽວ​ກັບ​ອຸ­ບັດ­ເຫດ​ລົດ​ຕຳ ລົດ​ຕຳ​ຄົນ ລົດ​ພິກ​ປີ້ນ ຕົກ​ເຫວ ແລະ​ອື່ນໆ​ນັ້ນ…

ມາດຕະການຕ້ານຢາສູບ ຢູ່ອັງກິດ ແລະ ມົງໂກລີ

ວັນ​ທີ 31 ພຶດ­ສະ­ພາ​ຂອງ​ທຸກໆ​ປີ ແມ່ນ​ມື້​ງົດ​ຢາ­ສູບ​ໃນ​ທົ່ວ​ໂລກ ທີ່​ເອີ້ນ​ເປັນ​ພາ­ສາ​ອັງ­ກິດ​ວ່າ “No Tobbacco Day” ນັ້ນ​ເປັນ​ໂອ­ກາດ​ດີ​ປີ​ລະ​ເທື່ອ ເພື່ອ​ໃຫ້​ຊາວ​ໂລກ​ທົບ​ທວນ​ຫວນ​ເຖິງ​ໄພ​ອັນ­ຕະ­ລາຍ​ຮ້າຍ​ແຮງ ຂອງ​ທາດ​ນີ​ໂກ​ຕິນ​ຕໍ່​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ສະ­ຖິ­ຕິ​ສາ­ກົນ​ຊີ້​ອອກ​ວ່າ ໃນ​ແຕ່​ລະ​ປີ ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ຈາກ​ພະ­ຍາດ​ທີ່​ເກີດ​ຈາກ​ການ​ສູບ­ຢາ​ນັ້ນ​ສູງ​ເຖິງ 8 ລ້ານ​ຄົນ…

ໄຖ່ບາບດ້ວຍການແຕ່ງດອງ

ຄຳ​ວ່າ ການ​ແຕ່ງ­ດອງ ເພື່ອ​ໄຖ່​ບາບ​ນີ້ ໄດ້­ແກ່​ແຕ່ງ­ດອງ​ເພື່ອ​ປົກ​ປິດ​ຄວາມ​ຜິດ​ຂອງ​ໃຜ​ຜູ້​ໜຶ່ງ ທີ່​ບໍ່​ຕ້ອງ­ການ​ຖືກ​ແຮ້ວ​ກົດ­ໝາຍ​ຍັກ​ຄໍ ດັ່ງ­ນັ້ນ ຫຼາຍ​ປະ­ເທດ​ຈຶ່ງ​ມີ​ມາດ​ຕະ­ການ​ຕົວ​ຈິງ ໃນ​ການ​ແກ້​ໄຂ​ການ​ແຕ່ງ­ດອງ​ລັກ­ສະ­ນະ​ນີ້. ທີ່ ລີ​ບັງ: (ພາ­ສາ​ອັງ­ກິດ ເອີ້ນ​ວ່າ ເລ​ບາ​ນອນ) ມີ​ຂ່າວ​ອອກ​ມາ​ໃນ​ເດືອນ​ສິງ­ຫາ ປີ 2017…

ຫຼຸດຫວານເພື່ອຕ້ານພະຍາດຕຸ້ຍ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ເລື່ອງ​ຄວາມ​ວິ­ຕົກ​ກັງ­ວົນ​ຂອງ​ຫຼາຍ​ປະ­ເທດ ກ່ຽວ​ກັບ​ພະ­ຍາດ​ຕຸ້ຍ ຫຼື ນ້ຳ­ໜັກ​ຕົວ​ເກີນ​ກຳ­ນົດ ຈາກ​ເຄື່ອງ​ດື່ມ​ອາ­ຫານ​ທີ່​ຫວານ ມີ​ກາ​ລໍ​ຣີ​ຫຼາຍ​ເກີນ​ໄປ ການ​ມີ​ນ້ຳ­ໜັກ​ຕົວ​ກາຍ​ຂີດ​ກຳ­ນົດ​ນັ້ນ ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ພະ­ຍາດ​ນາໆ​ຊະ­ນິດ ພິ­ເສດ​ແມ່ນ​ພະ­ຍາດ​ເບົາ­ຫວານ ແລະ ພະ­ຍາດ­ຫົວ­ໃຈ. ທີ່ ອິນ​ເດຍ: ເມື່ອ​ປະ­ມານ 5…

ເພື່ອຄວາມປອດໄພຂອງການແຕ່ງດອງຂ້າມຊາດ

ທີ່ ຫວຽດ­ນາມ: ເມື່ອ​ປະ­ມານ 5 ປີຢ້ອນ​ຫຼັງ ມີ​ຂ່າວ​ໜຶ່ງທີ່​ໜ້າ​ສົນ­ໃຈ​ກ່ຽວ​ກັບ​ກອງ​ປະ­ຊຸມ​ຮ່ວມ​ລະ­ຫວ່າງ ​ກະ­ຊວງ​ຍຸ­ຕິ​ທຳ ແລະ ຫ້ອງ­ການ​ຍຸ­ຕິ​ທຳ​ທ້ອງ­ຖິ່ນ​ຂອງ​ຫວຽດນາມ ຢູ່​ບາ​ເຣຍວຸ່ງ​ເຕົ່າ ກອງ​ປະ­ຊຸມ​ນີ້ ໄດ້​ລົງ​ເລິກ​ກ່ຽວກັບ​ມາດ​ຕະ­ການ​ຄຸ້ມ​ຄອງ​ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຫວຽດ­ນາມ ໂດຍ​ສະ­ເພາະແມ່ນ​ແມ່­ຍິງ​ຫວຽດ­ນາມ​ກັບຊາຍ​ຕ່າງ­ປະ­ເທດ ກອງ​ປະ­ຊຸມ​ໄດ້​ຍົກ​ໃຫ້​ເຫັນ​ສະ­ຖິ­ຕິ ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຫວຽດ­ນາມ​ກັບ​ຊາວ​ຕ່າງ­ປະ­ເທດ ແຕ່​ປີ…

ບັນຫາທີ່ພົວພັນກັບການແຕ່ງດອງແອບແຝງ

ທີ່ ແອັດ​ສະ​ປາຍ: ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ ປີ 2015 ລັດ­ຖະ­ບານ​ປະ­ເທດ​ແອັດ​ສະ​ປາຍ ຫຼື ສະ​ເປນ ໄດ້​ມີ​ມະ­ຕິ​ໃຫ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ອາ­ຍຸ​ຂັ້ນ​ຕ່ຳ ສຳ­ລັບ​ການ​ແຕ່ງ­ດອງ​ຈາກ 14 ປີ ໃນ​ເມື່ອ​ກ່ອນ ມາ​ເປັນ 16 ປີ…

ເພື່ອໂລກສົດໃສໄຮ້ມົນລະພິດ

ມີ​ຄຳ​ຂວັນ​ອະ­ມະ­ຕະ​ລະ­ດັບ​ໂລກ ປະ­ໂຫຍກ​ໜຶ່ງ​ທີ່​ສາ­ມາດ​ໃຊ້​ໄດ້​ກັບ​ການ­ເຄື່ອນ­ໄຫວ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ ບັນ­ຫາ​ສິດ­ທິ​ມະ­ນຸດ ກົດ­ໝາຍ ແລະ ອື່ນໆ ຄຳ​ຂວັນ​ທີ່​ວ່າ​ນັ້ນ ແປ​ເປັນ​ພາ­ສາ​ລາວ (ຕາມ​ແບບ​ຂອງ​ຜູ້​ຂຽນ) ໄດ້​ຄວາມ​ໝາ­ຍວ່າ “ຄິດ​ກວ້າງໆ ແຕ່​ປະ­ຕິ­ບັດ​ພາຍ​ໃນ​ຂອບ​ເຂດ​ຂອງ​ຕົນ​ເອງ” (Think globally-Act…

ຢ້ານນ້ຳຂາດປາ ຢ້ານປ່າຂາດສັດ

ພົບ​ກັນ​ຕາມ​ເຄີຍ​ກັບ​ຄໍ​ລຳ “ເບິ່ງ​ບ້ານ​ເຂົາ​ເອົາ​ບົດ­ຮຽນ” ຊຶ່ງ​ເຮັດ​ໜ້າ­ທີ່​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ມາດ​ຕະ­ການ ກໍ​ຄື ນະ­ໂຍ­ບາຍ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ອື່ນໆ​ໃນ​ປະ­ເທດ​ຕ່າງໆ ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ທີ່​ບ້ານ​ເຮົາ​ສາ­ມາດ​ຖອດ​ຖອນ​ເປັນ​ບົດ­ຮຽນ ນຳ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງ​ພວກ​ເຮົາ​ໄດ້ ສຳ­ລັບ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈັດ​ສັນ​ກັ່ນ​ຕອງ​ເອົາ​ບົດ­ຮຽນ​ບາງ​ຢ່າງ ຈາກ​ອິນ​ໂດ​ເນ​ເຊຍ ແລະ ກຳ­ປູ­ເຈຍ…

ໄຟປ່າ ບັນຫາຊຳເຮື້ອທີ່ແກ້ຍາກ

ໃນ​ບັນ­ຍາ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ​ປີ​ນີ້ ຜູ້​ຂຽນ​ຂໍ​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ບັນ­ຫາ​ໄຟ​ປ່າ​ທີ່​ເກີດ​ຂຶ້ນ ຍ້ອນ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ມີ​ການ​ປ່ຽນ­ແປງ ແຕ່​ຈະ​ຂໍ​ເນັ້ນ​ເລື່ອງ​ການ​ຈູດ​ປ່າ ຊຶ່ງ​ເປັນ​ການ​ກະ­ທຳ​ຂອງ​ຄົນ​ເຮົາ​ເອງ ຢູ່​ບາງ​ປະ­ເທດ ຊຶ່ງ​ນອກ­ຈາກ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ມະ­ຫາ­ສານ​ທາງ​ດ້ານ​ເສດ­ຖະ­ກິດ ຊີ­ວິດ​ຄົນ​ແລ້ວ ຍັງ​ໄດ້​ກໍ່­ໃຫ້­ເກີດ​ຄວັນ​ພິດ​ປິວ​ຂ້າມ​ຊາດ ກາຍ­ເປັນ​ມົນ​ລະ​ພິດ​ສາ­ກົນ​ໄປ​ໃນ​ຕົວ. ຂ່າວ​ໄຟ​ປ່າ​ທີ່​ເປັນ​ຂ່າວ​ໃຫຍ່​ດັງ​ໄກ​ໄປ​ທົ່ວ​ໂລກ​ຢູ່​ເລື້ອຍໆ​ນັ້ນ ມັກ​ເກີດ​ຂຶ້ນ​ຢູ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໂດຍ​ສະ­ເພາະ​ແມ່ນ​ຢູ່​ລັດ​ກາ­ລີ​ຟໍ​ເນຍ ສ່ວນ​ໄຟ​ປ່າ​ຢູ່​ປະ­ເທດ​ອົດ​ສະ​ຕຣາ​ລີ​ນັ້ນ ກໍ​ໄດ້​ກາຍ­ເປັນ​ເຫດ­ການ​ລຶ້ງ​ຜຽກ​ຄື​ເກີດ​ຂຶ້ນ​ທຸກໆ​ປີ. ຢູ່​ອາ​ຊຽນ​ພວກ​ເຮົາ​ນີ້…

error: Content is protected !!