ການແກ້ໄຂອາຊະຍາກຳ ແລະ ການຂັດແຍ່ງທາງອິນເຕີເນັດ

ເລື່ອງ​ທີ່​ສັນ​ຫາ​ມາ​ເລົ່າ​ປະ­ຈຳ​ບົດ​ນີ້ ລວມ​ມີ​ຂ່າວ​ການ​ປາບ​ປາມ​ກຸ່ມ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ທີ່ ບຣາ​ຊິນ ແລະ ເລື່ອງ​ສານ​ອິນ​ເຕີ​ເນັດ​ຢູ່ ສປ ຈີນ. ທີ່​ບຣາ​ຊິນ: ຂ່າວ​ເດັ່ນ​ດັງ​ໜຶ່ງ​ຈາກ​ປະ­ເທດ ບຣາ​ຊິນ ໃນ​ພາກ​ພື້ນ​ອາ​ເມ​ຣິ​ກາ​ໃຕ້ ທີ່​ເກີດ​ຂຶ້ນ​ວ່າງ​ບໍ່​ດົນ​ມາ​ນີ້ ໄດ້­ແກ່​ຜົນ­ສຳ­ເລັດ​ໃນ​ການ​ເປີດ​ບັ້ນ​ເລີກ​ຮື້​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ທີ່​ເປັນ​ໂຕ​ການ​ສ້າງ​ຄວາມ​ລັງ​ກຽດ​ຄຽດ​ຊັງ​ພາຍ​ໃນ​ສັງ­ຄົມ ສົ່ງ­ເສີມ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການ​ຈຳ­ແນກ​ເພດ​ເຜົ່າ…

ອິນໂດເນເຊຍ-ສິງກະໂປ ກັບບັນຫາກັນຊາ ຢາບ້າ

ທີ່​ອິນ​ໂດ​ເນ​ເຊຍ: ມີ​ຂ່າວ​ອ່າວ​ເກົ່າ​ແຕ່​ໜ້າ​ສົນ­ໃຈ​ອອກ​ມາ​ຈາກ​ອິນ​ໂດ​ເນ​ເຊຍ ເມື່ອ​ປະ­ມານ 5 ປີ​ຢ້ອນ​ຫຼັງ ກ່ຽວ​ກັບ​ມາດ​ຕະ­ການ​ຄວບ​ຄຸມ​ນັກ ໂທດ​ຄະ­ດີ​ຢາ​ເສບ​ຕິດ ຜູ້​ຂຽນ​ເຄີຍ​ໄດ້​ສະ­ເໜີ​ບົດ​ໜຶ່ງ​ຜ່ານ​ມາ​ກ່ຽວ​ກັບ​ນະ­ໂຍ­ບາຍ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ ຕໍ່​ຜູ້​ຕິດ​ຢາ​ບ້າ ແລະ ຢາ​ເສບ​ຕິດ​ຊະ­ນິດ​ອື່ນໆ. ໃນ​ເມື່ອ​ກ່ອນໆ​ຢູ່​ອິນ​ໂດ​ເນ​ເຊຍ ນັ້ນ​ບໍ່​ມີ​ການ​ແຍກ ຫຼື ຈຳ­ແນກ​ລະ­ຫວ່າງ​ຜູ້​ເສບ​ກັບ​ຜູ້​ຄ້າ­ຂາຍ​ຢາ​ເສບ​ຕິດ ດັ່ງ­ນັ້ນ…

ຄວາມສຳຄັນ ແລະ ບັນຫາກ່ຽວກັບສື່ສັງຄົມອອນລາຍ ແລະ ອິນເຕີເນັດ

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ຄຳ​ຮຽກ­ຮ້ອງ​ຂອງ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ຢູ່​ຫວຽດ­ນາມ ໃຫ້​ລັດ­ຖະ­ບານ​ຄວບ​ຄຸມ​ກຸ່ມ​ໂຄ­ສະ­ນາ​ສິນ­ຄ້າ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ຕໍ່​ໃສ່​ຂ່າວ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທາງ​ເສດ­ຖະ­ກິດ ຍ້ອນ​ຄວາມ​ບົກ​ຜ່ອງ​ຂອງ​ເຄືອ​ຄ່າຍ​ອິນ​ເຕີ​ເນັດ. ທີ່​ຮ່າ​ໂນ້ຍ: ການ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ​ເພື່ອ​ໂຄ­ສະ­ນາ​ສິນ­ຄ້າ​ການ​ຊື້-ຂາຍ​ທີ່​ດິນ ຕະ­ຫຼາດ​ຫຸ້ນ ແລະ ອື່ນໆ​ແບບ​ຊະ­ຊາຍ ຂາດ​ການ​ຄຸ້ມ​ຄອງ​ນັ້ນ ໄດ້​ກາຍ­ເປັນ​ບັນ­ຫາ​ລົບ​ກວນ​ເວ­ລາ ແລະ ສະ­ມາ­ທິ​ຂອງ​ສ່ວນ​ບຸກ­ຄົນ​ຢູ່​ຫວຽດ­ນາມ​ມາ​ເປັນ​ເວ­ລາ​ດົນ​ນານ​ແລ້ວ ດັ່ງ​ມີ​ຂ່າວ​ອອກ​ມາ​ຈາກ​ຫວຽດ­ນາມ ກ່ຽວ​ກັບ​ຄຳ​ຮຽກ­ຮ້ອງ​ຂອງ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ໃນ​ທົ່ວ​ປະ­ເທດ…

ບັນຫາການນຳໃຊ້ກັນຊາຢ່າງຖືກກົດໝາຍ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ບົດ­ຮຽນ​ການ​ນຳ​ໃຊ້​ກັນ­ຊາ ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ມາ​ເລົ່າ​ສູ່​ຟັງ ຢູ່​ປະ­ເທດ​ລາວ​ພວກ​ເຮົາ ກັນ­ຊາ ຈັດ​ເປັນ​ປະ­ເພດ​ຢາ​ເສບ​ຕິດ​ໃຫ້​ໂທດ ທີ່​ຕ້ອງ​ຫ້າມ​ຕາມ​ກົດ­ໝາຍ ແຕ່​ພ້ອມ​ດຽວ​ກັນ​ນັ້ນ ທາງ​ການ​ກໍ​ໄດ້​ມີ​ທິດ​ທາງ​ສຶກ​ສາ​ຄົ້ນ­ຄວ້າ​ ການ​ນຳ​ໃຊ້​ກັນ­ຊາ​ທີ່​ຖືກ​ກົດ­ໝາຍ​ໃນ​ທາງ​ການ​ແພດ. ທີ່​ອົດ​ສະ​ຕຣາ​ລີ: ໃນ​ວັນ​ທີ 25 ກັນ­ຍາ 2019 ລັດ​ຖະ​ສະ­ພາ​ອົດ​ສະ​ຕຣາ​ລີ…

ເບິ່ງມາດຕະການເພື່ອຄວາມປອດໄພຂອງອິນໂດເນເຊຍ ແລະ ສ ເກົາຫຼີ

ທີ່​ອິນ​ໂດ​ເນ​ເຊຍ: ກ່ອນ​ໜ້າ​ນີ້​ປະ­ມານ 3 ປີ​ກວ່າໆ ກະ­ຊວງ​ການ​ຕ່າງ­ປະ­ເທດ​ອິນ​ໂດ​ເນ​ເຊຍ ໄດ້​ສ້າງ­ຕັ້ງ​ເຄືອ​ຄ່າຍ​ແອບ​ປະ­ລິ​ເຄ​ຊັນ ຫຼື ແອບ (APP) ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນ­ທາງ (Safe Travel app) ໂດຍ​ມີ​ເປົ້າ​ໝາຍ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ສຳ­ລັບ​ປະ­ຊາ­ຊົນ​ອິນ​ໂດ​ເນ​ເຊຍ ທີ່​ເດີນ­ທາງ​ໄປ​ຕ່າງ­ປະ­ເທດ ບໍ່​ວ່າ​ຈະ​ເປັນ​ການ​ເດີນ­ທາງ​ຊົ່ວ­ຄາວ…

ເບິ່ງວິທີດຶງດູດນັກທ່ອງທ່ຽວຕ່າງປະເທດ

ມື້­ນີ້​ຂໍ​ເຊີນ­ຊວນ​ບັນ­ດາ​ທ່ານ​ໄປ​ເບິ່ງ​ນະ­ໂຍ­ບາຍ ມາດ​ຕະ­ການ​ເພື່ອ​ຄຸ້ມ​ຄອງ ແລະ ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ຢູ່​ບາງ​ປະ­ເທດ​ຕໍ່​ໄປ​ນີ້: ທີ່​ອຸດ​ສະ​ເບ​ກິດ​ສະ­ຖານ: ປະ­ເທດ​ທີ່​ພວມ​ກ່າວ​ເຖິງ​ຢູ່​ນີ້ ມີ​ນະ­ຄອນ­ຫຼວງ​ຊື່­ວ່າ ທາ​ສະ​ເຄນ ເຄີຍ​ຮ່ວມ​ເປັນ​ສາ­ທາ­ລະ­ນະ​ລັດ​ໜຶ່ງ​ຂອງ​ອະ­ດີດ​ສະ­ຫະ­ພາບ​ໂຊ​ວຽດ ເຊິ່ງ​ຄົນ​ລາວ​ພວກ​ເຮົາ​ບໍ່​ວ່າ ຈະ​ເປັນ​ອະ­ດີດ​ນັກ​ສຶກ​ສາ​ຢູ່​ທີ່​ນັ້ນ ຫຼື ຜູ້​ທີ່​ເຄີຍ​ເດີນ­ທາງ​ໂດຍ​ເຄື່ອງ​ບິນ ອາ​ແອ​ໂຟຼດ ຈາກ​ວຽງ​ຈັນ…

ແກ້ໄຂບັນຫາມົນລະພິດ ດ້ວຍວິທີງ່າຍໆ

ທີ່​ເກາະ​ໄຕ້​ຫວັນ: ຂ່າວ​ຕ່າງປະເທດ​ເມື່ອ 3 ປີຜ່ານມາ ບອກ​ວ່າ ວັດ​ຫຼາຍໆ​ແຫ່ງ​ໃນ​ເກາະ​ແຫ່ງ​ນີ້ ​ໄດ້​ອອກ​ມາດ​ຕະການ​ຈຳກັດ ເລື່ອງ​ການ​ຈູດ​ທູບ-ທຽນ​ບູຊາຮູບ​ປັ້ນ​ອິນທາ​ຟ້າ​ແຖນ ຫຼື ພະ​ພຸດ​ທະ​ຮູບ ຈຸດປະສົງ​ຂອງ​ມາດ​ຕະການ​ຈຳກັດ​ນີ້ ກໍ​ແມ່ນ​ເພື່ອ​ບໍ່​ໃຫ້​ເກີດ​ມີ​ຄວັນ​ປົກ​ຄຸມ​ຕາມ​ບໍລິເວນ​ວັດ​ຄື​ເມື່ອ​ກ່ອນ ຄວັນ​ຈາກ​ທູບ-ທຽນ​ນີ້ ເມື່ອ​ໂຮມ​ເຂົ້າກັນ​ຫຼາຍ​ຕໍ່​ຫຼາຍ ມັນ​ກໍ​ສາມາດ​ກາຍເປັນ​ມົນ​ລະ​ພິດ​ໃນ​ວົງ​ກວ້າງ​ໄດ້ ຂ່າວ​ບອກ​ໃຫ້​ຮູ້​ວ່າ…

ເພື່ອຄວາມໝັ້ນຄົງ ແລະ ຄວາມປອດໄພ

ທີ່​ຍີ່­ປຸ່ນ: ໃນ​ທ້າຍ​ເດືອນ​ມີ­ນາ 2017 ລັດ­ຖະ­ບານ​ຍີ່­ປຸ່ນ ໄດ້​ມີ​ມະ­ຕິ​ເຫັນ​ດີ​ໃຫ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ອາ​ຊະ​ຍາ​ກຳ ແນ­ໃສ່​ຕ້ານ​ອົງ­ການ​ກໍ່​ການ​ຮ້າຍ ແລະ ບັນ­ດາ​ກຸ່ມ​ອາ​ຊະ​ຍາ​ກຳ​ອື່ນໆ ທີ່​ໃຊ້​ຄວາມ​ຮຸນ​ແຮງ ເຊິ່ງ​ເປັນ​ການ​ລະ­ເມີດ​ກົດ­ໝາຍ​ຂອງ​ຍີ່­ປຸ່ນ ກົດ­ໝາຍ​ໄດ້​ກຳ­ນົດ​ຄວາມ​ຜິດ​ຕໍ່​ບັນ­ດາ​ການ​ກະ­ທຳ​ດັ່ງ​ຕໍ່​ໄປ​ນີ້​ຄື: ການ​ລະ­ດົມ​ທຶນ ການ​ຈັດ​ຊື້​ວັດ­ຖຸ​ສິ່ງ​ຂອງ ການ­ເຄື່ອນ­ໄຫວ​ເພື່ອ​ກະ­ກຽມ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ການ​ຄາ­ຕະ­ກຳ ການ​ໃຊ້​ກຳ­ລັງ​ເຂົ້າ​ຢຶດ​ພາ­ຫະ­ນະ…

ເຄື່ອງບິນໂດຼນ ກັບບັນຫາຄວາມໝັ້ນຄົງ

ໃນ​ປັດ­ຈຸ­ບັນ ເຄື່ອງ​ບິນ​ແບບ​ບໍ່​ມີ​ຄົນ​ຂັບ ຫຼື ໂດຼນ ນັ້ນ ນິ­ຍົມ​ກັນ​ໃຊ້​ຢ່າງ​ແຜ່​ຫຼາຍ ເພື່ອ​ເປົ້າ​ໝາຍ​ອະ­ເນກ​ປະ­ສົງ ບໍ່​ວ່າ​ຈະ​ເປັນ​ໃຫ້​ບໍ­ລິ­ການ​ດ້ານ​ພົນ​ລະ​ເຮືອນ ກໍ​ຄື ທາງ​ການ​ທະ­ຫານ ແລະ ຄວາມ​ໝັ້ນ­ຄົງ ຍ້ອນ​ແນວ​ນີ້​ເອງ ຫຼາຍ​ປະ­ເທດ​ຈຶ່ງ​ໄດ້​ອອກ​ມາດ​ຕະ­ການ​ຄຸ້ມ​ຄອງ​ການ­ບິນ​ໂດຼນ ເພື່ອ​ນຳ​ໃຊ້​ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ ແລະ…

error: Content is protected !!