ນ້ຳຕາຜີເຜດ ຕົ້ນເຫດຂອງໄພອັນຕະລາຍ

ອີກ​ບໍ່​ດົນ​ກໍ​ຈະ​ຮອດ​ບຸນ​ເຂົ້າ​ພັນ​ສາ​ແລ້ວ​ເດ (5 ກໍ­ລະ­ກົດ​ປີ​ນີ້) ແນ່­ນອນ​ໃນ​ມື້​ນັ້ນ ຄົງ​ມີ​ຫຼາຍ​ຄົນ​ອະ­ທິ­ຖານ​ສາ­ບານ​ວ່າ ຈະ​ງົດ​ສິ່ງ​ອະ­ບາຍ​ຍະ​ມຸກ​ທີ່​ຕົນ​ເຄີຍ​ເຮັດ​ມາ ໃນ​ນັ້ນ ລວມ​ທັງ​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ງົດ​ເຫຼົ້າ​ເຂົ້າ​ພັນ​ສາ ! ການ​ສັນ­ຍາ​ສາ­ບານ​ດັ່ງ­ນີ້ ຖື​ເປັນ​ເລື່ອງ​ດີ ພຽງ​ແຕ່​ຂໍ​ໃຫ້​ປະ­ຕິ­ບັດ​ໄດ້​ແທ້ ດີ​ໄປ​ກວ່າ​ນັ້ນ ກໍ​ຄື ເມື່ອ​ອອກ​ພັນ​ສາ​ກໍ​ສາ­ມາດ​ລາ​ເຫຼົ້າ​ເລີຍ ຫຼື ຢ່າງ​ໜ້ອຍ​ກໍ​ຫຼຸດ­ຜ່ອນ​ໄດ້ ຂໍ​ຢ່າ​ເຮັດ​ແບບ​ວ່າ “ເຂົ້າ​ພັນ​ສາ­ລາ​ຈອກ ອອກ​ພັນ​ສາ​ຄວາ​ໃສ່​ແກ້ວ” ແນວ​ນີ້​ແມ່ນ​ບໍ່​ດີ​ດອກ​ນາ.

ເມື່ອ​ໄດ້​ເລີ່ມ​ຕົ້ນ​ບົດ​ກ່ຽວ​ກັບ​ເຫຼົ້າ​ແລ້ວ ກໍ​ເລີຍ​ຢາກ​ໃຫ້​ບັນ­ດາ​ທ່ານ​ໄປ​ເບິ່ງ​ບົດ­ຮຽນ​ຂອງ​ຫວຽດ­ນາມ ແລະ ຣັດ​ເຊຍ ໃນ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ປະ­ເພດ​ມຶນ­ເມົາ.

ທີ່​ຫວຽດ­ນາມ: ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ປະ­ເພດ​ມຶນ­ເມົາ ເຊັ່ນ: ເຫຼົ້າ ແລະ ເບຍ ຢູ່​ຫວຽດ­ນາມ​ນັ້ນ ເພິ່ນ​ເຮັດ​ໄປ​ພ້ອມໆ​ດຽວ​ກັບ​ການ​ຄວບ​ຄຸມ​ຢາ­ສູບ ເພາະ​ທັງ​ເຫຼົ້າ​ທັງ​ຢາ­ສູບ​ລ້ວນ​ແຕ່​ແມ່ນ​ສິ່ງ​ເສບ​ຕິດ​ທີ່​ແຜ່​ຫຼາຍ ແລະ ມີ​ການ​ບໍ­ລິ­ໂພກ​ກັນ​ຢ່າງ​ເປີດ​ແປນ ມາດ​ຕະ­ການ​ຂອງ​ຫວຽດ­ນາມ ໃນ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ປະ­ເພດ​ມຶນ­ເມົາ ແລະ ຢາ­ສູບ​ນັ້ນ​ມີ​ກົດ­ໝາຍ ແລະ ລະ­ບຽບ​ກາ​ເປັນ​ເຄື່ອງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ຄັກ­ແນ່ ແຕ່​ສຳ­ລັບ​ບົດ​ນີ້​ຜູ້​ຂຽນ​ຂໍ​ເວົ້າ​ແຕ່​ສະ­ເພາະ​ກ່ຽວ​ກັບ ວິ­ທີ​ຄວບ​ຄຸມ​ດ້ວຍ​ການ​ປັບ​ຂຶ້ນ​ພາ­ສີ​ການ­ຈຳ­ໜ່າຍ​ເຫຼົ້າ ເບຍ ແລະ ຢາ­ສູບ ການ​ປັບ​ຂຶ້ນ​ພາ­ສີ​ການ­ຈຳ­ໜ່າຍ​ນີ້​ເລີ່ມ​ປະ­ຕິ­ບັດ​ມາ​ແຕ່​ປີ 2015 ພຸ້ນ ສຳ­ລັບ​ຢາ­ສູບ​ແມ່ນ​ໄດ້​ປັບ​ພາ­ສີ​ຈຳ­ໜ່າຍ​ຂຶ້ນ​ໃນ​ອັດ­ຕາ 75% ໃນ​ປີ 2015 ຈາກ 15% ໃນ​ເມື່ອ​ກ່ອນ ແລະ ໄດ້​ເພີ່ມ​ຂຶ້ນ​ເປັນ 85% ນັບ​ແຕ່​ປີ 2018 ເປັນ­ຕົ້ນ​ມາ ການ​ປັບ​ຂຶ້ນ​ພາ­ສີ​ຢາ­ສູບ​ນີ້ ເຮັດ​ໃຫ້​ພວກ​ສິງ​ອົມ​ຄວັນ​ຕ້ອງ​ໄດ້​ຄຶດ​ໜັກ ກ່ອນ​ຈະ​ຈົກ​ເງິນ​ຊື້​ຢາ­ສູບ ເພາະ​ມັນ​ແພງ​ຂຶ້ນ​ແບບ​ກະ­ໂດດ​ຂັ້ນ ຂ່າວ​ບອກ​ວ່າ ລາຍ​ຮັບ​ຂອງ​ລັດ​ຈາກ​ການ​ປັບ​ຂຶ້ນ​ພາ­ສີ​ການ­ຈຳ­ໜ່າຍ​ຢາ­ສູບ​ນັ້ນ​ເກັບ​ໄດ້ 2.900 ຕື້​ກວ່າ​ດົງ ໃນ​ປີ 2016 ແລະ 7.700 ຕື້​ດົງ ໃນ​ປີ 2017 ສຳ­ລັບ​ພາ­ສີ ສຳ­ລັບ​ເຄື່ອງ​ດື່ມ​ປະ­ເພດ​ມຶນ­ເມົາ (ເຫຼົ້າ-ເບຍ) ນັ້ນ ແມ່ນ​ອີງ­ໃສ່​ລະ­ດັບ​ຄວາມ​ແຮງ​ຂອງ​ທາດ​ເຫຼົ້າ ຄື: ປະ­ເພດ​ທີ່​ມີ​ຄວາມ​ແຮງ​ແຕ່ 20 ອົງ­ສາ​ຂຶ້ນ​ໄປ ໄດ້​ປັບ​ຂຶ້ນ​ຈາກ 50% ເປັນ 65% ສ່ວນ​ປະ­ເພດ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ກວ່າ 20 ອົງ­ສາ​ນັ້ນ ໄດ້​ປັບ​ຂຶ້ນ​ຈາກ 25% ເປັນ 35% ເຫັນ​ບໍ​ລະ ການ​ເຮັດ​ໃຫ້​ລາ­ຄາ​ເຄື່ອງ​ດື່ມ​ປະ­ເພດ​ມຶນ­ເມົາ​ມີ​ລາ­ຄາ​ແພງ​ຂຶ້ນ​ນັ້ນ ນອກ­ຈາກ​ຈະ​ສາ­ມາດ​ຫຼຸດ­ຜ່ອນ​ຈຳ­ນວນ​ຜູ້​ດື່ມ​ແລ້ວ ລັດ​ກໍ​ຍັງ​ມີ​ເງິນ​ເຂົ້າ­ຖົງ​ເພີ່ມ​ຂຶ້ນ​ເປັນ​ເງົາ​ຕາມ​ໂຕ.

ທີ່​ຣັດ​ເຊຍ: ແຕ່­ໃດໆ​ມາ ປະ­ເທດ​ຣັດ​ເຊຍ ໄດ້​ຂຶ້ນ​ຊື່​ລື­ຊາ​ວ່າ ເປັນ​ແດນ “ໂວນ​ກາ” ເຫຼົ້າ​ເດັດ​ຕົ້ມ​ກັ່ນ​ຈາກ​ເຂົ້າ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ຊາວ​ຣັດ​ເຊຍ​ແຕ່​ສະ­ໄໝ​ບູ­ຮານ ແຕ່​ການ​ຂຶ້ນ​ຊື່​ລື­ຊາ​ດ້ານ​ນີ້ ຜັດ​ໄດ້​ເສື່ອມ​ຄວາມ​ໝາຍ​ລົງ​ໃນ​ຍຸກ​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ເປັນ​ປະ­ທາ­ນາ­ທິ­ບໍ­ດີ ເພາະ​ທ່ານ​ເປັນ​ຄົນ​ຫຼິ້ນ​ກີ­ລາ ຮັກ­ສາ​ສຸ­ຂະ­ພາບ ທີ່​ຍາກ​ຈະ​ຫາ​ຜູ້­ນຳ​ປະ­ເທດ​ອື່ນ​ທຽບ​ທັນ​ໄດ້ ດັ່ງ­ນັ້ນ ຈຶ່ງ​ບໍ່​ແປກ​ທີ່​ຣັດ​ເຊຍ​ໃນ​ຍຸກ​ຂອງ​ທ່ານ​ນີ້ ໄດ້​ເອົາ​ມາດ​ຕະ­ການ​ຫຼາຍ​ຢ່າງ​ເພື່ອ​ຫຼຸດ​ການ​ບໍ­ລິ­ໂພກ​ເຫຼົ້າ​ພາຍ​ໃນ​ປະ­ເທດ ໄປ​ພ້ອມ​ກັບ​ການ​ປາບ​ປາມ​ການ​ຜະ­ລິດ​ເຫຼົ້າ​ເຖື່ອນ​ທີ່​ແຜ່​ຫຼາຍ ແລະ ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ສຸ­ຂະ­ພາບ​ຂອງ​ຄົນ​ພາຍ​ໃນ​ປະ­ເທດ ມາດ​ຕະ­ການ​ທີ່​ວ່າ​ນີ້ ລວມ​ມີ​ການ​ຈຳ­ກັດ​ສະ­ຖານ­ທີ່ ແລະ ເວ­ລາ​ຂາຍ​ເຫຼົ້າ ການ​ປັບ​ຂຶ້ນ​ລາ­ຄາ​ຂາຍ­ຍ່ອຍ ເຫຼົ້າ-ເບຍ ອອກ­ແຮງ​ໂຄ­ສະ­ນາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ຊີ­ວິດ​ທີ່​ປອດ​ຈາກ​ເຫຼົ້າ ໝາກ­ຜົນ​ທີ່​ໄດ້​ຈາກ​ການ​ຈຳ­ກັດ​ການ​ບໍ­ລິ­ໂພກ​ເຫຼົ້າ ໄດ້​ເຮັດ​ໃຫ້​ອາ­ຍຸ​ຍືນ​ສະ­ເລ່ຍ​ຂອງ​ຄົນ​ຣັດ​ເຊຍ ເພີ່ມ​ຂຶ້ນ​ເປັນ 78 ປີ ສຳ­ລັບ​ເພດ​ຍິງ 68 ປີ ສຳ­ລັບ​ເພດ​ຊາຍ (ສະ­ຖິ­ຕິ​ປີ 2018) ເມື່ອ​ຊຸມ​ປີ​ຕົ້ນໆ​ຂອງ​ທົດ​ສະ​ວັດ 1990 ນັ້ນ ອາ­ຍຸ​ສະ­ເລ່ຍ​ຂອງ​ຜູ້​ຊາຍ​ຣັດ​ເຊຍ ມີ​ພຽງ 57 ປີ​ເທົ່າ​ນັ້ນ.

error: Content is protected !!