ເພື່ອຄວາມປອດໄພຈາກລັດທິກໍ່ການຮ້າຍ

ມື້­ນີ້​ມີ​ເລື່ອງ​ມາ​ເວົ້າ​ສູ່​ຟັງ ກ່ຽວ​ກັບ​ມາດ​ຕະ­ການ​ຮັກ­ສາ​ຄວາມ​ໝັ້ນ­ຄົງ ຄວາມ​ປອດ​ໄພ ຈາກ​ການ​ກໍ່​ການ​ຮ້າຍ​ຢູ່​ບັນ­ດາ​ປະ­ເທດ​ດັ່ງ​ຕໍ່​ໄປ​ນີ້.

ທີ່​ອິນ​ເດຍ: ມີ​ເລື່ອງ​ຟັງ​ແລ້ວ​ສີ​ແປກໆ​ຫູ ແຕ່​ເປັນ­ຄວາມ​ຈິງ​ທີ່​ເກີດ​ຢູ່​ປະ­ເທດ​ອິນ​ເດຍ ໃນ​ມາດ​ຕະ­ການ​ຮັກ­ສາ​ຄວາມ​ໝັ້ນ­ຄົງ ແລະ ຄວາມ​ປອດ​ໄພ ເລື່ອງ​ມີ​ຢູ່​ວ່າ ສູນ​ກາງ​ອຸດ­ສາ­ຫະ­ກຳ​ດ້ານ​ການ​ຮັກ­ສາ​ຄວາມ​ໝັ້ນ­ຄົງ (CISF) ທີ່​ເຮັດ​ໜ້າ­ທີ່​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ການ­ບິນ​ຂອງ​ອິນ​ເດຍ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ປະ­ຈຳ​ສະ­ໜາມ​ບິນ ປະ­ຢັດ​ຮອຍ​ຍິ້ມ ຫຼື ຫ້າມ​ຍິ້ມ​ຟຸມ​ເຟືອຍ ຫຼື ສະ­ແດງ​ຄວາມ​ເປັນ​ມິດ​ກັບ​ຜູ້­ໂດຍ­ສານ​ຈົນ​ເກີນ​ໄປ ເພາະ​ມັນ​ອາດ​ເຮັດ​ໃຫ້​ເສຍ​ບຸກ​ຄະ​ລິກ​ຂອງ​ຄວາມ​ເປັນ​ຕຳ­ຫຼວດ​ຮັກ­ສາ​ຄວາມ​ໝັ້ນ­ຄົງ-ຄວາມ​ປອດ​ໄພ ທາງ CISF ເຫັນ​ວ່າ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ປະ­ຈຳ​ສະ­ໜາມ​ບິນ​ນັ້ນ ຄວນ​ຍິ້ມ​ນ້ອຍໆ​ພໍ­ງາມ ບໍ່​ຄວນ​ຍິ້ມ​ກວ້າງໆ​ເລີຍ​ເຖືອດ ຄຳ​ສັ່ງ​ດັ່ງ­ກ່າວ​ແມ່ນ​ເພື່ອ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມີ​ສະ­ຕິ​ລະ­ວັງ​ຕົວ ບໍ່​ມົວ​ແຕ່​ສະ­ແດງ​ຄວາມ​ເປັນ​ມິດ​ເກີນ​ໄປ​ກັບ​ຜູ້­ໂດຍ­ສານ ທ່ານ ຣາ​ເຈັດ ຣານ​ຈານ ຜູ້­ອຳ­ນວຍ­ການ​ໃຫຍ່​ຂອງ CISF ໄດ້​ເວົ້າ​ກ່ຽວ​ກັບ​ບັນ­ຫາ​ນີ້​ວ່າ ພວກ​ເຮົາ​ບໍ່​ຄວນ​ສະ­ແດງ​ຄວາມ​ເປັນ​ມິດ​ເກີນ​ໄປ​ກັບ​ບັນ­ດາ​ຜູ້­ໂດຍ­ສານ ເພາະ​ມີ​ແຫຼ່ງ​ຂໍ້​ມູນ​ທີ່​ຊີ້​ອອກ​ວ່າ ເຫດ­ການ​ຖະ​ລົ່ມ​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ ທີ່​ນິວ​ຢອກ ສ ອາ​ເມ​ຣິ​ກາ ຫຼື ເຫດ­ການ 9/11 (ເຊັບ​ເທັມ​ເບີ ອີ​ເລ​ເວັນ) ນັ້ນ ເກີດ​ມາ​ຈາກ​ສະ­ພາບ​ຄວາມ​ເປັນ​ມິດ​ຈົນ​ເກີນ​ໄປ​ຂອງ​ຜູ້​ຮັກ­ສາ​ຄວາມ​ປອດ​ໄພ​ກັບ​ຜູ້­ໂດຍ­ສານ​ຫັ້ນ​ລະ… ທ່ານ​ຜູ້­ອຳ­ນວຍ­ການ​ຍັງ​ໄດ້​ຢ້ຳ​ຕື່ມ​ວ່າ ເຈົ້າ​ໜ້າ­ທີ່​ຮັກ­ສາ​ຄວາມ​ໝັ້ນ­ຄົງ​ປອດ​ໄພ​ຂອງ CISF ຈະ​ຕ້ອງ​ໄດ້​ຜ່ານ​ການ​ເຝິກ­ອົບ­ຮົມ​ກ່ຽວ​ກັບ​ນິດ​ໄສ ແລະ ການ­ສະ­ແດງ​ອອກ​ໂດຍ​ຊ່ຽວ­ຊານ​ລະ­ດັບ​ສາ­ກົນ.

ທີ່​ອິນ​ໂດ​ເນ​ເຊຍ: ໃນ​ທ້າຍ​ເດືອນ​ພຶດ­ສະ­ພາ 2018 ມີ​ຂ່າວ​ວ່າ ທາງ​ການ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ ທີ່​ມີ​ຄວາມ​ເຄັ່ງ​ຄັດ​ຮັດ­ກຸມ​ຂຶ້ນ​ຫຼາຍ ໃນ​ທີ່​ຈິງ​ແລ້ວ ການ​ພິ­ຈາ­ລະ­ນາ​ກົດ­ໝາຍ​ສະ­ບັບ​ນີ້ ໄດ້­ແກ່​ຍາວ​ມາ​ເປັນ​ເວ­ລາ 2 ປີ ຍ້ອນ​ວ່າ​ທາງ​ລັດ​ຖະ​ສະ­ພາ​ຍັງ​ຖົກ​ຖຽງ​ກັນ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ລາຍ​ລະ­ອຽດ​ຂອງ​ເນື້ອ​ໃນ​ລວມ ແລະ ບັນ­ຫາ​ກ່ຽວ​ກັບ​ຄຳ​ນິ​ຍາມ​ຄຳ​ວ່າ “ລັດ­ທິ​ກໍ່​ການ​ຮ້າຍ” ພາຍ​ໃຕ້​ກົດ­ໝາຍ​ສະ­ບັບ​ນີ້ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມີ​ສິດ​ກັກ​ຕົວ​ຜູ້​ຕ້ອງ​ສົງ­ໄສ ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ​ໄດ້​ເປັນ​ເວ­ລາ​ຍາວ​ເຖິງ 21 ວັນ ເຊິ່ງ​ໃນ​ເມື່ອ​ກ່ອນ​ນັ້ນ ການ​ກັກ​ຕົວ​ຜູ້​ຕ້ອງ​ສົງ­ໄສ​ແມ່ນ​ບໍ່​ໃຫ້​ກາຍ 1 ອາ­ທິດ (7 ວັນ) ນອກ­ຈາກ​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຍັງ​ມີ​ສິດ​ຟ້ອງ​ຮ້ອງ​ບຸກ­ຄົນ​ທີ່​ເຂົ້າ​ຮ່ວມ ຫຼື ປຸກ­ລະ­ດົມ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ອົງ­ການ​ການ​ກໍ່​ການ​ຮ້າຍ​ຢູ່​ພາຍ​ໃນ ແລະ ຢູ່​ຕ່າງ­ປະ­ເທດ ໃນ​ເດືອນ​ພຶດ­ສະ­ພາ ປີ 2018 ກໍ​ໄດ້​ມີ​ເຫດ­ການ​ວາງ​ລະ­ເບີດ​ຢູ່​ໂບດ ແລະ ປ້ອມ​ຕຳ­ຫຼວດ​ຢູ່​ອິນ​ໂດ​ເນ​ເຊຍ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ ຈຳ­ນວນ 13 ຄົນ ຜູ້​ກໍ່​ເຫດ​ນັ້ນ​ແມ່ນ​ຄົນ​ຈາກ 2 ຄອບ­ຄົວ ໃນ​ນັ້ນ ລວມ​ມີ​ເດັກ​ຍິງ​ອາ­ຍຸ 9 ປີ ແລະ 12 ປີ​ຮ່ວມ​ນຳ ທັງ​ສອງ​ຄອບ­ຄົວ​ທີ່​ວ່າ​ນັ້ນ ມີ​ການ​ພົວ­ພັນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ ທີ່​ຈົງ​ຮັກ​ພັກ­ດີ​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ ເຫດ­ການ​ນີ້​ເກີດ​ຂຶ້ນ​ຢູ່​ຊູ​ຣາ​ບາ​ຢາ ເມືອງ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ອິນ​ໂດ​ເນ​ເຊຍ ຫຼັງ​ຈາກ​ນັ້ນ​ມາ​ອີກ​ບໍ່​ພໍ​ເທົ່າ­ໃດ​ວັນ ກໍ​ມີ​ເຫດ​ຖະ​ລົ່ມ​ປ້ອມ​ຕຳ­ຫຼວດ​ໃນ​ລັກ­ສະ­ນະ​ດຽວ​ກັນ ຢູ່​ເກາະ​ຊູ​ມາ​ຕຼາ ເຮັດ​ໃຫ້​ຕຳ­ຫຼວດ 1 ຄົນ​ເສຍ​ຊີ­ວິດ ນີ້​ຄື​ເຫດ­ການ​ກໍ່​ການ​ຮ້າຍ ທີ່​ຊຸກ­ຍູ້​ໃຫ້​ມີ​ການ​ຮັບ­ຮອງ​ເອົາ​ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ພາຍ​ໃນ​ເດືອນ​ດຽວ​ກັນ​ນັ້ນ.

ທີ່​ອົດ​ສະ​ຕຣາ​ລີ: ຂ່າວ​ຕ່າງ­ປະ­ເທດ ໃນ​ຕົ້ນ​ເດືອນ​ກຸມ­ພາ 2020 ໄດ້​ເວົ້າ​ກ່ຽວ​ກັບ​ທາງ​ການ​ອົດ​ສະ​ຕຣາ​ລີ ໄດ້​ຈັບ​ກຸມ​ຍິງ​ອາ­ຍຸ 22 ປີ​ຄົນ​ໜຶ່ງ ໃນ​ຄວາມ​ຜິດ​ພົວ­ພັນ​ຮ່ວມ​ມື​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ຂອງ​ລັດ​ອິດ​ສະ​ລາມ ຂ່າວ​ບອກ​ວ່າ ຍິງ​ຄົນ​ນີ້​ໄດ້​ປຸກ­ລະ­ດົມ​ຂົນ­ຂວາຍ​ໝູ່­ຄູ່​ຂອງ​ຕົນ ໃຫ້​ເດີນ­ທາງ​ໄປ​ປະ­ເທດ​ຊີ​ຣີ ແລະ ອີ​ຣັກ ເພື່ອ​ຮ່ວມ​ຕໍ່­ສູ້​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ ນອກ­ຈາກ​ນັ້ນ ນາງ​ຖືກ​ຂໍ້​ຫາ​ມີ​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ສະ­ມາ­ຄົມ​ເຄືອ​ຄ່າຍ​ອອນ​ລາຍ ເພື່ອ​ສະ­ໜັບ­ສະ­ໜູນ​ການ­ເຄື່ອນ­ໄຫວ​ຂອງ​ກຸ່ມ​ລັດ​ອິດ​ສະ​ລາມ​ຢູ່​ປະ­ເທດ​ຊີ​ຣີ ຕາມ​ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອົດ​ສະ​ຕຣາ​ລີ ແລ້ວ ຄວາມ​ຜິດ​ຂັ້ນ​ນີ້ ຕ້ອງ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ.

error: Content is protected !!