ໃນບົດປະຈຳວັນນີ້ ທ່ານຈະໄດ້ຊາບກ່ຽວກັບມາດຕະການລົງໂທດ ໃນຄະດີຢາເສບຕິດ ທີ່ປະເທດສີລັງກາ ແລະ ອີຣານ.
ທີ່ສີລັງກາ: ໃນລະຫວ່າງກາງເດືອນກໍລະກົດ ປີ 2018 ທາງການຂອງປະເທດສີລັງກາ ໄດ້ຕົກລົງປັບປຸງມາດຕະການລົງໂທດ ໃນຄະດີທີ່ພົວພັນກັບການຄ້າຢາເສບຕິດ ໂດຍໄດ້ກຳນົດໂທດສູງສຸດດ້ວຍການປະຫານຊີວິດ ສຳລັບຜູ້ຄ້າຢາເສບຕິດ 2 ປະເພດ ຄື: ຜູ້ຄ້າຢາເສບຕິດທີ່ຍັງສືບຕໍ່ຄ້າຢາເສບຕິດ ໃນຂະນະທີ່ຍັງປະຕິບັດໂທດຢູ່ໃນຄຸກ ໝາຍຄວາມວ່າ ຍັງຕິດຄຸກຢູ່ ແຕ່ຍັງດື້ດ້ານຄ້າຢາເສບຕິດແບບບໍ່ຫຼາບບໍ່ຈື່ ສ່ວນປະເພດທີສອງ ໄດ້ແກ່ຜູ້ຄ້າຢາເສບຕິດທີ່ເຄີຍໄດ້ຮັບໂທດຕິດຄຸກມາແລ້ວຫຼາຍກວ່າ 1 ຄັ້ງ (ໝາຍຄວາມ 2 ຄັ້ງຂຶ້ນໄປ) ເຊິ່ງຖືວ່າເປັນໂທດທີ່ກໍ່ຂຶ້ນເປັນອາຈິນ ໃນໄລຍະທີ່ມີການກຳນົດໂທດປະຫານຊີວິດສຳລັບຜູ້ກະທຳຜິດ 2 ປະເພດທີ່ກ່າວມານັ້ນ ຂ່າວບອກວ່າ ມີຜູ້ຄ້າຢາເສບຕິດທີ່ຍັງຕິດຄຸກຢູ່ແຕ່ສືບຕໍ່ພົວພັນກັບຢາເສບຕິດ ຈຳນວນ 19 ຄົນ ພວກນີ້ຕ້ອງຖືກປະຫານຊີວິດ ດ້ວຍການແຂວນຄໍ ທ່ານ ໄມຕຼີພາລະສີລິເສນາ ປະທານາທິບໍດີ ສີລັງກາ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຂຶ້ນບັນຊີຜູ້ກະທຳຜິດ 2 ປະເພດດັ່ງກ່າວ ເພື່ອນຳມາລົງໂທດຢ່າງສະສົມ.
ທີ່ອີຣານ: ຂ່າວຢູ່ອີຣານນີ້ ມີລັກສະນະກົງກັນຂ້າມກັບຢູ່ສີລັງກາ ທີ່ເວົ້າມາຄື ທາງການຂອງປະເທດນີ້ ໄດ້ປັບປຸງກົດໝາຍອາຍາດ້ວຍການຜ່ອນຜັນໂທດຂອງອາຊະຍາກອນ ທີ່ພົວພັນກັບຢາເສບຕິດ ຂ່າວບອກວ່າ ທ່ານ ອາຢາໂຕລາ ຊາເດັບ ລາຣີຈານີ ຫົວໜ້າອົງການຍຸຕິທຳ ໄດ້ອອກຄຳສັ່ງໃຫ້ບັນດາຈ່າສານ ຍົກເລີກການຕັດສິນລົງໂທດປະຫານຊີວິດ ສຳລັບນັກໂທດຈຳນວນໜຶ່ງ ແລ້ວໃຫ້ຄົ້ນຄວ້າພິຈາລະນາຄະດີຂອງເຂົາເຈົ້າຄືນໃໝ່ ເປັນອັນວ່າ ພາຍໃຕ້ກົດໝາຍອາຍາສະບັບປັບປຸງນີ້ ນັກໂທດປະຫານໃນຄະດີຢາເສບຕິດ ຈຳນວນ 5.000 ຄົນ ໃນທົ່ວປະເທດອີຣານ ຈຳໄດ້ຮັບໂທດທີ່ເບົາບາງລົງຄື ຈາກໂທດປະຫານ ຫຼຸດລົງມາເປັນໂທດຈຳຄຸກ ແຕ່ 25 ຫາ 30 ປີ ອີຣານ ເປັນປະເທດໜຶ່ງທີ່ປະຕິບັດໂທດປະຫານໃນລະດັບສູງຫຼາຍ ໂດຍສະເພາະແມ່ນ ໃນຄະດີທີ່ພົວພັນກັບຢາເສບຕິດ ລັດຖະສະພາອີຣານ ໄດ້ມີມະຕິຮັບຮອງເອົາກົດໝາຍອາຍາສະບັບປັບປຸງໃນເດືອນສິງຫາ 2018 ພາຍຫຼັງໄດ້ມີການຄົ້ນຄວ້າຮ່ວມກັນ ລະຫວ່າງບັນດາຜູ້ແທນລັດຖະສະພາ ອົງການຕຳຫຼວດ ແລະ ອົງການຍຸຕິທຳ ເປັນເວລາຫຼາຍປີຜ່ານມາ ກົດໝາຍສະບັບປັບປຸງ ໄດ້ປັບຂຶ້ນປະລິມານຢາເສບຕິດທີ່ຜູ້ຜະລິດ ແລະ ຈຳໜ່າຍຕ້ອງໄດ້ຮັບໂທດປະຫານຊີວິດ ຄື ຈາກ 30 ກຣາມ ໃນເມື່ອກ່ອນ ມາເປັນ 2 ກິໂລກຣາມ ໝາຍຄວາມວ່າ ໃນເມື່ອກ່ອນໃຜຜະລິດ ຫຼື ຈຳໜ່າຍຢາບ້າ ເຮໂຣອິນ ໂຄເຄນ ແລະ ຢາເສບຕິດອື່ນໆ ໃນຈຳນວນ 30 ກຣາມ ກໍຕິດໂທດປະຫານ ແຕ່ໃນປັດຈຸບັນ ຕ້ອງແມ່ນ 2 ກິໂລ ຈຶ່ງຈະໄດ້ຮັບໂທດລະດັບນັ້ນ ສຳລັບການຜະລິດ ຫຼື ຄ້າຢາເສບຕິດທີ່ຍັງເປັນວັດຖຸດິບ ເຊັ່ນ: ຝິ່ນ ແລະ ກັນຊານັ້ນ ໄດ້ປັບຂຶ້ນເປັນ 50 ກິໂລ ຈຶ່ງຈະໄດ້ຮັບໂທດປະຫານຊີວິດ ເຊິ່ງໃນເມື່ອກ່ອນນັ້ນແມ່ນ 5 ກິໂລ ກົດໝາຍສະບັບປັບປຸງຍັງຮັກສາໂທດປະຫານໄວ້ຄືເກົ່າ ສຳລັບອາຊະຍາກອນທີ່ເປັນຫົວໂປ່ກຸ່ມແກ້ງຄ້າຢາເສບຕິດ ສຳລັບຜູ້ດຶງດູດເອົາເດັກອາຍຸຕ່ຳກວ່າ 18 ປີ ເຂົ້າຮ່ວມການຄ້າຢາເສບຕິດ ແລະ ຜູ້ມີອາວຸດ ຫຼື ໃຊ້ອາວຸດນາບຂູ່ໃນເວລາມີການກະທຳຜິດ.