ບົດຮຽນການແກ້ໄຂການຄ້າມະນຸດ

ທີ່​ກຳ­ປູ­ເຈຍ: ຂ່າວ​ຈາກ​ກຳ­ປູ­ເຈຍ ເມື່ອ 2 ປີ​ກ່ອນ​ໜ້າ​ນີ້ ໄດ້​ເວົ້າ​ກ່ຽວ​ກັບ​ຜົນ­ສຳ­ເລັດ​ໃນ​ສະ­ໜາມ­ຮົບ​ຕ້ານ​ການ​ຄ້າ​ມະ­ນຸດ ສາ­ມາດ​ເຮັດ​ໃຫ້​ອາ​ຊະ​ຍາ​ກຳ​ດັ່ງ­ກ່າວ ຫຼຸດ​ລົງ​ຕາມ​ລຳ­ດັບ ຕົວ­ຢ່າງ: ຄະ­ດີ​ການ​ຄ້າ​ມະ­ນຸດ ແຕ່​ເດືອນ​ມັງ­ກອນ-ຕຸ­ລາ ປີ 2017 ນັ້ນ ມີ​ຈຳ­ນວນ 129 ກໍ­ລະ­ນີ ແລະ ໄດ້​ຫຼຸດ​ລົງ​ສູ່​ຕົວ​ເລກ 109 ກໍ­ລະ­ນີ ໃນ​ໄລ­ຍະ​ດຽວ​ກັນ​ຂອງ​ປີ 2018 ໃນ​ນັ້ນ 75 ກໍ­ລະ­ນີ ແມ່ນ​ການ​ຄ້າ​ມະ­ນຸດ ເພື່ອ​ເປົ້າ​ໝາຍ​ຂູດ​ຮີດ​ທາງ​ເພດ ໃນ​ປີ 2017 ບັ້ນ​ກວາດ​ລ້າງ ໂດຍ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ສາ­ມາດ​ຊ່ວຍ­ເຫຼືອ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 15 ປີ ຈຳ­ນວນ 253 ຄົນ ສ່ວນ​ໃນ​ປີ 2018 ນັ້ນ ມີ​ຈຳ­ນວນ 189 ຄົນ ແນວ­ໃດ​ກໍ​ດີ ຂ່າວ​ບອກ​ວ່າ ເຖິງ​ວ່າ​ຈຳ­ນວນ​ຄະ­ດີ ແລະ ຈຳ­ນວນ​ເຫຍື່ອ​ຂອງ​ການ​ຄ້າ​ມະ­ນຸດ​ໄດ້​ຫຼຸດ​ລົງ​ໃນ​ປີ 2018 ທຽບ​ກັບ​ປີ 2017 ກໍ​ຕາມ ແຕ່​ຈຳ­ນວນ​ຜູ້​ກະ­ທຳ​ຜິດ​ທີ່​ພົວ­ພັນ​ກັບ​ອາ​ຊະ​ຍາ​ກຳ​ການ​ຄ້າ​ມະ­ນຸດ​ຜັດ​ເພີ່ມ​ຂຶ້ນ​ເປັນ 185 ຄົນ ທຽບ​ກັບ 158 ຄົນ ໃນ​ປີ 2017 ສ່ວນ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ກຳ­ປູ­ເຈຍ​ນັ້ນ ກໍ​ສາ­ມາດ​ປະ­ສານ​ງານ​ກັນ​ກັບ​ທາງ​ການ​ຂອງ​ມາ​ເລ​ເຊຍ ຈີນ ຫວຽດ­ນາມ ໄທ ສິງ­ກະ­ໂປ ອາ​ຣາ​ບີ​ຊາ​ອຸ​ດິດ ແລະ ອິນ​ໂດ​ເນ​ເຊຍ ເພື່ອ​ຈັດ​ສົ່ງ​ຄົນ​ກຳ­ປູ­ເຈຍ ທີ່​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ­ນຸດ​ຈຳ­ນວນ 434 ຄົນ ໃນ​ປະ­ເທດ​ເຫຼົ່າ​ນີ້​ກັບ​ຄືນ​ປະ­ເທດ​ຢ່າງ​ປອດ​ໄພ ທ່ານ​ນາງ ຊູ​ບຸນ​ເອັງ (Chou Bun Eng) ຮອງ​ຫົວ­ໜ້າ​ກຳ­ມາ​ທິ​ການ​ແຫ່ງ​ຊາດ ເພື່ອ​ປາບ​ປາມ​ການ​ຄ້າ​ມະ­ນຸດ ໄດ້​ເນັ້ນ​ຄວາມ​ສຳ­ຄັນ​ຂອງ​ມາດ​ຕະ­ການ​ທາງ​ກົດ­ໝາຍ ໃນ​ການ​ຕ້ານ​ອາ​ຊະ​ຍາ​ກຳ​ນີ້ ໃນ​ຮູບ​ແບບ​ການ​ຂູດ​ຮີດ​ແຮງ​ງານ ການ​ຂູດ​ຮີດ​ທາງ​ເພດ ການ​ຄ້າ​ອະ​ໄວ​ຍະ​ວະ ການ​ຄ້າ​ເດັກ​ເກີດ​ໃໝ່-ເດັກ­ນ້ອຍ​ທົ່ວ​ໄປ ແລະ ການ​ຖື­ພາ​ມານ​ແທນ (ອູ້ມ​ບຸນ) ໃຫ້​ຄູ່​ຜົວ​ເມຍ​ຊາວ​ຕ່າງ­ປະ­ເທດ ນອກ­ຈາກ​ນັ້ນ ທາງ​ຄະ­ນະ​ກຳ­ມາ​ທິ​ການ ຍັງ​ຈະ​ສືບ­ຕໍ່​ຊຸກ­ຍູ້​ໃຫ້​ມີ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ກັບ​ບັນ­ດາ​ປະ­ເທດ​ທີ່​ວ່າ: ຈ້າງ​ແຮງ​ງານ ແລະ ຊາວ​ປະ­ມົງ​ກຳ­ປູ­ເຈຍ

ທີ່​ປະ­ເທດ​ໄທ: ໃນ​ວັນ​ທີ 29 ເດືອນ​ຕຸ­ລາ 2017 ລັດ­ຖະ­ບານ​ໄທ ໄດ້​ເປີດ­ເຜີຍ​ເລກ​ໝາຍ​ໂທລະ­ສັບ ສຳ­ລັບ​ໃຊ້​ແຈ້ງ​ຂ່າວ​ໃຫ້​ທາງ​ການ​ໄທ​ຊາບ ກ່ຽວ​ກັບ​ຄົນ​ໄທ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ­ນຸດ​ຢູ່​ທຸກ​ບ່ອນ​ໃນ​ໂລກ ເລກ​ໝາຍ​ໂທລະ­ສັບ​ດັ່ງ­ກ່າວ​ແມ່ນ +66991301300 ເລກ​ໝາຍ​ນີ້ ຍັງ​ສາ­ມາດ​ໃຊ້​ສົ່ງ​ຂໍ້­ຄວາມ​ອີກ​ດ້ວຍ ຂ່າວ​ບອກ​ວ່າ ເຄືອ​ຄ່າຍ​ສາຍ​ດ່ວນ ເພື່ອ​ຊ່ວຍ­ເຫຼືອ​ຄົນ​ໄທ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ­ນຸດ ແມ່ນ​ຜົນ­ງານ​ການ​ຮ່ວມ​ມື​ລະ­ຫວ່າງ​ກະ­ຊວງ​ພັດ­ທະ­ນາ​ສັງ­ຄົມ ແລະ ຄວາມ​ໝັ້ນ­ຄົງ​ຂອງ​ມະ­ນຸດ​ກັບ​ຫ້ອງ­ການ​ກະ­ຈາຍ­ສຽງ ແລະ ຄົມ­ມະ­ນາ­ຄົມ​ຂອງ​ໄທ ເລກ​ໝາຍ​ນີ້​ໃຊ້​ໂທ​ໄດ້​ໃນ​ທົ່ວ​ໂລກ ໂດຍ​ບໍ່​ເສຍ​ຄ່າ ເປົ້າ​ໝາຍ​ຂອງ​ການ​ສ້າງ​ເຄືອ​ຄ່າຍ​ໂທລະ­ສັບ​ສາຍ​ດ່ວນ​ນີ້ ກໍ​ແມ່ນ​ເພື່ອ​ຊ່ວຍ​ແມ່­ຍິງ​ຈາກ​ທີ່​ຖືກ​ຫຼອກ​ລວງ​ໄປ​ຄ້າ​ປະ­ເວ­ນີ​ຢູ່​ຕ່າງ­ປະ­ເທດ.

ທີ່ ສປ ຈີນ: ຂ່າວ​ຕ່າງ­ປະ­ເທດ ໃນ​ທ້າຍ​ເດືອນ​ພຶດ­ສະ­ພາ 2019 ໃຫ້​ຮູ້​ວ່າ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຂອງ​ນະ­ຄອນ​ກຸ້ຍ​ຫຼິນ ເຂດ​ປົກ­ຄອງ​ຕົນ​ເອງ​ຂອງ​ເຜົ່າ​ຈ້ວງ ກວາງ­ຊີ ສາ­ມາດ​ເລີກ​ຮື້​ກຸ່ມ​ແກ້ງ​ຫຼອກ​ລວງ​ການ​ແຕ່ງ­ດອງ​ຂ້າມ​ຊາດ ໄດ້​ເປັນ​ຜົນ­ສຳ­ເລັດ ໃນ​ບັ້ນ ເລີກ​ຮື້​ນີ້​ເຈົ້າ​ໜ້າ­ທີ່​ສາ­ມາດ​ຈັບ​ກຸມ​ຜູ້​ຕ້ອງ​ສົງ­ໄສ​ໄດ້ 15 ຄົນ ໃນ 21 ຄະ­ດີ ທີ່​ພົວ­ພັນ​ກັບ​ບັນ­ດາ​ນະ­ຄອນ ໃນ​ຫຼາຍ​ທ້ອງ­ຖິ່ນ ເຊັ່ນ: ນະ­ຄອນ​ກຸ້ຍ​ຫຼິນ ອູ​ໂຈ ກຸຍ​ກາງ ຢິ້ວ​ຫຼິນ ຢຽນ​ເສິງ ແລະ ຫຼຽວ​ເສິງ ວົງ​ເງິນ​ທີ່​ພົວ­ພັນ​ກັບ​ຄະ­ດີ​ຂອງ​ກຸ່ມ​ແກ້ງ​ນີ້ ມີ​ຈຳ­ນວນ 1.200.000 ກວ່າ​ຢວນ ການ​ຕິດ­ຕາມ​ເພື່ອ​ທັບ​ມ້າງ​ກຸ່ມ​ອາ​ຊະ​ຍາ​ກຳ​ການ​ຄ້າ​ມະ­ນຸດ​ນີ້ ຖື​ເປັນ​ຄະ­ດີ​ພິ­ເສດ​ພາຍ​ໃຕ້​ການ​ຮັບ­ຜິດ­ຊອບ​ໂດຍ​ກົງ ຂອງ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ຈີນ.

error: Content is protected !!