ເມື່ອມະນຸດຕາດຳໆກາຍເປັນສິນຄ້າ

ໃນ​ປັດ­ຈຸ­ບັນ ອາ​ຊະ​ຍາ​ກຳ​ຄ້າ​ມະ­ນຸດ ໄດ້​ກາຍ­ເປັນ​ບັນ­ຫາ​ທີ່​ທັງ​ໂລກ​ຕ້ອງ​ໄດ້​ຮ່ວມ​ມື​ກັນ​ຕ້ານ ຍ້ອນ​ວ່າ​ມັນ​ໄດ້​ກາຍ­ເປັນ​ອາ​ຊະ​ຍາ​ກຳ​ທີ່​ໄຮ້​ພົມ​ແດນ ເຊິ່ງ​ປະ­ເທດ​ດຽວ​ບໍ່​ສາ­ມາດ​ແກ້​ໄຂ​ເອງ​ໄດ້ ຕົວ­ຢ່າງ:

ທີ່​ມຽນ​ມາ: ມີ​ຂ່າວ​ຕ່າງ­ປະ­ເທດ​ອອກ​ມາ​ໃຫ້​ຮູ້​ວ່າ ການ​ຄ້າ​ມະ­ນຸດ​ໃນ​ມຽນ​ມາ​ນັ້ນ ເປັນ​ໄປ​ໃນ​ຮູບ​ແບບ​ການ​ແຕ່ງ­ດອງ​ແອບ​ແຝງ​ຄື ດ້ວຍ​ຮູບ​ການ​ຂົນ­ຂວາຍ​ຊວນ​ເຊື່ອ​ຍິງ​ສາວ ໃຫ້​ໄປ​ແຕ່ງ­ດອງ​ກັບ​ຊາວ​ຕ່າງ­ປະ­ເທດ ເພື່ອ​ອະ­ນາ­ຄົດ​ທີ່​ດີ ແລະ ສົດ­ໃສ​ກວ່າ ເຊັ່ນ​ຂ່າວ​ໜັງ­ສື­ພິມ​ວຽງ​ຈັນ​ທາມ (Vientiane Times) ສະ­ບັບ​ວັນ​ທີ 20 ພະ­ຈິກ 2017 ໄດ້​ໃຫ້​ຮູ້​ວ່າ ທາງ​ການ​ມຽນ​ມາ ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ­ໄສ​ໃນ​ຄະ­ດີ​ຄ້າ​ມະ­ນຸດ ທີ່​ນະ­ຄອນ​ມັນ​ດາ​ເລ ຜູ້​ກະ­ທຳ​ຄວາມ​ຜິດ​ໄດ້​ຕົວະ​ຍົວະ​ຫຼອກ​ລວງ​ແມ່­ຍິງ​ຈຳ­ນວນ 3 ຄົນ ທີ່​ມີ​ອາ­ຍຸ​ແຕ່ 20-21 ປີ ໃຫ້​ໄປ​ແຕ່ງ­ດອງ​ກັບ​ຜູ້​ຊາຍ​ຈີນ ແຕ່​ໂຊກ​ດີ​ທີ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມັນ​ດາ​ເລ ຊາບ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ນີ້​ໄດ້​ກ່ອນ ຈຶ່ງ​ສາ­ມາດ​ຈັບ​ກຸມ​ຜູ້​ຕ້ອງ​ສົງ­ໄສ​ໄດ້​ທັນ​ການ ລາຍ​ລະ­ອຽດ​ຈາກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໃຫ້​ຮູ້​ວ່າ: ແມ່­ຍິງ​ທັງ​ສາມ​ຄົນ​ທີ່​ຖືກ​ຕົວະ​ຍົວະ ຖ້າ​ພວກ​ເຂົາ​ຕົກ­ລົງ​ແຕ່ງ­ດອງ​ກັບ​ຜູ້​ຊາຍ​ຈີນ ຈະ​ໄດ້​ເງິນ​ຈຳ­ນວນ 5 ລ້ານ​ຈາດ (ສະ­ກຸນ​ເງິນ​ມຽນ​ມາ) ໃນ​ທີ່​ສຸດ ລົດ​ບັນ­ທຸກ 3 ສາວ​ມຽນ​ມາ ແລະ ນັກ​ຕົ້ມ​ຕຸນ ອາ­ຍຸ 35 ປີ ທີ່​ອ້າງ​ຕົນ​ເອງ​ວ່າ​ເປັນ​ນາຍ​ແປ​ພາ­ສາ​ຈີນ ກໍ​ຖືກ​ຈັບ​ກຸມ​ຢູ່​ດ່ານ​ຊາຍ​ແດນ​ມັນ​ດາ​ເລ ຄະ­ດີ​ດັ່ງ­ກ່າວ​ຊີ້​ໃຫ້​ເຫັນ​ວ່າ ການ​ຄ້າ​ມະ­ນຸດ​ໃນ​ຮູບ​ແບບ​ຫຼອກ​ລວງ​ໃຫ້​ແມ່­ຍິງ​ໄປ​ແຕ່ງ­ດອງ​ກັບ​ຊາຍ​ຕ່າງ­ປະ­ເທດ​ນັ້ນ ກຳ­ລັງ​ມາ​ແຮງ ດັ່ງ­ນັ້ນ ຕ້ອງ​ມີ​ສະ­ຕິ ແລະ ມີ​ມາດ​ຕະ­ການ​ປ້ອງ​ກັນ​ລ່ວງ​ໜ້າ ບໍ່​ໃຫ້​ເຫດ­ການ​ນີ້​ເກີດ​ຂຶ້ນ​ໄດ້.

ທີ່​ຫວຽດ­ນາມ: ເພື່ອ​ປ້ອງ​ກັນ​ການ​ຄ້າ​ມະ­ນຸດ​ໃນ​ຮູບ​ການ​ບໍ­ລິ­ການ​ໂສ­ເພ­ນີ ທາງ​ລັດ­ຖະ­ບານ​ຫວຽດ­ນາມ ຈຶ່ງ​ໄດ້​ສະ­ເໜີ​ຮ່າງ​ລັດ​ຖະ​ບັນ­ຍັດ​ການ​ລົງ­ທຶນ​ໃຫ້​ສະ­ພາ​ແຫ່ງ​ຊາດ ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ໃນ​ຕົ້ນ​ເດືອນ​ກັນ­ຍາ ປີ 2014 ຮ່າງ​ລັດ​ຖະ​ບັນ­ຍັດ​ດັ່ງ­ກ່າວ ໄດ້​ກຳ­ນົດ​ຫ້າມ​ການ​ລົງ­ທຶນ​ດຳ­ເນີນ​ທຸ­ລະ​ກິດ​ຄ້າ​ປະ­ເວ­ນີ​ຢ່າງ​ເດັດ­ຂາດ ເຫດ­ຜົນ​ທີ່​ນຳ­ໄປ​ສູ່​ການ​ສະ­ເໜີ​ດັ່ງ­ກ່າວ ແມ່ນ​ອີງ­ໃສ່​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສູນ​ການ​ຄ້າ​ປະ­ເວ­ນີ​ແອບ​ແຝງ​ໄດ້​ເພີ່ມ​ຂຶ້ນ​ຢູ່ ຫວຽດ­ນາມ ໃນ​ຮູບ​ການ​ບໍ­ລິ­ການ​ຕ່າງໆ ເຊັ່ນ: ຂະ­ແໜງ­ການ​ຫຼິ້ນ​ເກມ ກາ​ຊີ​ໂນ ຮ້ານ​ອົບ​ນວດ ແລະ ອື່ນໆ ທີ່​ຂະ­ຫຍາຍ­ຕົວ​ແຮງ​ຕາມ​ຊາຍ​ແດນ​ຕິດ​ກັບ​ປະ­ເທດ​ເພື່ອນ​ບ້ານ ແລະ ຕາມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ສຳ­ຄັນ​ຫຼາຍ​ແຫ່ງ​ຢູ່​ຫວຽດ­ນາມ ຍັງ​ມີ​ຂໍ້​ສະ­ເໜີ​ຈາກ​ນັກ­ວິ­ຊາ­ການ ແລະ ນັກ​ສັງ­ຄົມ​ສາດ​ຈຳ­ນວນ​ໜຶ່ງ ທີ່​ມີ​ທັດ­ສະ­ນະ​ວ່າ ຄວນ​ເຮັດ​ໃຫ້­ການ​ຄ້າ​ປະ­ເວ­ນີ​ຖືກ​ກົດ­ໝາຍ ໂດຍ​ອ້າງ​ວ່າ ມັນ​ຈະ​ຊ່ວຍ​ໃຫ້​ຄະ­ດີ​ຕົວະ​ຍົວະ​ຫຼອກ​ລວງ ຫຼື ບັນ­ຫາ​ການ​ຂົ່ມ­ຂືນ​ຫຼຸດ​ນ້ອຍ​ຖອຍ​ລົງ ທັງ​ຈະ​ເປັນ​ການ​ສະ­ດວກ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ ຂອງ​ພະ­ຍາດ​ຕິດ­ຕໍ່​ທາງ​ເພດ​ອີກ​ດ້ວຍ ແນວ­ໃດ​ກໍ​ດີ ທາງ​ການ​ຫວຽດ­ນາມ ຍັງ​ຢຶດ​ໝັ້ນ​ໃນ​ຂໍ້​ຫ້າມ​ການ​ລົງ­ທຶນ​ໃສ່​ການ​ຄ້າ​ປະ­ເວ­ນີ ໄປ​ພ້ອມໆ​ກັບ​ການ​ລົງ­ທຶນ​ດ້ານ​ອື່ນໆ ເຊັ່ນ: ການ​ຜະ­ລິດ​ອາ­ວຸດ ການ​ຄ້າ​ອະ​ໄວ​ຍະ​ວະ​ມະ­ນຸດ ການ​ຜະ­ລິດ​ອາ­ວຸດ ການ​ຜະ­ລິດ​ສິນ­ຄ້າ ທີ່​ຂັດ​ຕໍ່​ຫຼັກ​ສິ­ລະ​ທຳ​ທາງ​ສັງ­ຄົມ ການ​ຜະ­ລິດ​ສິນ­ຄ້າ​ປອມ​ແປງ​ລຽນ​ແບບ​ສິນ­ຄ້າ​ທີ່​ເປັນ​ໄພ​ຕໍ່​ຄົນ ແລະ ສັດ.

error: Content is protected !!