ບົດຮຽນໃນການຄຸ້ມຄອງການທ່ອງທ່ຽວ

ທີ່​ກຳ­ປູ­ເຈຍ: ບັນ­ຫາ​ໜັກ​ໃຈ​ໜຶ່ງ​ໃນ​ຂະ­ແໜງ​ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ​ຂອງ​ກຳ­ປູ­ເຈຍ​ນັ້ນ ພົວ­ພັນ​ກັບ​ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ຜູ້­ນຳ​ທ່ຽວ​ເຖື່ອນ ຫຼື ຜິດ​ກົດ­ໝາຍ ທີ່​ຍາດ​ຊີງ​ອາ­ຊີບ​ຂອງ​ຜູ້­ນຳ​ທ່ຽວ ທີ່​ຈົດ​ທະ­ບຽນ​ເຄື່ອນ​ໄຫວ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຂ່າວ​ທີ່​ອອກ​ມາ​ໃນ​ຕົ້ນ​ເດືອນ​ກຸມ­ພາ 2019 ໃຫ້​ຮູ້​ວ່າ ເຈົ້າ​ໜ້າ­ທີ່​ແຂວງ​ສຽມ​ຣຽບ​ຂອງ​ກຳ­ປູ­ເຈຍ ໄດ້​ເລີ່ມ​ເອົາ​ມາດ​ຕະ­ການ​ເດັດ­ຂາດ ເພື່ອ​ແກ້​ໄຂ​ຜູ້­ນຳ​ທ່ຽວ​ມືດ ເຊິ່ງ​ໝາຍ​ເຖິງ​ຄົນ​ຕ່າງ­ປະ­ເທດ ທີ່​ລັກ­ລອບ​ປະ­ກອບ​ອາ­ຊີບ​ນຳ​ທ່ຽວ​ຢູ່​ຕາມ​ບໍ­ລິ­ເວນ​ອັງ​ກໍ​ວັດ-ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ກຳ­ປູ­ເຈຍ ແລະ ດັງ​ໄປ​ທົ່ວ​ໂລກ ຜູ້­ນຳ​ທ່ຽວ​ມືດ​ທີ່​ວ່າ​ນັ້ນ​ມີ​ຈຳ­ນວນ​ຫຼວງ­ຫຼາຍ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຄົນ​ຕ່າງ­ປະ­ເທດ​ທີ່​ຕັ້ງ​ຫຼັກ​ປັກ​ແຫຼ່ງ​ຢູ່​ນະ­ຄອນ​ສຽມ​ຣຽບ ເປັນ​ເວ­ລາ​ດົນ​ນານ ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ຫ້ອງ­ການ​ຕຳ­ຫຼວດ​ສາ­ລະ­ວັດ​ທະ­ຫານ ສະ­ມາ­ຄົມ​ຜູ້­ນຳ​ທ່ຽວ ແລະ ຫ້ອງ​ການ­ທ່ອງ­ທ່ຽວ ປະ­ຈຳ​ແຂວງ​ສຽມ​ຣຽບ ໄດ້​ສ້າງ​ກົນ​ໄກ​ປະ­ສານ​ງານ ເພື່ອ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ນຳ​ກັນ ຊ່ວຍ​ກັນ​ເປັນ​ຫູ​ເປັນ­ຕາ ຮີບ​ຮ້ອນ​ແຈ້ງ​ໃຫ້​ກັນ​ຮູ້​ຢ່າງ​ທັນ​ການ ຖ້າ​ພົບ​ເຫັນ​ຄົນ​ຕ່າງ­ປະ­ເທດ ເຮັດ​ອາ­ຊີບ​ນຳ​ທ່ຽວ​ຢ່າງ​ຜິດ​ກົດ­ໝາຍ ກໍ​ຄື ເມື່ອ​ມີ​ເຫດ­ການ​ສຸກ​ເສີນ​ອື່ນໆ ທີ່​ແຕະ­ຕ້ອງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ ກໍ​ຄື ຂະ­ແໜງ​ການ­ທ່ອງ­ທ່ຽວ ໜ້າ­ທີ່​ອັນ​ຮີບ​ດ່ວນ​ຂອງ​ຄະ­ນະ​ປະ­ສານ​ງານ​ພາກ­ສ່ວນ​ດັ່ງ­ກ່າວ ກໍ​ຄື ຕ້ອງ​ໄດ້​ຮີບ​ຮ້ອນ​ສຳ​ຫຼວດ​ຈົດ​ທະ­ບຽນ​ຄົນ​ຕ່າງ­ປະ­ເທດ ທີ່​ອາ­ໄສ​ຢູ່​ແຂວງ​ສຽມ​ຣຽບ​ເປັນ​ເວ­ລາ​ດົນ​ນານ​ມາ​ແລ້ວ ເພາະ­ວ່າ​ຄົນ​ເຫຼົ່າ​ນີ້​ເອງ ທີ່​ສວຍ­ໂອ­ກາດ​ເປັນ​ຜູ້­ນຳ​ທ່ຽວ​ແບບ​ຜິດ​ກົດ­ໝາຍ.

ທີ່ ສປ ຈີນ: ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ທາງ​ການ​ຈີນ ໄດ້​ອອກ​ຂໍ້​ກຳ­ນົດ​ກົດ​ລະ­ບຽບ​ຫຼາຍ​ຢ່າງ ເພື່ອ​ຄຸ້ມ​ຄອງ​ການ​ປະ­ພຶດ​ຂອງ​ນັກ​ທ່ອງ​ທ່ຽວ ຜູ້­ນຳ​ທ່ຽວ ກໍ​ຄື ບັນ­ດາ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ທ່ອງ​ທ່ຽວ ສຳ­ລັບ​ນັກ​ທ່ອງ​ທ່ຽວ​ທີ່​ອອກ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ­ປະ­ເທດ​ນັ້ນ ທາງ​ການ​ໄດ້​ເນັ້ນ​ໃຫ້​ພວກ​ເຂົາ​ຍົກ​ສູງ​ສະ­ຕິ​ເຄົາ­ລົບ ແລະ ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ ເຄົາ­ລົບ​ຮີດ­ຄອງ​ປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ຂອງ​ປະ­ເທດ​ທີ່​ໄປ​ທ່ຽວ ຫ້າມ​ປະ­ພຶດ​ແບບ​ແຕກ​ປອກ​ນອກ​ທາງ​ທີ່​ຈະ​ກາຍ­ເປັນ​ບັນ­ຫາ ແລະ ກະ­ທົບ​ຕໍ່​ກຽດ​ສັກ​ສີ​ຂອງ​ນັກ​ທ່ອງ​ທ່ຽວ​ເອງ ແລະ ຂອງ​ປະ­ເທດ​ຊາດ ໃນ​ໄລ­ຍະ​ຜ່ານ​ມາ ເຄີຍ​ມີ​ເຫດ­ການ​ບໍ່​ສົມ​ມາ​ພາ​ຄວນ​ຈຳ­ນວນ​ໜຶ່ງ ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ກໍ່​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊັ່ນ: ການ​ຫຼິ້ນ​ການ​ພະ­ນັນ ການ​ມົ້ວ​ສຸມ​ກັບ​ໂສ­ເພ­ນີ ການ​ໃຊ້​ອາ­ລົມ​ຢູ່​ຕາມ​ຮ້ານ​ຄ້າ ຮ້ານ​ອາ­ຫານ ແລະ ເຄື່ອງ​ບິນ ຕົວ­ຢ່າງ​ໜຶ່ງ​ທີ່​ອ່າວ​ໜັກ­ໜ່ວງ ກໍ​ຄື ເລື່ອງ​ນັກ​ທ່ອງ​ທ່ຽວ​ຈີນ 2 ຄົນ ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເຢຍ​ລະ​ມັນ​ຈັບ​ກຸມ ປັບ​ໃໝ ແລະ ເນ­ລະ­ເທດ​ຢູ່​ນະ­ຄອນ­ຫຼວງ​ແບກ​ແລງ (ວຽງ​ຈັນ​ທາມ 12 ສິງ­ຫາ 2017) ຍ້ອນ​ສະ­ແດງ​ທ່າ​ຄຳ­ນັບ​ແບບ​ນາ​ຊີ ຮິດ​ເລີ ອະ­ດີດ​ຈອມ​ຜະ­ເດັດ­ການ​ຂອງ​ເຢຍ​ລະ​ມັນ ຕາມ​ກົດ­ໝາຍ​ເຢຍ​ລະ​ມັນ​ແລ້ວ ຜູ້​ທີ່​ສະ­ແດງ​ທ່າ​ທາງ ຕິດ​ເຄື່ອງ­ໝາຍ​ທີ່​ເປັນ​ສັນ­ຍະ­ລັກ ນຸ່ງ​ເຄື່ອງ​ແບບ​ຂອງ​ອົງ­ການ​ທີ່​ຕ້ອງ​ຫ້າມ ກໍ​ຄື ການ​ປະ­ພຶດ​ທຸກ​ຢ່າງ​ທີ່​ພົວ­ພັນ​ກັບ​ພວກ​ຟາດ​ຊິດ​ຮິດ​ເລີ ແລະ ນາ​ຊີ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຕາມ​ກົດ­ໝາຍ ນັກ​ທ່ອງ​ທ່ຽວ​ຈີນ​ສອງ​ຄົນ​ນັ້ນ ໄດ້​ອອກ­ທ່າ​ຄຳ­ນັບ​ແບບ​ພວກ​ຟາດ​ຊິດ ຮິດ​ເລີ ເວ­ລາ​ຖ່າຍ­ຮູບ​ຢູ່​ຂ້າງໆ​ສຳ­ນັກ­ງານ​ລັດ​ຖະ​ສະ­ພາ​ເຢຍ​ລະ​ມັນ.

error: Content is protected !!