ເບິ່ງກົດໝາຍຫ້າມລວນລາມ ແລະ ໃຊ້ຄວາມຮຸນແຮງຕໍ່ເພດຍິງ

ທີ່​ອາ​ຣາ​ບີ​ຊາ​ອຸ​ດິດ: ໂດຍ​ສືບ­ຕໍ່​ປະ­ຕິ​ຮູບ​ມາດ­ຕະ­ຖານ​ດ້ານ​ສິດ­ທິ​ຂອງ​ແມ່­ຍິງ ທີ່​ດຳ­ເນີນ​ມາ​ຢ່າງ​ຕໍ່​ເນື່ອງ ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ແມ່­ຍິງ​ອາ​ຣາ​ບີ​ຊາ​ອຸ​ດິດ ໄດ້​ເລີ່ມ​ຊົມ­ໃຊ້​ສິດ­ທິ​ທີ່​ພວກ​ຕົນ​ບໍ່​ເຄີຍ​ໄດ້​ຮັບ​ມາ​ກ່ອນ ເຊັ່ນ: ສິດ­ທິ​ສະ­ເໝີ­ພາບ​ໃນ​ຄອບ­ຄົວ ສິດ­ທິ​ອອກ​ນອກ​ເຮືອນ ໂດຍ​ບໍ່​ມີ​ສະ­ມາ­ຊິກ​ເພດ​ຊາຍ​ໃນ​ຄອບ­ຄົວ​ຄຸ້ມ​ຄອງ ສິດ­ທິ​ຂັບ​ລົດ​ເຂົ້າ​ຊົມ​ກີ­ລາ ຊົມ​ລະ­ຄອນ-ຮູບ­ເງົາ ແລະ ອື່ນໆ ໃນ​ປັດ­ຈຸ­ບັນ ແມ່­ຍິງ​ຂອງ​ປະ­ເທດ​ນີ້ ມີ​ສິດ​ຮອດ​ເຂົ້າ​ຮັບ​ໃຊ້​ໃນ​ກອງ­ທັບ ແລ້ວ​ໃນ​ເດືອນ​ເມ­ສາ​ປີ 2018 ທາງ​ສະ­ພາ​ທີ່​ປຶກ­ສາ​ຊູ​ຣາ (ລັດ​ຖະ​ສະ­ພາ) ຂອງ​ປະ­ເທດ​ນີ້ ກໍ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຄະ­ນະ​ລັດ­ຖະ­ບານ ຄົ້ນ­ຄວ້າ ແລະ ຮ່າງ​ກົດ­ໝາຍ ກຳ­ນົດ​ຄວາມ​ຜິດ​ໃນ​ຄະ­ດີ​ໃຊ້​ຄວາມ​ຮຸນ​ແຮງ ຫຼື ລະ­ເມີດ​ທາງ​ເພດ​ຕໍ່​ແມ່­ຍິງ​ດ້ວຍ​ການ​ລົງ­ໂທດ​ປັບ​ໃໝ​ສູງ​ສຸດ​ເຖິງ 300.000 ຣີ​ຢານ (ສະ­ກຸນ​ເງິນ​ຂອງ​ອາ​ຣາ​ບີ​ຊາ​ອຸ​ດິດ-ກວ່າ 100 ລ້ານ​ກີບ) ທ່ານ​ນາງ ລາ­ຕີ​ຢາ ອານ​ຊາ​ລານ (Latifa al Shaalan) ສະ­ມາ­ຊິກ​ສະ­ພາ​ທີ່​ປຶກ­ສາ​ຊູ​ຣາ ກ່າວ​ກ່ຽວ​ກັບ​ຮ່າງ​ກົດ­ໝາຍ​ສະ­ບັບ​ນີ້​ວ່າ “ຈະ​ສາ­ມາດ​ປິດ​ຊ່ອງ​ຫວ່າງ​ດ້ານ​ກົດ­ໝາຍ​ຂອງ​ປະ­ເທດ ແລະ ຈະ​ມີ​ອຳ­ນາດ​ໃນ​ການ​ສະ­ກັດ​ກັ້ນ ການ​ລະ­ເມີດ​ສິດ​ຂອງ​ແມ່­ຍິງ”.

ທີ່​ເຊຍ​ຣາ​ອອນ: ປະ­ເທດ​ເຊຍ​ຣາ​ອອນ​ນີ້ ຕັ້ງ​ຢູ່​ໃນ​ທະ­ວີບ​ອາ​ຟຣິ​ກາ​ຕາ­ເວັນ­ຕົກ ມີ​ພົນ­ລະ­ເມືອງ​ຈຳ­ນວນ 7,5 ລ້ານ​ຄົນ ເປັນ​ປະ­ເທດ​ທີ່​ປະ​ເຊີນ​ກັບ​ບັນ­ຫາ​ການ​ລວນ​ລາມ ແລະ ຂົ່ມ­ຂືນ​ຝືນ​ໃຈ​ແມ່­ຍິງ​ຫຼາຍ​ທີ່​ສຸດ ດັ່ງ­ນັ້ນ ທາງ​ການ​ຂອງ​ປະ­ເທດ​ນີ້ ໃນ​ຍຸກ​ທີ່​ທ່ານ ຈູ​ລຽດ ມາ­ດາ​ບີ​ໂອ ເປັນ​ປະ­ທາ­ນາ­ທິ­ບໍ­ດີ ຈຶ່ງ​ໄດ້​ມີ​ການ​ເອົາ​ຈິງ​ເອົາ​ຈັງ ໃນ​ການ​ແກ້​ໄຂ​ບັນ­ຫາ​ລະ­ເມີດ​ສິດ­ທິ​ທາງ​ເພດ​ຕໍ່​ແມ່­ຍິງ ໂດຍ​ໄດ້​ປະ­ກາດ​ໃຫ້­ການ​ຂົ່ມ­ຂືນ ແລະ ເຫດ­ການ​ຮຸນ​ແຮງ​ທາງ​ເພດ ເປັນ​ບັນ­ຫາ​ສຸກ​ເສີນ​ລະ­ດັບ​ຊາດ ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ປັບ­ປຸງ​ກົດ­ໝາຍ​ອາ­ຍາ ທີ່​ມີ​ການ​ລົງ­ໂທດ​ໜັກ​ຂຶ້ນ ສຳ­ລັບ​ຜູ້​ຕິດ​ຄະ­ດີ​ລະ­ເມີດ​ທາງ​ເພດ​ຕໍ່​ເພດ​ຍິງ ຕົວ­ຢ່າງ ໃນ​ກົດ­ໝາຍ​ສະ­ບັບ​ເກົ່າ​ນັ້ນ ຜູ້​ທີ່​ມີ​ເພດ​ສຳ­ພັນ​ກັບ​ເດັກ​ທີ່​ບໍ່​ທັນ​ບັນ­ລຸ​ນິ­ຕິ­ພາ­ວະ ຈະ​ຖືກ​ລົງ­ໂທດ​ຕິດ​ຄຸກ​ສູງ​ສຸດ 15 ປີ ແຕ່​ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ໄດ້​ເພີ່ມ​ໂທດ​ຕິດ​ຄຸກ​ເປັນ​ຕະ­ຫຼອດ​ຊີ­ວິດ ນອກ­ຈາກ​ນັ້ນ ທາງ​ການ​ຍັງ​ໄດ້​ກຳ­ນົດ​ການ​ປິ່ນ­ປົວ​ບໍ່​ເສຍ​ຄ່າ​ໃນ​ໂຮງ­ໝໍ​ທຸກໆ​ແຫ່ງ ສຳ­ລັບ​ຜູ້​ຕົກ​ເປັນ​ເຫຍື່ອ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ທຸກ​ລາຍ ລັດ­ຖະ­ບານ​ໄດ້​ສ້າງ­ຕັ້ງ​ເຄືອ​ຄ່າຍ​ປະ­ສານ​ງານ​ກັບ​ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເພື່ອ​ເຮັດ​ໜ້າ­ທີ່​ສະ­ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ທຸກໆ​ກໍ­ລະ­ນີ ແລະ ໃນ​ທຸກ​ຮູບ​ການ​ສະ­ຖິ­ຕິ​ໃນ​ປີ 2018 ຊີ້​ໃຫ້​ເຫັນ​ວ່າ ເຊຍ​ຣາ​ອອນ ມີ​ຄະ­ດີ​ຂົ່ມ­ຂືນ ແລະ ທຳ­ຮ້າຍ​ຮ່າງ­ກາຍ​ແມ່­ຍິງ​ຢ່າງ​ໜ້ອຍ 8.500 ຄະ­ດີ ເພີ່ມ​ຂຶ້ນ​ເກືອບ 4.000 ຄະ­ດີ ທຽບ​ກັບ​ປີ​ກ່ອນ​ໜ້າ​ນັ້ນ.

ທີ່​ມາ​ເລ​ເຊຍ-ອິນ​ໂດ​ເນ​ເຊຍ: ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 18 ມັງ­ກອນ 2018 ໂດຍ​ອີງ​ຕາມ​ແຫຼ່ງ​ຂ່າວ The Star (ເດິ​ສະ​ຕາ) ໄດ້​ເປີດ­ເຜີຍ​ວ່າ ນັກ​ຂ່າວ ຫຼື ນັກ​ໜັງ­ສື­ພິມ​ເພດ​ຍິງ ໃນ​ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ​ນັ້ນ ເຄີຍ​ປະ​ເຊີນ​ກັບ​ບັນ­ຫາ​ລວນ​ລາມ​ທາງ​ເພດ​ມາ​ເປັນ​ເວ­ລາ​ນານ​ແລ້ວ ແຕ່​ບໍ່​ມີ​ໃຜ​ຫົວ­ຊາ​ຍົກ​ຂຶ້ນ​ມາ​ເປັນ​ບັນ­ຫາ ເພາະ​ບໍ່​ພຽງ​ແຕ່​ບໍ່​ຖື​ວ່າ​ເປັນ​ເລື່ອງ​ສຳ­ຄັນ ແຕ່​ຍັງ​ຖື​ວ່າ​ເປັນ “ເລື່ອງ​ທຳ​ມະ​ດາ” ທີ່​ພົວ­ພັນ​ກັບ​ການ­ເຄື່ອນ­ໄຫວ​ເອົາ​ຂ່າວ​ປະ­ຈຳ​ວັນ​ຂອງ​ນັກ​ຂ່າວ​ຍິງ ສຳ­ນັກ​ຂ່າວ​ຂອງ​ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ທີ່​ອອກ​ມາ​ເປີດ­ເຜີຍ​ເລື່ອງ​ນີ້ ໄດ້­ແກ່ ເກ​ຣາ​ກັນ ເມ​ເດຍ ເມີ​ເດ​ກາ (Geramm ຂອງ​ມາ​ເລ​ເຊຍ) ແລະ ອາ​ລຽນ ຊີ​ຊູ​ນາ​ລິດ ອິນ​ເດ​ເປັນ​ເດັນ ຂອງ​ອິນ​ໂດ​ເນ​ເຊຍ ສ່ວນ​ໜ່ວຍ​ງານ​ສື່​ເອ­ກະ­ລາດ​ເອ​ຊຽນ “ກໍ​ເຣ​ສ​ປົນ​ເດັນ” (Asian Correspondent) ນັ້ນ ກໍ​ໄດ້​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ ບັນ­ດາ​ນັກ​ການ­ເມືອງ ມີ​ພຶດ­ຕິ​ກຳ​ລວນ​ລາມ​ທາງ​ເພດ​ຕໍ່​ນັກ​ຂ່າວ​ເພດ​ຍິງ ຢູ່​ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ແລະ ຟິ​ລິບ​ປິນ.

error: Content is protected !!