ແກ້ໄຂບັນຫາຢາເສບຕິດ ດ້ວຍລະບົບການສຶກສາ ແລະ ການເຝິກວິຊາຊີບ

ວັນ​ທີ 26 ເດືອນ​ມິ­ຖຸ­ນາ​ຂອງ​ທຸກໆ​ປີ ແມ່ນ​ວັນ​ຕ້ານ​ຢາ​ເສບ​ຕິດ​ລະ­ດັບ​ສາ­ກົນ ເພື່ອ​ຫວນ​ຄືນ​ວັນ​ສຳ­ຄັນ​ດັ່ງ­ກ່າວ ທີ່​ຜ່ານ​ໄປ​ຍັງ​ບໍ່​ທັນ​ເຫິງ​ນີ້ ຜູ້​ຂຽນ​ມີ​ເລື່ອງ​ກ່ຽວ​ກັບ​ຢາ​ເສບ​ຕິດ​ຢູ່​ບາງ​ປະ­ເທດ​ມາ​ໃຫ້​ອ່ານ ເພື່ອ​ເບິ່ງ​ບົດ­ຮຽນ​ບ້ານ​ເຂົາ.

ທີ່​ຟີ​ລິບ​ປິນ: ໜຶ່ງ​ໃນ​ຫຼາຍໆ​ມາດ​ຕະ­ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ນັ້ນ ທາງ​ການ​ຟີ​ລິບ​ປິນ ເນັ້ນ​ການ​ສຶກ​ສາ​ອົບ­ຮົມ​ຄົນ​ໃນ​ໄວ​ເຍົາ­ວະ​ຊົນ ແລະ ຊາວ​ໜຸ່ມ ໃຫ້​ຮູ້​ກົນ­ອຸ­ບາຍ​ລາຍ​ລ່ຽມ​ຂອງ​ພວກ​ທີ່​ມີ​ສ່ວນ​ພົວ­ພັນ​ກັບ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ຂ່າວ​ບອກ​ວ່າ ລັດ­ຖະ­ບານ​ຟີ​ລິບ​ປິນ ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ໂຣ​ດິ​ໂກ ດູ​ເຕີ​ເຕ ທີ່​ບໍ່​ໄວ້­ໜ້າ​ພວກ​ຄ້າ​ຢາ​ເສບ​ຕິດ​ນີ້ ນັກ­ຮຽນ​ທີ່​ມີ​ອາ­ຍຸ​ແຕ່ 10 ປີ​ຂຶ້ນ​ໄປ ບໍ່​ພຽງ​ແຕ່​ຕ້ອງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ການ​ຄ້າ ແລະ ການ​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ​ເທົ່າ​ນັ້ນ ແຕ່​ຍັງ​ຕ້ອງ​ໄດ້​ຮຽນ​ຮູ້​ກົນ­ອຸ­ບາຍ​ລາຍ​ລ່ຽມ​ຂອງ​ຜູ້​ຄ້າ​ຢາ​ເສບ​ຕິດ ທີ່​ນຳ​ໃຊ້​ເພື່ອ​ລາກ​ແກ່​ເຍົາ­ວະ​ຊົນ ແລະ ຊາວ​ໜຸ່ມ​ເຂົ້າ​ສູ່​ແຫຼ່ງ​ອະ​ບາ​ຍະ​ມຸກ ຮຽນ​ຮູ້​ວິ­ທີ​ປະ­ຕິ­ເສດ​ຕໍ່​ການ​ຊັກ​ຊວນ​ຂອງ​ພວກ​ຄົນ​ບໍ່​ດີ ທີ່​ຕ້ອງ­ການ​ໃຫ້​ເດັກ​ກາຍ­ເປັນ​ລູກ​ຄ້າ ຫຼື ເປັນ​ຕົວ​ແທນ​ຄ້າ​ຢາ​ເສບ​ຕິດ ທ່ານ​ນາງ ບຼີ​ອອນ​ເນັດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ຟີ​ລິບ​ປິນ ໄດ້​ມີ​ຄຳ​ເຫັນ​ເມື່ອ​ປະ­ມານ 4 ປີ­ຜ່ານ­ມາ​ແລ້ວ​ວ່າ ທາງ​ກະ­ຊວງ​ຈະ​ເນັ້ນ​ການ​ຮຽນ-ການ​ສອນ​ເລື່ອງ​ບັນ­ຫາ​ຢາ​ເສບ​ຕິດ​ຢູ່​ຫຼັກ­ສູດ ໂດຍ​ແຍກ​ເປັນ​ຫົວ­ຂໍ້​ຮຽນ​ສະ­ເພາະ ທັງ​ນີ້​ກໍ​ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ຂອງ​ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຜິດ​ກົດ­ໝາຍ​ໃນ​ໄລ­ຍະ​ຜ່ານ​ມາ ຫຼັກ­ສູດ​ສຳ­ລັບ​ນັກ­ຮຽນ​ຊັ້ນ ປ4 ຢູ່​ຟີ​ລິບ​ປິນ​ນັ້ນ ໄດ້​ບັນ­ຈຸ​ວິ­ຊາ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ​ຢູ່​ແລ້ວ ແຕ່​ຍັງ​ຂາດ​ວິ­ຊາ​ປ້ອງ​ກັນ​ຕົວ ບໍ່​ໃຫ້​ເດັກ​ຕົກ​ເປັນ​ເຫຍື່ອ​ຂອງ​ພວກ​ຄ້າ​ຢາ​ເສບ​ຕິດ ຢູ່​ຟີ​ລິບ​ປິນ ພວກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເລັງ​ເປົ້າ​ເອົາ​ໂຮງ­ຮຽນ​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ ເປັນ​ບ່ອນ​ຈຳ­ໜ່າຍ​ຢາ​ເສບ​ຕິດ​ຫຼາຍ​ກວ່າ​ຢູ່​ໂຮງ­ຮຽນ​ໃນ​ເຂດ​ຊົນ­ນະ­ບົດ.

ທີ່​ປາ​ນາ​ມາ: ປະ­ເທດ​ແດນ​ໄກ​ໃນ​ທະ­ວີບ​ອາ​ເມ​ຣິ​ກາ ທີ່​ມີ​ຊື່­ວ່າ ປາ​ນາ​ມາ ນີ້ ມີ​ບົດ­ຮຽນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ທີ່​ຄວນ​ເບິ່ງ​ໄວ້ ຂ່າວ​ຕ່າງ­ປະ­ເທດ​ເມື່ອ​ປະ­ມານ 5 ປີ​ຢ້ອນ​ຫຼັງ​ໃຫ້​ຮູ້​ວ່າ: ທາງ​ການ​ຂອງ​ປະ­ເທດ​ນີ້ ໄດ້​ປະ­ກາດ​ໃຫ້​ອະ­ໄພ​ຍະ​ໂທດ​ແກ່​ບັນ­ດາ​ອະ­ດີດ​ສະ­ມາ­ຊິກ ແລະ ສະ­ມາ­ຊິກ​ທີ່​ຍັງ​ເຄື່ອນ​ໄຫວ​ກັບ​ກຸ່ມ​ຄ້າ​ຢາ​ເສບ​ຕິດ ນະ­ໂຍ­ບາຍ​ອະ­ໄພ​ຍະ​ໂທດ​ນີ້ ເຮັດ​ໄປ​ພ້ອມໆ​ກັບ​ການ​ເປີດ​ໂຄງ­ການ​ເຝິກ​ວິ­ຊາ​ຊີບ​ໃຫ້​ເຫຼົ່າ​ອາ​ຊະ​ຍາ​ກອນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ກາຍ­ເປັນ​ພົນ­ລະ­ເມືອງ​ດີ​ໃນ​ສັງ­ຄົມ ເງື່ອນ­ໄຂ​ຂອງ​ຜູ້​ທີ່​ຈະ​ໄດ້​ຮັບ​ອະ­ໄພ​ຍະ​ໂທດ ແລະ ເຂົ້າ​ຮ່ວມ​ໂຄງ­ການ​ເຝິກ​ວິ­ຊາ​ຊີບ ຄື: ກ່ອນ​ອື່ນ​ຕ້ອງ​ຍອມ​ປົດ​ອາ­ວຸດ ແລະ ມອບ​ອາ­ວຸດ​ທັງ​ໝົດ​ໃຫ້​ທາງ​ການ ໃນ​ເບື້ອງ​ຕົ້ນ ທາງ​ໂຄງ­ການ​ມີ​ແຜນ​ໃຊ້​ເວ­ລາ​ພຽງ 1 ເດືອນ ສຳ­ລັບ​ຈົດ​ທະ­ບຽນ​ຜູ້​ສະ­ໝັກ​ເຂົ້າ​ເຝິກ­ອົບ­ຮົມ ແຕ່​ເນື່ອງ​ຈາກ​ມີ​ຜູ້​ສະ­ໝັກ​ຫຼາຍ​ເກີນ​ຄາດ ຈຶ່ງ​ແກ່­ຍາວ​ການ​ຈົດ​ທະ­ບຽນ​ແບບ​ບໍ່​ມີ​ກຳ­ນົດ ນັບ​ແຕ່​ມື້​ດຳ­ເນີນ​ໂຄງ­ການ​ໃນ​ຕົ້ນ​ເດືອນ​ມັງ­ກອນ 2015 ຫາ​ທ້າຍ​ເດືອນ​ມິ­ຖຸ­ນາ​ປີ​ດຽວ​ກັນ​ນັ້ນ ໄດ້​ມີ​ຜູ້​ເຂົ້າ​ຮ່ວມ​ໂຄງ­ການ​ນີ້​ເຖິງ 2.500 ຄົນ ແລະ ໄດ້​ເພີ່ມ​ຂຶ້ນ​ເປັນ 5.000 ຄົນ ໃນ​ທ້າຍ​ປີ​ດຽວ​ກັນ​ນັ້ນ ນີ້​ກໍ​ເປັນ​ອີກ​ບົດ­ຮຽນ​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ ດ້ວຍ “ໄມ້​ອ່ອນ” ປາ​ນາ​ມາ ເປັນ 1 ໃນ​ບັນ­ຫາ​ປະ­ເທດ​ທີ່​ມີ​ອາ​ຊະ​ຍາ​ກອນ​ຄ້າ​ຢາ​ເສບ​ຕິດ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

error: Content is protected !!