ເຈົ້າຄອງ ລົງຕິດຕາມການກະກຽມຄວາມພ້ອມປະກາດສ້າງຕັ້ງຕາແສງຊ້າງມີໄຊ

ວັນທີ 28 ຕຸລາ 2025 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ ການກະກຽມຄວາມພ້ອມການປະກາດ ສ້າງຕັ້ງຕາແສງຊ້າງມີໄຊ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຕ້ອນຮັບໂດຍ ທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງ ເມືອງໄຊທານີ ມີ ທ່ານ ວຽງຄຳ ສີຫາໂຄດ ເລຂາພັກເມືອງ ມີບັນດາຫົວໜ້າພະແນກການນະຄອນຫຼວງວຽງຈັນຫົວໜ້າຫ້ອງ ການອອ້ມຂ້າງເມືອງໄຊທານີ ເລຂາໜ່ວຍພັກ ນາຍບ້ານ 24 ບ້ານເປົ້າໝາຍທີ່ຈະຂຶ້ນກັບຕາແສງຊ້າງມີໄຊເຂົ້າຮ່ວມ.

ທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງເມືອງໄຊທານີ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມຮອບດ້ານໃນການປະກາດສ້າງຕັ້ງຕາແສງຊ້າງມີໄຊ ເຊິ່ງຂອບເຂດພື້ນທີ່ຂອງຕາແສງ ປະກອບມີທັງໝົດ 24 ບ້ານ ຕາມຂໍ້ຕົກລົງ 1168/ຈນວ ລົງວັນທີ 27 ຕຸລາ 2025 ເຊິ່ງມີຊາຍແດນຕິດກັບເມືອງປາກງື່ມ ແລະ ເມືອງທຸລະຄົມແຂວງວຽງຈັນ ມີເນືັ້ອທີ່ທັງໝົດ 360,55 ກິໂລຕາແມດ ມີ 6.481 ຄອບຄົວ ມີພົນລະເມືອງທັໝົດ 38.006 ຄົນ ຍິງ 19.117 ຄົນ ດ້ານໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ

ຜ່ານມາໄດ້ສຳເລັດການຄົ້ນຄວ້າ ແລະ ກໍານົດໂຄງປະກອບການຈັດຕັ້ງ ແລະ ບຸກຄະລະກອນຂອງຕາແສງ ປະກອບມີ 10 ທ່ານ ເປັນຍິງ 1 ທ່ານ ໃນນີ້ປະທານ 1 ທ່ານ ຮອງປະທານ 2 ທ່ານ ກໍາມະການທີ່ເປັນຫົວໜ້າໜ່ວຍ ງານ 5 ທ່ານ ເປັນຍິງ 1 ທ່ານ ຮອງຫົວໜ້າໜ່ວຍງານ 2 ທ່ານໄດ້ສົມທົບກັບ ຄະນະຄົ້ນຄວ້າສ້າງຕັ້ງຕາແສງ ຂັ້ນ ນວ ຄົັ້ນຄວ້າຂໍ້ ຕົກລົງສ້າງຕັ້ງຕາແສງຊ້າງມີໄຊສຳເລັດ ວຽກທີ່ມອບໃຫ້ຕາແສງເຮັດແມ່ນເອົາວຽກຂອງນາຍບ້ານຈໍານວນ 51 ລາຍການ ໃນນັ້ນ ຂົງເຂດປກສ 27 ໜ້າວຽກ ຂົງເຂດເສດຖະກິດ 21 ໜ້າວຽກ ແລະ ຂົງເຂດວັດທະນະ ທໍາສັງຄົມ 3 ໜ້າ ວຽກ ແຕ່ລະໜ້າ ວຽກແມ່ນໄດ້ມີເອກະສານຄົບຖ້ວນ ຮ່າງຂໍ້ຕົກລົງວ່າດ້ວຍທີ່ຕັ້ງພາລະບົດບາດ ແລະ ການເຄື່ອນ ໄຫວຂອງຕາແສງຊ້າງມີໄຊ ປະກອບດ້ວຍ 5 ໜ່ວຍງານ ສໍາເລັດການຂຽນບົດວິພາກຂອງຕາແສງ ແລະ ສໍາເລັດການຂຽນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 1 (ແຕ່ປີ 2025-2029) ຂອງຕາແສງ ການປັບປຸງທາງດ້ານພື້ນ ຖານໂຄງລ່າງ ສໍາເລັດການປະຕິບັດໂຄງການສ້າງທາງປູຢາງ 2 ຊັ້ນຫ້ອງການສໍານັກງານປົກຄອງຕາແສງ ປັບປຸງສະຖານທີ່ຮອງຮັບບ່ອນເຮັດວຽກສໍາເລັດ 90% ແລະ ກຳນົດຈັດພິທີ ປະກາດສ້າງຕັ້ງຕາແສງຊ້າງມີໄຊ ຄາດວ່າຈະປະກາດໃນຕົ້ນເດືອນພະຈິກນີ້.

ໂອກາດນີ້ ທ່ານເຈົ້າຄອງ ນວ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳໃນການກະກຽມຄວາມພ້ອມໃນການປະກາດຕາແສງຊ້າງມີໄຊ ພ້ອມທັງໄດ້ເນັ້ນໃຫ້ອົງການປົກຄອງເມືອງເອົາໃຈໃສ່ລົງໃກ້ຊິດຕິດແທດ ແລະ ຊຸກຍູ້ໃຫ້ບັນດາບ້ານໃຫ້ມີຄວາມພ້ອມຮອບດ້ານໃນການໂຮມເປັນຕາແສງໃຫ້ຄວາມເປັນລະບຽບຮຽບຮ້ອຍ ແລະໃຫ້ສຳເລັດຕາມແຜນການທີ່ວາງໄວ້.

error: Content is protected !!