ໃນວັນທີ 27 ຕຸລາ 2025 ທີ່ ກົວລາລໍາເປີ ມາເລເຊຍ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສ໌ຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.

ໃນການພົບປະຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ຕ່າງກໍ່ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສຳຄັນປະກອບສ່ວນເຂົ້າໃນການສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີຢູ່ ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຍິນດີ ຕີລາຄາສູງ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ ເຊິ່ງຜູ້ນຳລາວ ແລະ ອີຢູ ໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບ ປະກັນປົກກະຕິ ພິເສດ ໃນປີ 2025 ນີ້ ເປັນປີທີ່ມີຄວາມໝາຍ ສໍາຄັນທາງດ້ານປະຫວັດສາດແຫ່ງການສ້າງຕັ້ງສາຍພົວພັນທາງ ການທູດລະຫວ່າງ ສປປ ລາວ ແລະ ອີຢູ ຄົບຮອບ 50 ປີ (21 ພະ ຈິກ 1975). ສອງຝ່າຍ ມີແຜນຈະຈັດງານສະເຫຼີມສະ ຫຼອງຮ່ວມກັນ ລວມທັງການກະກຽມກອງປະຊຸມຄະນະກຳມະ ທິການຮ່ວມ ລາວ-ອີຢູ ຄັ້ງທີ 12 ທີ່ ບຣຸກແຊນ ເຊິ່ງຄັ້ງນີ້ຝ່າຍອີຢູ ຈະເປັນເຈົ້າພາບໃນປີ 2026 ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຮ່ວມມືສອງຝ່າຍໃນຂົງການຕ່າງໆ ໃນໄລຍະຜ່ານມາ ແລະ ການວາງທິດທາງແຜນການຮ່ວມມືໃນຕໍ່ ໜ້າ.
ພ້ອມນີ້ ຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ໄດ້ຢືນຢັນ ແລະ ສະແດງຄວາມມຸ້ງໝັ້ນນຳກັນວ່າ ຈະສືບຕໍ່ຮັກ ສາການພົວພັນແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ສອງຝ່າຍ ໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ທີ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ປຶກສາ ຫາລືຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ການປ່ຽນແປງສະທພາບດິນຟ້າອາກາດ ພະລັງງານສະອາດ ແລະ ເສດຖະກິດສີຟ້າ ການສຶກສາ ການລົງທຶນ ແລະ ວຽກງານສາທາລະນະສຸກ ແລະ ເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ສະໜັບສະ ໜູນ ເຊິ່ງກັນ ແລະ ກັນ ໃນຂອບຫລາຍຝ່າຍ ເປັນຕົ້ນໃນຂອບອາຊຽນ, ຊຶ່ງໃນປີ 2027 ນີ້ກໍຈະເປັນປີ ຄົບຮອບ 50 ປີ ແຫ່ງການພົວພັນ ອາຊຽນ-ອີຢູ.
ນອກນີ້ ຍັງໄດ້ປຶກສາຫາລື ການສະໜັບສະໜູນ ສປປ ລາວ ໃນການເປັນປະທານກອງປະຊຸມທົບທວນຄືນ ຄັ້ງທີ 3 ຂອງສົນທິ ສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊື່ງຈະຈັດຂຶ້ນໃນເດືອນກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ ແລະ ການສະ ໜັບສະໜຸນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
#vientianemai