ວີຊາດຶງດູດເພື່ອກະຕຸ້ນເສດຖະກິດ ແລະ ຄວາມໂປ່ງໃສ

ທີ່​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ (ອາ​ຊຽນ) ເລີ່ມ​ແຕ່​ກາງ​ປີ 2016 ເປັນ­ຕົ້ນ​ມາ ມີ​ຫຼາຍ​ປະ­ເທດ​ທີ່​ໄດ້​ປັບ­ປຸງ​ນະ­ໂຍ­ບາຍ​ວີ​ຊາ ເພື່ອ​ດຶງ​ດູດ​ຄົນ​ຕ່າງ­ປະ­ເທດ​ໃນ​ໄວ​ບຳ­ນານ​ເຂົ້າ​ມາ​ປະ­ເທດ​ຂອງ​ຕົນ ແນ­ໃສ່​ກະ​ຕຸ້ນ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ການ­ທ່ອງ­ທ່ຽວ ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ໂຮງ­ໝໍ​ເຊັ່ນ: ທີ່​ກຳ­ປູ­ເຈຍ: ທາງ​ການ​ຂອງ​ປະ­ເທດ​ນີ້​ໄດ້​ອອກ​ນະ­ໂຍ­ບາຍ​ກ່ຽວ​ກັບ​ວີ​ຊາ​ບຳ­ນານ ສຳ­ລັບ​ຊາວ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ບຳ­ນານ​ແລ້ວ​ເຂົ້າ​ໄປ​ອາ­ໄສ​ຢູ່​ກຳ­ປູ­ເຈຍ ໃນ​ເບື້ອງ​ຕົ້ນ​ນະ­ໂຍ­ບາຍ​ນີ້​ໄດ້​ກຳ­ນົດ​ວ່າ​ຊາວ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ບຳ­ນານ​ແລ້ວ…

ເບິ່ງນະໂຍບາຍດ້ານພາສີໃນຕ່າງແດນ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ຂໍ້​ມູນ​ກ່ຽວ​ກັບ​ນະ­ໂຍ­ບາຍ ກໍ​ຄື ມາດ​ຕະ­ການ​ດ້ານ​ພາ­ສີ​ຂອງ​ປະ­ເທດ ສະ​ວິດ (ສະ​ວິດ​ເຊີ​ແລນ) ອິດ​ສະ​ລາ​ແອນ ແລະ ອັງ­ກິດ ມາ​ເລົ່າ​ສູ່​ຟັງ​ໃນ​ບັນ­ຍາ­ກາດ​ທີ່​ປະ­ເທດ​ພວກ​ເຮົາ​ໃຫ້​ຄວາມ​ສຳ­ຄັນ​ເປັນ​ເລີດ ເພື່ອ​ເຮັດ​ໃຫ້​ລາຍ​ຮັບ​ງົບ­ປະ­ມານ​ຈາກ​ພາ­ສີ​ມີ​ຄວາມ​ໝັ້ນ­ຄົງ​ຍືນ​ຍົງ ແລະ ໂປ່ງ​ໃສ. ທີ່​ປະ­ເທດ​ສະ​ວິດ: ປະ­ເທດ​ນ້ອຍໆ​ໃນ​ເອີ​ຣົບ ແຕ່​ອຸ­ດົມ​ຮັ່ງ­ມີ​ໃນ​ລະ­ດັບ​ຫົວ​ແຖວ​ຂອງ​ບັນ­ດາ​ປະ­ເທດ​ໃນ​ໂລກ​ນີ້…

ໄວປາກເສຍສິນ ໄວຕີນຕົກຕົ້ນໄມ້

ພົບ​ກັນ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ການ​ຈັບ​ກຸມ​ຜູ້​ເຜີຍ­ແຜ່​ຂ່າວ​ປອມ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ຢູ່​ຈີນ ແລະ ຢູ່​ໄທ ແລ້ວ​ຕໍ່​ໃສ່​ຂ່າວ​ກ່ຽວ​ກັບ​ການ​ເສບ​ຕິດ ສື່​ສັງ­ຄົມ​ອອນ​ລາຍ​ທີ່​ສີ​ລັງ­ກາ. ທີ່ ສປ ຈີນ: ທ່າມ­ກາງ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທາງ​ການ​ຈີນ​ບໍ່​ໄວ້­ໜ້າ​ຜູ້​ເຜີຍ­ແຜ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ຊະ­ນິດ​ຕ່າງໆ ຊຶ່ງ​ຈະ​ກໍ່­ໃຫ້­ເກີດ​ຄວາມ​ສັບ­ສົນ​ວຸ້ນ­ວາຍ ແລະ ຢ້ານ​ກົວ​ພາຍ​ໃນ​ສັງ­ຄົມ…

ລະວັງຂີ້ເຫຍື້ອຈະລົ້ນໂລກ

ມື້­ນີ້​ຂໍ​ສະ­ເໜີ​ກ່ຽວ​ກັບ​ຄວາມ​ຈຳ­ເປັນ ທີ່​ຕ້ອງ​ມີ​ວິ­ທີ​ກຳ­ຈັດ​ຂີ້​ເຫຍື້ອ ບໍ່​ໃຫ້​ລົ້ນ​ໂລກ ຕາມ​ຄວາມ​ຮຽກ­ຮ້ອງ​ຂອງ​ອົງ­ການ ສປຊ ແລະ ບົດ­ຮຽນ​ຂອງ​ຫວຽດ­ນາມ. ອົງ­ການ ສປຊ: ໃນ​ຕົ້ນ​ເດືອນ​ກຸມ­ພາ 2019 ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ໄດ້​ແຈ້ງ​ເຕືອນ​ໄພ​ກ່ຽວ​ກັບ​ບັນ­ຫາ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ ທີ່​ພວມ​ເປັນ​ໄພ​ຂົ່ມ­ຂູ່​ຕໍ່​ສຸ­ຂະ­ພາບ​ຂອງ​ມວນ​ມະ­ນຸດ ເພາະ​ຂີ້​ເຫຍື້ອ​ປະ­ເພດ​ນີ້…

ຖ່າຍເຊວຟີຕ້ອງຕັ້ງສະຕິໃຫ້ດີ

ຜູ້​ຂຽນ​ມີ​ເລື່ອງ​ອ່າວ​ເກົ່າ ແຕ່​ຍັງ​ເຜັດ​ມັນ​ກ່ຽວ​ກັບ​ການ​ຖ່າຍ​ເຊວ​ຟີ ທີ່​ພາ­ໃຫ້​ເກີດ​ມີ​ບັນ­ຫາ​ຕາມ​ມາ ການ​ຖ່າຍ​ເຊວ​ຟີ ແມ່ນ​ການ​ຖ່າຍ­ຮູບ​ຕົນ​ເອງ​ດ້ວຍ​ຕົນ​ເອງ ໂດຍ​ໃຊ້​ໂທລະ­ສັບ​ມື​ຖື ປະ­ເພດ “ສະ­ມາດ-Smart” ຊຶ່ງ​ນິ­ຍົມ​ກັນ​ແບບ​ສຸດໆ​ໃນ​ປັດ­ຈຸ­ບັນ ແຕ່​ພ້ອມ​ດຽວ​ກັນ ການ​ຖ່າຍ​ເຊວ​ຟີ ກໍ​ເຄີຍ​ສ້າງ​ບັນ­ຫາ​ໃຫ້​ຄົນ​ນ້ຳ​ຕາ​ຕົກ​ໃນ​ຍ້ອນ​ຄວາມ​ປະ­ໝາດ ເພາະ​ການ​ໃຊ້​ໂທລະ­ສັບ​ມື​ຖື​ຖ່າຍ​ໃຫ້​ເຫັນ​ພາບ​ຕົນ​ເອງ​ຄົນ​ດຽວ ຫຼື ຮ່ວມ​ກັບ​ໝູ່​ຫຼາຍ​ຄົນ​ນັ້ນ​ມັນ​ຕ້ອງ​ໄດ້​ເອົາ​ທ່າ​ທາງ ເຊັ່ນ:…

ສິງກະໂປ-ມາເລເຊຍ ເຄັ່ງຄັດເລື່ອງຄວາມປອດໄພຂອງການຈະລາຈອນ

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ຂໍ​ສະ­ເໜີ​ຂ່າວ​ກ່ຽວ​ກັບ​ການ​ລົງ­ໂທດ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ​ຢູ່​ສິງ­ກະ­ໂປ ແລະ ການ​ປາບ​ປາມ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ຢູ່​ມາ​ເລ​ເຊຍ. ທີ່​ສິງ­ກະ­ໂປ: ການ​ລະ­ເມີດ​ກົດ​ຈະ­ລາ­ຈອນ​ຂອງ​ຜູ້​ຂັບ​ຂີ່​ໃນ​ປະ­ເທດ​ສິງ­ກະ­ໂປ​ນັ້ນ ມີ​ໂທດ​ໜັກ­ໜ່ວງ​ທີ່​ສຸດ​ທຽບ​ກັບ​ຫຼາຍ​ປະ­ເທດ ດັ່ງ​ມີ​ລາຍ​ລະ­ອຽດ​ໃນ​ຂ່າວ​ຕ່າງ­ປະ­ເທດ ໃນ​ຕົ້ນ​ເດືອນ​ກໍ­ລະ­ກົດ ປີ 2019 ທີ່​ບອກ​ວ່າ: ໃນ​ວັນ​ທີ 8 ເດືອນ​ກໍ­ລະ­ກົດ 2019…

ມາດຕະການທາງກົດໝາຍ ເພື່ອຕ້ານການກໍ່ການຮ້າຍ

ໃນ​ບົດ​ຄວາມ​ນີ້ ທ່ານ​ຜູ້​ອ່ານ​ຈະ​ໄດ້​ຊາບ​ກ່ຽວ​ກັບ​ສິດ​ຂັບ​ຂີ່​ພິ­ເສດ​ໃນ​ອັງ­ກິດ ແລະ ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ ສ ເກົາ­ຫຼີ. ທີ່​ອັງ­ກິດ: ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້ ເຫດ​ກໍ່​ການ​ຮ້າຍ ແລະ ຄວາມ​ຮຸນ​ແຮງ​ທີ່​ປະ­ເທດ​ອັງ­ກິດ​ໄດ້​ເກີດ​ຂຶ້ນ​ອ່າວ​ຖີ່ ເຊັ່ນ: ການ​ເອົາ​ມີດ​ໄລ່​ແທງ​ກັນ​ຢູ່​ສວນ​ສາ­ທາ­ລະ­ນະ ເມືອງ​ຣີ​ດິງ ໃນ​ຄ່ຳ​ຄືນ​ວັນ​ທີ 20…

ກິນຕາມຢາກ ອາດລຳບາກຕາມທີຫຼັງ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ທາງ​ການ​ຍີ່­ປຸ່ນ ສັ່ງ​ຫ້າມ​ບໍ­ລິ­ໂພກ​ຊີ້ນ-ຕັບ​ໝູ​ດິບ ເລື່ອງ​ການ​ປ້ອງ​ກັນ​ພະ­ຍາດ​ຫູ​ໝູ​ກ່ຳ​ຢູ່​ມາ​ເລ​ເຊຍ ແລະ ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ຮັບ­ປະ­ກັນ​ອາ­ຫານ​ທະ­ເລ​ຢູ່​ອົດ​ສະ​ຕຣາ​ລີ. ທີ່​ຍີ່­ປຸ່ນ: ໃນ​ໂລກ​ເຮົາ​ນີ້ ຄົນ​ໃນ​ປະ­ເທດ​ທີ່​ກິນ​ປາ​ດິບ ອາ­ຫານ​ທະ­ເລ​ດິບ ລວມ​ທັງ​ຊີ້ນ​ດິບ​ຊະ­ນິດ​ຕ່າງໆ​ຄົງ​ບໍ່​ມີ​ໃຜ​ລື່ນ​ຊາວ​ຍີ່­ປຸ່ນ​ເດັດ­ຂາດ ຍ້ອນ​ແນວ​ນີ້​ເອງ ຍີ່­ປຸ່ນ ຈຶ່ງ​ມີ​ຊື່​ນ້ອຍ​ຫ້ອຍ​ຕິດ​ວ່າ “ແດນ​ປາ​ດິບ” ແຕ່​ແລ້ວ​ເມື່ອ​ປະ­ມານ​ເກືອບ…

ເບິ່ງມາດຕະການກຳຈັດຢາປົວພະຍາດທີ່ເປັນອັນຕະລາຍ

ເລື່ອງ​ສຳ­ຄັນ​ປະ­ຈຳ​ຄໍ​ລຳ​ມື້­ນີ້ ລວມ​ມີ​ຂ່າວ​ກ່ຽວ​ກັບ​ຍີ່­ປຸ່ນ​ຫ້າມ​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ຢາ​ປົວ​ພະ­ຍາດ​ທີ່​ເປັນ​ອັນ­ຕະ­ລາຍ ຕໍ່​ໃສ່​ເລື່ອງ​ທາງ​ການ​ຈີນ ປາບ​ປາມ​ພວກ​ຕົວະ​ຍົວະ​ຂາຍ​ຢາ​ບຳ­ລຸງ​ສຸ­ຂະ­ພາບ. ທີ່ ຍີ່­ປຸ່ນ: ເພື່ອ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ໃນ​ຊີ­ວິດ​ອິນ​ຊີ​ຂອງ​ພົນ­ລະ­ເມືອງ ທາງ​ການ​ຂອງ​ປະ ເທດ​ຍີ່­ປຸ່ນ ໄດ້​ມີ​ມາດ​ຕະ­ການ​ຫ້າມ​ນຳ​ເຂົ້າ​ຢາ​ປົວ​ພະ­ຍາດ​ທີ່​ບໍ່​ຮັບ­ປະ­ກັນ​ດ້ານ​ຄຸນ​ນະ​ພາບ ລວມ​ທັງ​ຜະ ລິດ​ຕະ​ພັນ​ທີ່​ມີ​ລັກ­ສະ­ນະ​ຄ້າຍ ຫຼື ເຄິ່ງ​ການ​ຢາ…

error: Content is protected !!