ກິນຕາມຢາກ ອາດລຳບາກຕາມທີຫຼັງ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ທາງ​ການ​ຍີ່­ປຸ່ນ ສັ່ງ​ຫ້າມ​ບໍ­ລິ­ໂພກ​ຊີ້ນ-ຕັບ​ໝູ​ດິບ ເລື່ອງ​ການ​ປ້ອງ​ກັນ​ພະ­ຍາດ​ຫູ​ໝູ​ກ່ຳ​ຢູ່​ມາ​ເລ​ເຊຍ ແລະ ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ຮັບ­ປະ­ກັນ​ອາ­ຫານ​ທະ­ເລ​ຢູ່​ອົດ​ສະ​ຕຣາ​ລີ.

ທີ່​ຍີ່­ປຸ່ນ: ໃນ​ໂລກ​ເຮົາ​ນີ້ ຄົນ​ໃນ​ປະ­ເທດ​ທີ່​ກິນ​ປາ​ດິບ ອາ­ຫານ​ທະ­ເລ​ດິບ ລວມ​ທັງ​ຊີ້ນ​ດິບ​ຊະ­ນິດ​ຕ່າງໆ​ຄົງ​ບໍ່​ມີ​ໃຜ​ລື່ນ​ຊາວ​ຍີ່­ປຸ່ນ​ເດັດ­ຂາດ ຍ້ອນ​ແນວ​ນີ້​ເອງ ຍີ່­ປຸ່ນ ຈຶ່ງ​ມີ​ຊື່​ນ້ອຍ​ຫ້ອຍ​ຕິດ​ວ່າ “ແດນ​ປາ​ດິບ” ແຕ່​ແລ້ວ​ເມື່ອ​ປະ­ມານ​ເກືອບ 4 ປີ​ຫຼັງ​ນີ້ ທາງ​ການ​ຍີ່­ປຸ່ນ​ຜັດ​ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ຮ້ານ​ອາ­ຫານ​ຕ່າງໆ ທີ່​ບໍ­ລິ­ການ​ເຍື່ອງ​ອາ­ຫານ​ເຮັດ​ດ້ວຍ​ຊີ້ນ​ໝູ ແລະ ຕັບ​ໝູ​ດິບ ທັງ​ນີ້​ເພື່ອ​ປ້ອງ​ກັນ​ສານ­ພິດ​ໃນ​ອາ­ຫານ​ປະ­ເພດ​ນີ້ ໃນ​ປີ 2012 ທາງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຍີ່­ປຸ່ນ ກໍ​ເຄີຍ​ສັ່ງ​ຫ້າມ​ຮ້ານ​ອາ­ຫານ​ຕ່າງໆ​ໃຫ້​ບໍ­ລິ­ການ​ອາ­ຫານ​ຕັບ​ງົວ​ດິບ ດ້ວຍ​ເຫດ­ຜົນ​ດຽວ​ກັນ​ນີ້​ລະ ນີ້​ກໍ​ແມ່ນ​ສາ­ເຫດ​ໜຶ່ງ​ທີ່​ຮ້ານ​ອາ­ຫານ​ຕ່າງໆ​ໃນ​ຍີ່­ປຸ່ນ ຫັນ​ມາ​ໃຫ້​ບໍ­ລິ­ການ​ອາ­ຫານ ປະ­ເພດ​ຊີ້ນ ແລະ ຕັບ​ໝູ​ດິບ​ແທນ​ຕັບ​ງົວ​ດິບ.

ໃນ​ຄຳ​ສັ່ງ​ຫ້າມ​ຄັ້ງ​ນີ້ ທາງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຍີ່­ປຸ່ນ ໄດ້​ອ້າງ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ເຄື່ອງ​ໄນ​ໝູ​ອາດ​ປົນ​ເປື້ອນ ດ້ວຍ​ພະ­ຍາດ​ອັກ­ເສບ​ຕັບ​ຊະ­ນິດ hepatitis-E ຊຶ່ງ​ເຮັດ​ໃຫ້​ຕັບ​ຄົນ​ເຮົາ​ໄຄ່-ບວມ ແລະ ອັກ­ເສບ​ໄດ້ ຄຳ​ສັ່ງ​ຫ້າມ​ໄດ້​ລະ­ບຸ​ວ່າ ຊີ້ນ-ຕັບ​ໝູ​ທີ່​ຈະ​ບໍ­ລິ­ໂພກ​ນັ້ນ ຕ້ອງ​ຄົວ​ໃຫ້​ສຸກ ໂດຍ​ໃຊ້​ເວ­ລາ​ຢ່າງ​ໜ້ອຍ 30 ນາ­ທີ ດ້ວຍ​ຄວາມ​ຮ້ອນ 63 ອົງ­ສາ​ຂຶ້ນ​ໄປ ຫຼື ຂ້າ​ເຊື້ອ​ດ້ວຍ​ຄວາມ​ຮ້ອນ​ຕາມ​ວິ­ທີ​ອື່ນໆ ຮ້ານ​ອາ­ຫານ​ໃດ​ລະ­ເມີດ​ຄຳ​ສັ່ງ​ນີ້​ຈະ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ເປັນ​ເວ­ລາ​ສູງ​ສຸດ 2 ປີ ຫຼື ຖືກ​ປັບ​ໃໝ​ເປັນ​ເງິນ 2 ລ້ານ​ເຢັນ ສ່ວນ​ຢູ່​ຕາມ​ຄົວ​ເຮືອນ​ນັ້ນ ຖ້າ​ຈະ​ບໍ­ລິ­ໂພກ​ຊີ້ນ​ໝູ​ກໍ​ຕ້ອງ​ລວກ ຫຼື ດາດ​ດ້ວຍ​ຄວາມ​ຮ້ອນ​ຢ່າງ​ໜ້ອຍ 1 ນາ­ທີ ໃນ​ຄວາມ​ຮ້ອນ 75 ອົງ­ສາ​ຂຶ້ນ​ໄປ ໃນ​ປີ 2011 ຊາວ​ຍີ່­ປຸ່ນ ທີ່​ຕິດ­ພະ­ຍາດ​ຕັບ​ຊະ­ນິດ hepatitis-E ນັ້ນ​ມີ​ຈຳ­ນວນ 55 ຄົນ ສ່ວນ​ໃນ​ປີ 2014 ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໄດ້​ເພີ່ມ​ຂຶ້ນ​ເປັນ 146 ຄົນ ແລະ ພິ­ສູດ​ໄດ້​ວ່າ ເຊື້ອ​ພະ­ຍາດ​ນີ້​ຕິດ​ມາ​ຈາກ​ຊີ້ນ-ຕັບ​ໝູ ແລະ ງົວ​ດິບ​ນັ້ນ​ເອງ ຮ້ານ​ອາ­ຫານ​ທີ່​ບໍ­ລິ­ການ​ຊີ້ນ-ຕັບ​ໝູ​ດິບ​ຢູ່​ຍີ່­ປຸ່ນ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ­ວາ ເຊັ່ນ: ໃນ​ປີ 2012 ນັ້ນ​ມີ 80 ຮ້ານ ແລະ ເພີ່ມ​ຂຶ້ນ​ເປັນ 190 ຮ້ານ​ໃນ​ລະ­ດູ​ຮ້ອນ​ຂອງ​ປີ 2013.

ທີ່​ມາ​ເລ​ເຊຍ: ສືບ​ເນື່ອງ​ມາ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້​ຫວັດ​ໝູ ອາ​ຟຣິ​ກາ ຫຼື ທີ່​ຮູ້​ກັນ​ຢູ່ ປະ­ເທດ​ພວກ​ເຮົາ​ວ່າ​ພະ­ຍາດ “ຫູ​ໝູ​ກ່ຳ” ຫວ່າງ​ບໍ່​ພໍ​ເທົ່າ­ໃດ​ປີ­ຜ່ານ­ມາ​ນີ້ ທາງ​ສະ­ຫະ­ພັນ​ຟາມ​ສັດ­ລ້ຽງ​ຂອງ​ມາ​ເລ​ເຊຍ (FLFAM) ກໍ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນ­ດາ​ເຈົ້າ​ຂອງ​ຟາມ​ລ້ຽງ​ໝູ​ມີ​ມາດ​ຕະ­ການ​ເຄັ່ງ​ຄັດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ໄຂ້​ຫວັດ​ໝູ​ສາຍ​ພັນ​ອາ​ຟຣິ​ກາ ລະ­ບາດ​ໃນ​ມາ​ເລ​ເຊຍ ພ້ອມ​ດຽວ​ກັນ​ກໍ​ໄດ້​ປະ­ກາດ​ຫ້າມ​ປະ­ຊາ­ຊົນ​ຊື້​ຊີ້ນ ກໍ​ຄື ຜະ­ລິດ​ຕະ​ພັນ​ຊີ້ນ​ໝູ ໂດຍ​ຜ່ານ​ອອນ​ລາຍ​ຈາກ​ບັນ­ດາ​ປະ­ເທດ​ທີ່​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ສ່ວນ​ຢູ່​ໃນ​ບັນ­ດາ​ຟາມ​ລ້ຽງ​ໝູ​ນັ້ນ ທາງ FLFAM ກໍ​ໄດ້​ກຳ­ນົດ​ມາດ­ຕະ­ຖານ​ເພື່ອ​ປ້ອງ​ກັນ​ສາຍ​ພັນ​ໝູ​ມາ​ເລ​ເຊຍ ດ້ວຍ​ຫຼາຍ​ວິ­ທີ ລວມ​ທັງ​ການ​ສີດ​ຢາ​ປ້ອງ​ກັນ​ເປັນ​ປະ­ຈຳ.

ທີ່​ອົດ​ສະ​ຕຣາ​ລີ: ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 19 ຕຸ­ລາ 2015 ໃຫ້​ຮູ້​ວ່າ: ທາງ​ການ​ອົດ​ສະ​ຕຣາ​ລີ ມີ​ແຜນ​ຕິດ​ປ້າຍ​ເຄື່ອງ­ໝາຍ​ບອກ​ທີ່​ມາ​ຂອງ​ທະ­ເລ ເພື່ອ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ເລືອກ​ອາ­ຫານ​ທະ­ເລ​ທີ່​ມີ​ຄຸນ​ນະ​ພາບ​ສູງ ອົດ​ສະ​ຕຣາ​ລີ​ນຳ​ເຂົ້າ​ອາ­ຫານ​ທະ­ເລ ປະ­ມານ 70% ມາດ​ຕະ­ການ​ຕິດ​ປ້າຍ​ບອກ​ທີ່​ມາ​ຂອງ​ອາ­ຫານ​ທະ­ເລ​ນີ້ ນອກ­ຈາກ​ຈະ​ສະ­ໜອງ​ທາງ​ເລືອກ​ເພື່ອ​ໄດ້​ຮັບ​ອາ­ຫານ​ທີ່​ມີ​ຄຸນ​ນະ​ພາບ​ແລ້ວ ຍັງ​ຈະ​ເປັນ​ການ​ສົ່ງ­ເສີມ​ອາ­ຫານ​ທະ­ເລ​ທ້ອງ­ຖິ່ນ​ພາຍ​ໃນ​ປະ­ເທດ​ອີກ​ດ້ວຍ.

error: Content is protected !!