ສສກ ແລະ ອົງການ CRS ສະເຫຼີມສະຫຼອງການມອບໂອນ 302 ໂຮງຮຽນ ສູ່ແຜນງານແາຫານທ່ຽງໃນໂຮງຮຽນ

    ລະຫວ່າງວັນທີ 23-24 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ອົງການບັນເທົາທຸກກາໂຕລິກ (CRS) ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ (ສສກ) ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານທ້ອງຖິ່ນ ໄດ້ສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ III (LEAPS III) ໂຄງການດັ່ງກ່າວ ໄດ້ສິ້ນສຸດລົງ ພ້ອມຜົນສໍາເລັດອັນຈົບງາມ ໃນການປັບປຸງໂພຊະນາການ ການຮຽນຮູ້ ແລະ ປັບປຸງສະພາບແວດລ້ອມການຮຽນ ໃຫ້ແກ່ນັກຮຽນຊັ້ນປະຖົມ ຢູ່ແຂວງສະຫວັນນະເຂດ.

    ຈຸດເດັ່ນຂອງງານສະເຫຼີມສະຫຼອງຄັ້ງນີ້ ແມ່ນຜົນສໍາເລັດທີ່ຍືນຍົງ ໂຮງຮຽນເປົ້າໝາຍທັງໝົດ 302 ແຫ່ງ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ LEAPS III ໄດ້ຖືກຄ່ຽນຖ່າຍ ສູ່ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນຂອງລັດຖະບານ ຢ່າງສົມບູນ ເຊິ່ງຈະຮັບປະກັນໃຫ້ນັກຮຽນສາມາດສືບຕໍ່ຮຽນຮູ້ ພ້ອມທັງໄດ້ຮັບອາຫານທີ່ມີໂພຊະນາການ.

    ການມອບໂອນໂຮງຮຽນທັງໝົດ 302 ແຫ່ງ ເຂົ້າສູ່ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນຂອງລັດຖະບານ ບໍ່ພຽງແຕ່ແມ່ນການສຳເລັດໂຄງການເທົ່ານັ້ນ ທ່ານ ວັດວິສາ ແກ້ວສາລີວົງ ຫົວໜ້າອົງການ CRS ປະຈໍາລາວ ກ່າວວ່າ: ມັນຍັງເປັນການລົງທຶນແບບຍືນຍົງ ເພື່ອອະນາຄົດຂອງເດັກນ້ອຍລາວອີກດ້ວຍ ນັບແຕ່ປີ 2022 ເປັນຕົ້ນມາ ດ້ວຍການສະໜັບສະໜູນຈາກ ກະຊວງກະສິກຳຂອງສະຫະລັດອາເມຣິກາ (USDA) ໂຄງການ LEAPS III ໄດ້ສະໜອງອາຫານໃຫ້ແກ່ນັກຮຽນຫຼາຍກວ່າ 50.000 ຄົນ ແລະ ໄດ້ເຝິກອົບຮົມແມ່ຄົວໂຮງຮຽນ 1.618 ຄົນ ກ່ຽວກັບໂພຊະນາການ ຄວາມປອດໄພດ້ານອາຫານ ແລະ ອະນາໄມ ນອກຈາກນີ້ ໂຄງການຍັງໄດ້ສະໜອງອາຫານປັນສ່ວນ ເຂົ້າ ແລະ ນ້ຳມັນພືດ ໃຫ້ເອົາກັບບ້ານ ແກ່ປະຊາຊົນເກືອບ 3.000 ຄົນ ມີຜູ້ເຂົ້າຮ່ວມການເຝິກອົບຮົມຂອງໂຄງການ ຫຼາຍກວ່າ 4.000 ຄົນ ແລະ ກຸ່ມຊາວກະສິກອນທ້ອງຖິ່ນ ໃນທັງ 6 ເມືອງເປົ້າໝາຍ ໄດ້ຮັບການສະໜັບສະໜູນດ້ານຜະລິດກະສິກໍາໂດຍນໍາໃຊ້ເຕັກນິກເຮືອນຮົ່ມ ເພື່ອສະໜອງຜັກສົດໃຫ້ແກ່ການປຸ່ງແຕ່ງອາຫານທ່ຽງໂຮງຮຽນ.

    ດ້ວຍການຊີ້ນໍາຂອງ ກະຊວງ ສສກ ຄວາມມຸ່ງໝັ້ນຂອງຊຸມຊົນ ແລະ ການສະໜັບສະໜູນຈາກຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານຂອງພວກເຮົາ ປັດຈຸບັນ ພື້ນຖານຕ່າງໆ ໄດ້ຖືກວາງໄວ້ແລ້ວ ເພື່ອໃຫ້ອາຫານໂຮງຮຽນ ສືບຕໍ່ເຂົ້າເຖິງເດັກນ້ອຍໄປອີກຫຼາຍປີຂ້າງໜ້າ ໂຄງການຍັງໄດ້ປັບປຸງສິ່ງອຳນວຍຄວາມສະດວກດ້ານນ້ຳສະອາດ ສຸຂາພິບານ ແລະ ສຸຂະອະນາໄມ ສະໜັບສະໜູນການເຝິກອົບຮົມຄູ ແລະ ການສອນອ່ານ-ຂຽນ ພ້ອມທັງສ້າງຕັ້ງກຸ່ມການຮຽນຮູ້ສຳລັບເດັກກ່ອນໄວຮຽນ ໂດຍຜ່ານການຫຼິ້ນ ໃນ 33 ບ້ານ ເຊິ່ງມີເດັກນ້ອຍເກືອບ 2.000 ຄົນ ໄດ້ເຂົ້າຮ່ວມກິດຈະກໍາການຮຽນຮູ້ໄວເດັກ ໃນລະຫວ່າງ 2023-2026.

    ເຖິງວ່າທຶນສະໜັບສະໜູນຈາກ USDA ໄດ້ສິ້ນສຸດລົງໃນຕົ້ນເດືອນພຶດສະພາ 2025 ແຕ່ CRS ສາມາດລະດົມທຶນເພີ່ມເຕີມ ເພື່ອສຳເລັດໄລຍະປີສຸດທ້າຍຂອງໂຄງການ ການສະໜັບສະໜູນຈາກ ລັດຖະ ບານອົດສະຕຣາລີ ຜ່ານແຜນງານ BEQUAL ອົງການພັດທະນາ ແລະ ຮ່ວມມືສະວິດ (SDC) ແລະ ທຶນຈາກ CRS ໄດ້ເຮັດໃຫ້ໂຄງການ LEAPS III ສາມາດປະຕິບັດຕາມພັນທະຂອງຕົນ ຈົນຮອດການສິ້ນສຸດໂຄງການຕາມກຳນົດ.     ງານປິດໂຄງການຄັ້ງນີ້ ເປັນໂອກາດໃນການຍົກສູງ ແລະ ຊົມເຊີຍ ການປະກອບສ່ວນຂອງລັດຖະ ບານລາວ ຊຸມຊົນ ຜູ້ໃຫ້ທຶນ ຄູ່ຮ່ວມພັດທະນາ ແລະ CRS ພ້ອມທັງເບິ່ງໄປຂ້າງໜ້າ ເພື່ອສືບຕໍ່ຄວາມພະຍາຍາມໃນການເສີມຂະຫຍາຍແຜນງານອາຫານທ່ຽງໃນໂຮງຮຽນ ແລະ ຂະຫຍາຍການເຂົ້າເຖິງອາ ຫານທ່ຽງໃນໂຮງຮຽນທີ່ມີໂພຊະນາການ ແລະ ການສຶກສາທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍໃນທົ່ວປະເທດ.

error: Content is protected !!