ວີຊາດຶງດູດເພື່ອກະຕຸ້ນເສດຖະກິດ ແລະ ຄວາມໂປ່ງໃສ

ທີ່​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ (ອາ​ຊຽນ) ເລີ່ມ​ແຕ່​ກາງ​ປີ 2016 ເປັນ­ຕົ້ນ​ມາ ມີ​ຫຼາຍ​ປະ­ເທດ​ທີ່​ໄດ້​ປັບ­ປຸງ​ນະ­ໂຍ­ບາຍ​ວີ​ຊາ ເພື່ອ​ດຶງ​ດູດ​ຄົນ​ຕ່າງ­ປະ­ເທດ​ໃນ​ໄວ​ບຳ­ນານ​ເຂົ້າ​ມາ​ປະ­ເທດ​ຂອງ​ຕົນ ແນ­ໃສ່​ກະ​ຕຸ້ນ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ການ­ທ່ອງ­ທ່ຽວ ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ໂຮງ­ໝໍ​ເຊັ່ນ:

ທີ່​ກຳ­ປູ­ເຈຍ: ທາງ​ການ​ຂອງ​ປະ­ເທດ​ນີ້​ໄດ້​ອອກ​ນະ­ໂຍ­ບາຍ​ກ່ຽວ​ກັບ​ວີ​ຊາ​ບຳ­ນານ ສຳ­ລັບ​ຊາວ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ບຳ­ນານ​ແລ້ວ​ເຂົ້າ​ໄປ​ອາ­ໄສ​ຢູ່​ກຳ­ປູ­ເຈຍ ໃນ​ເບື້ອງ​ຕົ້ນ​ນະ­ໂຍ­ບາຍ​ນີ້​ໄດ້​ກຳ­ນົດ​ວ່າ​ຊາວ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ບຳ­ນານ​ແລ້ວ ແລະ ມີ​ຫຼັກ​ຊັບ​ທາງ​ເສດ­ຖະ­ກິດ​ຄ້ຳ­ປະ­ກັນ​ນັ້ນ ຈະ​ມີ​ສິດ​ໄດ້​ວີ​ຊາ​ກຳ­ປູ­ເຈຍ​ແບບ​ເຂົ້າ-ອອກ​ໄດ້​ຫຼາຍ​ເທື່ອ​ພາຍ​ໃນ​ໜຶ່ງ​ປີ.

ທີ່​ປະ­ເທດ​ໄທ: ນະ­ໂຍ­ບາຍ​ບຳ­ນານ​ດຶງ​ດູດ​ຜູ້​ເຖົ້າ​ເຂົ້າ​ບຳ­ນານ ຈາກ​ຕ່າງ­ປະ­ເທດ​ເຂົ້າ​ໄທ ໄດ້​ດຳ­ເນີນ​ມາ​ເປັນ​ເວ­ລາ​ກວ່າ 10 ປີ​ແລ້ວ ໂດຍ​ໄດ້​ກຳ­ນົດ​ວ່າ ຄົນ​ຕ່າງ­ປະ­ເທດ​ທີ່​ມີ​ອາ­ຍຸ​ແຕ່ 50 ປີ​ຂຶ້ນ​ໄປ ມີ​ຫຼັ້ກ​ຖານ​ທີ່​ສະ­ແດງ​ເຖິງ​ຄວາມ​ສາ­ມາດ​ດ້ານ​ເສດ­ຖະ­ກິດ ແລະ ເງື່ອນ­ໄຂ​ທີ່​ກ່ຽວ­ຂ້ອງ​ອື່ນໆ ນັ້ນ ສາ­ມາດ​ຂໍ​ວີ​ຊາ​ບຳ­ນານ​ຢູ່​ໄທ​ໄດ້.

ຢູ່​ຟີ​ລິບ​ປິນ: ທາງ​ການ​ໄດ້​ມີ​ນະ­ໂຍ­ບາຍ​ອອກ​ວີ​ຊາ​ບຳ­ນານ​ໃຫ້​ຊາວ​ຕ່າງ­ປະ­ເທດ ທີ່​ມີ​ອາ­ຍຸ​ແຕ່ 35 ປີ ຂຶ້ນ​ໄປ ພ້ອມ​ທັງ​ຫຼຸດ​ຈຳ­ນວນ​ເງິນ​ຝາກ​ໃຫ້​ຕ່ຳ​ສຸດ (ຫຼັກ​ຊັບ​ຄ້ຳ­ປະ­ກັນ​ທາງ​ເສດ­ຖະ­ກິດ) ພ້ອມ​ດຽວ​ກັນ​ກໍ​ກຳ­ນົດ​ຄ່າ​ທຳ­ນຽມ​ວີ​ຊາ​ບຳ­ນານ​ໃຫ້​ຄຸ້ມ​ຄ່າ​ກວ່າ​ວີ​ຊາ​ການ­ທ່ອງ­ທ່ຽວ ນອກ­ຈາກ 3  ປະ­ເທດ​ທີ່​ເວົ້າ​ມາ​ນັ້ນ ມາ​ເລ​ເຊຍ ກໍ​ເປັນ​ອີກ​ປະ­ເທດ​ໜຶ່ງ​ທີ່​ມີ​ນະ­ໂຍ­ບາຍ​ວີ​ຊາ​ບຳ­ນານ​ທີ່​ມີ​ກຳ­ລັງ​ແຂ່ງ­ຂັນ​ສູງ ນະ­ໂຍ­ບາຍ​ນີ້​ທາງ ມາ​ເລ​ເຊຍ​ໃສ່​ຊື່­ວ່າ “ວີ​ຊາ​ພູມ­ລຳ­ເນົາ​ແຫ່ງ​ທີ​ສອງ” ຟັງ​ແລ້ວ​ມີ​ສະ​ເໜ່​ດຶງ​ດູດ​ທີ່​ສຸດ ວີ​ຊາ​ນີ້​ກຳ­ນົດ​ໃຫ້​ຊາວ​ຕ່າງ­ປະ­ເທດ​ຢູ່​ອາ­ໄສ​ໄດ້​ນານ​ເຖິງ 10 ປີ ຜູ້​ຖື​ວິ­ຊາ​ນີ້​ຍັງ​ສາ­ມາດ​ເອົາ​ສະ­ມາ­ຊິກ​ຄອບ­ຄົວ​ມາ​ອາ­ໄສ​ຢູ່​ນຳ​ກັນ​ໄດ້​ອີກ​ດ້ວຍ.

ທີ່​ອິນ​ໂດ​ເນ​ເຊຍ: ໃນ​ທ້າຍ​ປີ 2016 ທາງ​ການ​ອິນ​ໂດ​ເນ​ເຊຍ ໄດ້​ອອກ​ລະ­ບຽບ​ການ​ໃໝ່​ເພື່ອ​ເພີ່ມ​ຄວາມ​ເຄັ່ງ​ຄັດ​ຮັດ­ກຸມ​ເລື່ອງ​ການ​ອອກ​ວີ​ຊາ​ໃຫ້​ຊາວ​ຕ່າງ​ປະ ເທດ ຕາມ​ລະ­ບຽບ​ການ​ໃໝ່​ນີ້ ຊາວ​ຕ່າງ­ປະ­ເທດ​ທີ່​ຕ້ອງ­ການ​ວີ​ຊາ ຫຼື ຕໍ່​ວີ​ຊາ​ຕ້ອງ​ໄດ້​ໄປ​ເຂົ້າ​ແຖວ​ສະ­ເໜີ​ໜ້າ​ດ້ວຍ​ຕົນ​ເອງ​ຕໍ່​ເຈົ້າ​ໜ້າ­ທີ່​ອອກ​ວີ​ຊາ​ທີ່​ຫ້ອງ­ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ ທ່ານ ເຮ​ຣູ ຊານ​ໂຕ​ໂຊ ໂຄ­ສົກ​ສຳ­ນັກ­ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ອິນ​ໂດ​ເນ​ເຊຍ ໄດ້​ໃຫ້​ລາຍ​ລະ­ອຽດ​ກ່ຽວ​ກັບ​ລະ­ບຽບ​ການ​ໃໝ່ ວ່າ ແມ່ນ​ຄວາມ​ພະ­ຍາ­ຍາມ​ຂອງ​ທາງ​ການ ເພື່ອ​ປັບ­ປຸງ​ຄວາມ​ໂປ່ງ​ໃສ ແລະ ຄວາມ​ສາ­ມາດ​ໃນ​ການ​ກວດ­ກາ​ໄດ້​ກ່ຽວ​ກັບ​ຂັ້ນ​ຕອນ​ຕ່າງໆ ໃນ​ການ​ຂໍ ແລະ ອອກ​ວີ​ຊາ​ໃຫ້​ຊາວ​ຕ່າງ­ປະ­ເທດ ພາຍ​ໃຕ້​ລະ­ບຽບ​ການ​ໃໝ່​ນີ້ ຈະ​ບໍ່​ມີ​ນາຍ​ໜ້າ​ວິ່ງ​ເຕັ້ນ​ແລ່ນ​ເອ­ກະ­ສານ​ຂໍ​ວີ​ຊາ​ໃຫ້​ຊາວ​ຕ່າງ­ປະ­ເທດ​ອີກ​ຄື­ເກົ່າ ເພາະ­ວ່າ​ມັນ​ເປັນ​ຊ່ອງ​ຫວ່າງ ໃຫ້​ບັນ­ດາ​ນາຍ​ໜ້າ​ຊອກ​ຫາ​ຜົນ​ປະ­ໂຫຍດ​ແບບ​ຜິດ​ກົດ­ໝາຍ ມາດ​ຕະ­ການ​ນີ້​ ຍັງ​ສາ­ມາດ​ປ້ອງ​ກັນ​ບໍ່​ໃຫ້​ພະ­ນັກ­ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ ​ສົມ­ຮູ້​ຮ່ວມ​ຄິດ​ກັບ​ບັນ­ດາ​ນາຍ​ໜ້າ​ ໃນ​ການ​ຊອກ​ຫາ​ຜົນ​ປະ­ໂຫຍດ​ເຂົ້າ​ໂຕ​ເອງ ດ້ວຍ​ຮູບ​ການ​ສໍ້​ລາດ​ບັງ​ຫຼວງ ຫຼື​ຮັບ​ສິນ​ບົນ​ຕ່າງໆ ຍິງ​ຄົນ​ອັງ­ກິດ​ຜູ້​ໜຶ່ງ​ທີ່​ມີ​ຜົວ​ເປັນ​ຄົນ​ອິນ​ໂດ​ເນ​ເຊຍ ຢູ່​ເກາະ​ບາ​ຫຼີ ໄດ້​ສະ­ແດງ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ກັບ​ລະ­ບຽບ​ການ​ໃໝ່​ນີ້​ໂດຍ​ບອກ​ວ່າ ນາງ​ເບື່ອ​ໜັງ​ໜ້າ​ພວກ​ນາຍ​ໜ້າ​ຮັບ​ແລ່ນ​ເອ­ກະ­ສານ​ວີ​ຊາ ເພາະ​ພວກ​ເຂົາ​ບາງ​ຄັ້ງ​ກໍ​ຮຽກ­ຮ້ອງ​ຄ່າ​ເມື່ອຍ​ສູງ​ເຖິງ 500% ຂອງ​ຈຳ­ນວນ​ເງິນ​ທີ່​ຄວນ​ຈ່າຍ​ກໍ​ມີ.

error: Content is protected !!