ສິງກະໂປ-ມາເລເຊຍ ເຄັ່ງຄັດເລື່ອງຄວາມປອດໄພຂອງການຈະລາຈອນ

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ຂໍ​ສະ­ເໜີ​ຂ່າວ​ກ່ຽວ​ກັບ​ການ​ລົງ­ໂທດ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ​ຢູ່​ສິງ­ກະ­ໂປ ແລະ ການ​ປາບ​ປາມ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ຢູ່​ມາ​ເລ​ເຊຍ.

ທີ່​ສິງ­ກະ­ໂປ: ການ​ລະ­ເມີດ​ກົດ​ຈະ­ລາ­ຈອນ​ຂອງ​ຜູ້​ຂັບ​ຂີ່​ໃນ​ປະ­ເທດ​ສິງ­ກະ­ໂປ​ນັ້ນ ມີ​ໂທດ​ໜັກ­ໜ່ວງ​ທີ່​ສຸດ​ທຽບ​ກັບ​ຫຼາຍ​ປະ­ເທດ ດັ່ງ​ມີ​ລາຍ​ລະ­ອຽດ​ໃນ​ຂ່າວ​ຕ່າງ­ປະ­ເທດ ໃນ​ຕົ້ນ​ເດືອນ​ກໍ­ລະ­ກົດ ປີ 2019 ທີ່​ບອກ​ວ່າ: ໃນ​ວັນ​ທີ 8 ເດືອນ​ກໍ­ລະ­ກົດ 2019 ສະ­ພາ​ແຫ່ງ​ຊາດ ສິງ­ກະ­ໂປ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄົມ­ມະ­ນາ­ຄົມ​ສະ­ບັບ​ປັບ­ປຸງ ໂດຍ​ໄດ້​ປັບ​ຂຶ້ນ​ໂທດ​ຈຳ​ຄຸກ ແລະ ໂທດ​ປັບ​ໃໝ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ​ໃຫ້​ສູງ​ກວ່າ​ເກົ່າ ເມື່ອ​ທຽບ​ກັບ​ກົດ­ໝາຍ​ສະ­ບັບ​ເກົ່າ ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ໄດ້​ກຳ­ນົດ​ວ່າ ຜູ້​ຂັບ​ຂີ່​ຜິດ​ກົດ​ຈະ­ລາ­ຈອນ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ຄັ້ງ​ທຳ​ອິດ​ຈະ​ຖືກ​ຈຳ​ຄຸກ​ສູງ​ສຸດ 8 ປີ ທຽບ​ກັບ 3 ປີ​ໃນ​ກົດ­ໝາຍ​ອາ­ຍາ​ສະ­ບັບ​ເກົ່າ ນອກ​ນັ້ນ ຜູ້​ກະ­ທຳ​ຜິດ​ຍັງ​ຈະ​ຖືກ​ຢຶດ​ໃບ​ຂັບ​ຂີ່​ເປັນ​ເວ­ລາ 10 ປີ ໃນ​ກໍ­ລະ­ນີ​ຜູ້­ກ່ຽວ​ເຮັດ​ຜິດ​ເປັນ​ຄັ້ງ​ທີ 2 ໂທດ​ຈຳ​ຄຸກ​ສູງ​ສຸດ​ກໍ​ຈະ​ຖີບ​ຂຶ້ນ​ເປັນ 15 ປີ ສ່ວນ​ກົດ­ໝາຍ​ສະ­ບັບ​ເກົ່າ​ນັ້ນ ແມ່ນ 5 ປີ.

ນອກ­ຈາກ​ການ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄົມ­ມະ­ນາ­ຄົມ​ແລ້ວ ກ່ອນ​ໜ້າ​ນັ້ນ​ຄື​ໃນ​ວັນ​ທີ 9 ເດືອນ​ກັນ­ຍາ ປີ 2014 ທາງ​ການ​ສິງ­ກະ­ໂປ ຍັງ​ໄດ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ທາງ­ບົກ ຊຶ່ງ​ໄດ້​ວາງ​ລະ­ບຽບ​ເຄັ່ງ​ຄັດ​ກ່ຽວ​ກັບ​ການ​ໃຊ້​ໂທລະ­ສັບ​ມື​ຖື ລະ­ຫວ່າງ​ຂັບ​ລົດ ລວມ​ທັງ​ການ​ຫຼິ້ນ​ເກມ​ອິນ​ເຕີ​ເນັດ ແລະ ການ​ເປີດ​ເບິ່ງ​ອີ​ເມວ ໃນ​ໜ້າ​ຈໍ​ເຄື່ອງ­ມື​ເອ​ເລັກ​ໂຕຣ​ນິກ​ແບບ​ຕິດ​ຕົວ ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້­ການ​ກະ­ທຳ​ດັ່ງ­ກ່າວ​ເປັນ​ສິ່ງ​ຜິດ​ກົດ­ໝາຍ ຖ້າ​ຈັບ​ໄດ້​ວ່າ​ຜູ້​ຂັບ​ລົດ​ໃຊ້​ມື​ເບື້ອງ​ດຽວ​ບັນ­ຊາ​ລົດ ສ່ວນ​ມື​ອີກ​ເບື້ອງ​ໜຶ່ງ​ຈັບ​ໂທລະ­ສັບ ຫຼື ເຄື່ອງ­ມື​ສື່­ສານ​ເອ​ເລັກ​ໂຕຣ​ນິກ ນອກ­ຈາກ​ນັ້ນ ທາງ​ການ​ສິງ­ກະ­ໂປ ໄດ້​ທົບ​ທວນ­ຄືນ​ການ​ນຳ​ໃຊ້​ໃບ​ອະ­ນຸ­ຍາດ​ຂັບ​ຂີ່​ຕ່າງ­ປະ­ເທດ ໂດຍ​ເລີ່ມ​ແຕ່​ປີ 2016 ເປັນ­ຕົ້ນ​ມາ ຜູ້​ມີ​ໃບ​ອະ­ນຸ­ຍາດ​ຂັບ​ຂີ່​ຕ່າງ­ປະ­ເທດ ສາ­ມາດ​ນຳ​ໃຊ້​ໃບ​ຂັບ​ຂີ່​ດັ່ງ­ກ່າວ​ເປັນ​ເວ­ລາ 6 ເດືອນ ນັບ​ແຕ່​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເຮັດ​ວຽກ​ຢູ່​ສິງ­ກະ­ໂປ (ໄລ­ຍະ​ເວ­ລາ​ອະ­ນຸ­ຍາດ​ໃນ​ເມື່ອ​ກ່ອນ​ນັ້ນ​ແມ່ນ 12 ເດືອນ) ສ່ວນ​ຜູ້​ທີ່​ຕ້ອງ­ການ​ປ່ຽນ​ໃບ​ອະ­ນຸ­ຍາດ​ຂັບ​ຂີ່​ຕ່າງ­ປະ­ເທດ ມາ​ເປັນ​ໃບ​ຂັບ​ຂີ່​ປະ­ເພດ 3 ຂອງ​ສິງ­ກະ­ໂປ (ສຳ­ລັບ​ໃບ​ອະ­ນຸ­ຍາດ​ຂັບ​ຂີ່​ລົດ​ຕູ້ ຫຼື ລົດ​ໂດຍ­ສານ) ນັ້ນ ຕ້ອງ​ໄດ້​ຜ່ານ​ການ​ທົດ​ສອບ​ຄວາມ​ສາ­ມາດ​ໃນ​ການ​ຂັບ​ຂີ່​ຕົວ​ຈິງ ແນ­ໃສ່​ຮັບ­ປະ­ກັນ​ການ​ປະ­ຕິ­ບັດ​ກົດ​ຈະ­ລາ­ຈອນ​ຂອງ​ສິງ­ກະ­ໂປ​ຢ່າງ​ເຄັ່ງ​ຄັດ.

ທີ່​ມາ​ເລ​ເຊຍ: ເຊັ່ນ​ດຽວ​ກັບ​ຫຼາຍ​ປະ­ເທດ​ໃນ​ອາ​ຊຽນ ກໍ​ຄື​ຢູ່​ໃນ​ໂລກ ມາ​ເລ​ເຊຍ​ໄດ້​ປະ​ເຊີນ​ກັບ​ບັນ­ຫາ​ກຸ່ມ​ແກ້ງ​ນັກ­ເລງ​ຂີ່​ລົດ​ກວນ​ເມືອງ ສ້າງ​ຄວາມ​ສັບ­ສົນ​ວຸ້ນ­ວາຍ​ແກ່​ສັງ­ຄົມ ທັງ​ເປັນ​ການ​ລະ­ເມີດ​ກົດ​ຈະ­ລາ­ຈອນ ຂ່າວ​ໃນ​ທ້າຍ​ເດືອນ​ພຶດ­ສະ­ພາ ປີ 2020 ນີ້​ໃຫ້​ຮູ້​ວ່າ: ໃນ​ເວ­ລາ​ທ່ຽງ​ຄືນ ແລະ ເວ­ລາ 6 ໂມງ​ເຊົ້າ​ຂອງ​ວັນ​ທີ 24 ເດືອນ​ພຶດ­ສະ­ພາ 2020 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມາ​ເລ​ເຊຍ ໄດ້​ຈັບ​ກຸມ​ພວກ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ທີ່​ເມືອງ​ກຼວງ (Kluang) ມາ​ເລ​ເຊຍ ໄດ້​ຈຳ­ນວນ​ທັງ​ໝົດ 91 ຄົນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ 5 ຄົນ ບວກ​ກັບ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ອີກ 26 ຄົນ ໄດ້​ປິດ​ຕັນ​ບັນ­ດາ​ເສັ້ນ­ທາງ​ອ້ອມ­ແອ້ມ​ສະ­ໜາມ​ກີ­ລາ​ເມືອງ​ກຼວງ ເວ­ລາ​ປະ­ຕິ­ບັດ​ງານ​ຢູ່​ນັ້ນ ເຈົ້າ​ໜ້າ­ທີ່​ໄດ້​ພົບ​ກັບ​ກຸ່ມ​ຄົນ​ທີ່​ຈຸ້ມ​ກັນ​ຊົມ​ການ​ແຂ່ງ​ລົດ​ແບບ​ອັນ­ຕະ­ລາຍ​ໂສ​ຕາຍ ພໍ​ມາບ​ເຫັນ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ພວກ​ແກ້ງ​ກວນ​ເມືອງ ແລະ ຂາ​ເຊຍ​ກໍ​ແຕກ​ສະ​ລຸ​ຜຸ​ພ່າຍ ລົດ­ຈັກ​ຈຳ­ນວນ 10 ກວ່າ​ຄັນ​ແລ່ນ​ຕຳ​ສິ່ງ​ກີດ­ຂວາງ ເຮັດ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ທີ່​ຢືນ​ຍາມ​ບາດ­ເຈັບ 1 ຄົນ ແຕ່​ໃນ​ທີ່​ສຸດ​ເຈົ້າ​ໜ້າ­ທີ່​ກໍ​ສາ­ມາດ​ຈັບ​ກຸມ​ພວກ​ກໍ່​ຄວາມ​ບໍ່​ສະ­ຫງົບ​ໄດ້ 91 ຄົນ ໃນ​ນັ້ນ ມີ​ແມ່­ຍິງ 1 ຄົນ ຢຶດ​ລົດ​ໃຫຍ່​ໄດ້ 6 ຄັນ ລົດ­ຈັກ​ໄດ້ 74 ຄັນ ພວກ​ກະ­ທຳ​ຜິດ​ຖືກ​ຕັດ­ສິນ​ດ້ວຍ​ກົດ­ໝາຍ​ອາ­ຍາ ໝວດ 353 ແລະ 269 ກົດ­ໝາຍ​ຂົນ­ສົ່ງ​ທາງ­ບົກ ໝວດ 42 ແລະ ກົດ​ລະ­ບຽບ​ຂໍ້ 7 (1) ວ່າ​ດ້ວຍ​ການ​ຄວບ​ຄຸມ­ພະ​ຍາດ​ຕິດ­ແປດ ເພາະ​ເປັນ​ໄລ­ຍະ​ພະ­ຍາດ​ໂຄ​ວິດ-19 ພວມ​ລະ­ບາດ​ໜັກ​ໃນ​ທົ່ວ​ໂລກ.

error: Content is protected !!