ມາດຕະການທາງກົດໝາຍ ເພື່ອຕ້ານການກໍ່ການຮ້າຍ

ໃນ​ບົດ​ຄວາມ​ນີ້ ທ່ານ​ຜູ້​ອ່ານ​ຈະ​ໄດ້​ຊາບ​ກ່ຽວ​ກັບ​ສິດ​ຂັບ​ຂີ່​ພິ­ເສດ​ໃນ​ອັງ­ກິດ ແລະ ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ ສ ເກົາ­ຫຼີ.

ທີ່​ອັງ­ກິດ: ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້ ເຫດ​ກໍ່​ການ​ຮ້າຍ ແລະ ຄວາມ​ຮຸນ​ແຮງ​ທີ່​ປະ­ເທດ​ອັງ­ກິດ​ໄດ້​ເກີດ​ຂຶ້ນ​ອ່າວ​ຖີ່ ເຊັ່ນ: ການ​ເອົາ​ມີດ​ໄລ່​ແທງ​ກັນ​ຢູ່​ສວນ​ສາ­ທາ­ລະ­ນະ ເມືອງ​ຣີ​ດິງ ໃນ​ຄ່ຳ​ຄືນ​ວັນ​ທີ 20 ເດືອນ​ມິ­ຖຸ­ນາ​ປີ​ນີ້ (ວຽງ​ຈັນ​ທາມ 23 ມິ­ຖຸ­ນາ 2020)  ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ກັບ​ທີ່​ຈຳ­ນວນ 3 ຄົນ ແລະ ອີກ 3 ຄົນ ບາດ­ເຈັບ​ສາ­ຫັດ ຜູ້​ກໍ່​ເຫດ​ເປັນ​ຊາຍ​ອາ­ຍຸ 25 ປີ ຈາກ​ປະ­ເທດ​ລີ​ບີ ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈັບ​ກຸມ ຂ່າວ​ບອກ​ວ່າ ເຂົາ​ຄົນ​ນີ້​ເຄີຍ​ໄດ້​ຮັບ​ໂທດ​ຕິດ​ຄຸກ​ມາ​ແລ້ວ ຍ້ອນ​ຄະ­ດີ​ເບົາ­ບາງ​ທີ່​ບໍ່​ມີ​ການ​ພົວ­ພັນ​ກັບ​ການ​ກໍ່​ການ​ຮ້າຍ ແນວ­ໃດ​ກໍ​ດີ ທາງ​ເຈົ້າ​ໜ້າ­ທີ່​ປາບ​ການ​ກໍ່​ການ​ຮ້າຍ​ຂອງ​ອັງ­ກິດ ພວມ​ເລັ່ງ​ສືບ­ສວນ​ເຫດ­ການ​ອາ​ລະ​ວາດ​ຄັ້ງ​ນີ້​ຢ່າງ​ຂຸ້ນ­ຂ້ຽວ ໃນ​ໄລ­ຍະ​ຜ່ານ​ມາ ທາງ​ການ​ອັງ­ກິດ​ໄດ້​ອອກ​ມາດ​ຕະ­ການ​ເຄັ່ງ​ຄັດ​ຮັດ­ກຸມ​ທີ່​ສຸດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ເຫດ​ກໍ່​ການ​ຮ້າຍ ກໍ​ຄື ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ໃນ​ສັງ­ຄົມ ຊຶ່ງ​ຈະ​ເປັນ​ການ​ເຕາະ​ຕ້ອງ​ເຖິງ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ ຕົວ­ຢ່າງ: ໃນ​ເດືອນ​ມັງ­ກອນ ປີ 2014 ທາງ​ການ​ອັງ­ກິດ ໄດ້​ສະ­ເໜີ​ສ້າງ​ກົດ­ໝາຍ ຈະ­ລາ­ຈອນ​ພິ­ເສດ ເພື່ອ​ເອື້ອ​ອຳ­ນວຍ​ໃຫ້​ກອງ​ກຳ­ລັງ​ສືບ​ຂ່າວ (ສາຍ​ລັບ) ໜ່ວຍ M15 ແລະ M16 ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ​ໃຫ້​ວ່ອງ­ໄວ​ທັນ​ການ ເພື່ອ​ແກ້​ໄຂ​ເຫດ​ສຸກ​ເສີນ ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ​ອະ­ນຸ­ຍາດ​ໃຫ້​ສາຍ​ລັບ​ທັງ 2 ໜ່ວຍ​ງານ​ນີ້ ສາ­ມາດ​ຂັບ​ລົດ​ລ່ວງ​ສັນ­ຍານ​ໄຟ​ແດງ  ໂດຍ​ບໍ່​ຈຳ­ເປັນ​ຕ້ອງ​ປະ­ຕິ­ບັດ​ຕາມ​ເຄື່ອງ­ໝາຍ​ຈະ­ລາ­ຈອນ​ຕາມ​ເສັ້ນ­ທາງ ແລະ ບໍ່​ຈຳ­ເປັນ​ຕ້ອງ​ຢຸດ​ໃຫ້​ຄົນ​ຂ້າມ​ທາງ​ມ້າ​ລາຍ ນອກ­ຈາກ​ນັ້ນ ຍັງ​ສາ­ມາດ​ຂັບ​ລົດ​ໄວ​ເກີນ​ກວ່າ​ທີ່​ກົດ​ຈະ­ລາ­ຈອນ​ກຳ­ນົດ​ໄວ້​ອີກ​ດ້ວຍ ສິດ​ພິ­ເສດ​ດັ່ງ­ກ່າວ​ ອະ­ນຸ­ຍາດ​ສະ­ເພາະ​ເວ­ລາ​ໜ່ວຍ​ສາຍ​ລັບ​ພວມ​ປະ­ຕິ­ບັດ​ພາ­ລະ­ກິດ​ອັນ​ຮີບ​ດ່ວນ ສຸກ​ເສີນ ເພື່ອ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ​ເທົ່າ​ນັ້ນ ໜ່ວຍ​ງານ​ທີ່​ໄດ້​ຮັບ​ສິດ­ທິ​ພິ­ເສດ​ແບບ​ນີ້​ມາ​ກ່ອນ​ໜ້າ​ແລ້ວ​ນັ້ນ ລວມ​ມີ ກອງ​ກຳ­ລັງ​ຕຳ­ຫຼວດ ແລະ ໜ່ວຍ​ກູ້​ຊີບ​ສຸກ​ເສີນ ຄາດ​ວ່າ​ໃນ­ຕໍ່­ໜ້າ ໜ່ວຍ​ງານ​ເກັບ​ກູ້​ລະ­ເບີດ ໜ່ວຍ​ງານ​ຂົນ​ຍ້າຍ​ອະ​ໄວ​ຍະ​ວະ​ເພື່ອ​ການ­ຜ່າ­ຕັດ​ປ່ຽນ​ຖ່າຍ​ອະ​ໄວ​ຍະ​ວະ​ສຸກ​ເສີນ ​ກໍ​ຈະ​ໄດ້​ຮັບ​ສິດ​ພິ­ເສດ​ດ້ານ​ການ​ຈະ­ລາ­ຈອນ ເຊັ່ນ: ດຽວ​ກັນ.

ທີ່ ສ ເກົາ­ຫຼີ: ໃນ​ຕົ້ນ​ເດືອນ​ມີ­ນາ 2016 ສະ­ພາ​ແຫ່ງ​ຊາດ ສ ເກົາ­ຫຼີ ໄດ້​ລົງ­ມະ­ຕິ​ຮັບ­ຮອງ​ເອົາ​ຮ່າງ​ກົດ­ໝາຍ​ຕໍ່­ຕ້ານ​ການ​ກໍ່​ການ​ຮ້າຍ ​ສະ­ບັບ​ທຳ​ອິດ​ຂອງ​ປະ­ເທດ​ ດ້ວຍ​ຄະ­ແນນ​ສຽງ ເຫັນ​ດີ 160 ຕໍ່ 1 ສຽງ​ຄັດ­ຄ້ານ ສ່ວນ​ສະ­ມາ­ຊິກ​ຝ່າຍ​ຄ້ານ​ນັ້ນ​ບໍ່​ໄດ້​ຮ່ວມ​ລົງ­ມະ­ຕິ ຂ່າວ​ບອກ​ວ່າ ກວ່າ​ຈະ​ສາ­ມາດ​ລົງ­ມະ­ຕິ​ຮັບ­ຮອງ​ເອົາ​ກົດ­ໝາຍ​ສະ­ບັບ​ນີ້​ນັ້ນ ກໍ​ໄດ້​ມີ​ການ​ອະ­ພິ­ປາຍ​ແກ່​ຍືດ​ແກ່­ຍາວ​ເປັນ​ເວ­ລາ​ເຖິງ 9 ວັນ ຊຶ່ງ​ກວມ​ເອົາ​ເວ­ລາ​ເກືອບ 200 ຊົ່ວ­ໂມງ ເປົ້າ​ໝາຍ​ສຳ­ຄັນ​ຂອງ​ກົດ­ໝາຍ​ສະ­ບັບ​ນີ້​ແມ່ນ​ ເພື່ອ​ປ້ອງ​ກັນ​ປະ­ເທດ​ຈາກ​ໄພ​ຂົ່ມ­ຂູ່​ຂອງ​ການ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ ລວມ​ທັງ​ອັນ​ທີ່​ທາງ​ການ ສ ເກົາ­ຫຼີ ອ້າງ​ວ່າ​ເປັນ​ໄພ​ຂົ່ມ­ຂູ່​ຈາກ​ການ​ທົດ​ລອງ​ອາ­ວຸດ​ນິວ​ເຄຼຍ ແລະ ຂີ​ປະ​ນາ​ວຸດ​ຂອງ ສປປ ເກົາ­ຫຼີ ນຳ​ດ້ວຍ.

error: Content is protected !!