ເບິ່ງນະໂຍບາຍດ້ານພາສີໃນຕ່າງແດນ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ຂໍ້​ມູນ​ກ່ຽວ​ກັບ​ນະ­ໂຍ­ບາຍ ກໍ​ຄື ມາດ​ຕະ­ການ​ດ້ານ​ພາ­ສີ​ຂອງ​ປະ­ເທດ ສະ​ວິດ (ສະ​ວິດ​ເຊີ​ແລນ) ອິດ​ສະ​ລາ​ແອນ ແລະ ອັງ­ກິດ ມາ​ເລົ່າ​ສູ່​ຟັງ​ໃນ​ບັນ­ຍາ­ກາດ​ທີ່​ປະ­ເທດ​ພວກ​ເຮົາ​ໃຫ້​ຄວາມ​ສຳ­ຄັນ​ເປັນ​ເລີດ ເພື່ອ​ເຮັດ​ໃຫ້​ລາຍ​ຮັບ​ງົບ­ປະ­ມານ​ຈາກ​ພາ­ສີ​ມີ​ຄວາມ​ໝັ້ນ­ຄົງ​ຍືນ​ຍົງ ແລະ ໂປ່ງ​ໃສ.

ທີ່​ປະ­ເທດ​ສະ​ວິດ: ປະ­ເທດ​ນ້ອຍໆ​ໃນ​ເອີ​ຣົບ ແຕ່​ອຸ­ດົມ​ຮັ່ງ­ມີ​ໃນ​ລະ­ດັບ​ຫົວ​ແຖວ​ຂອງ​ບັນ­ດາ​ປະ­ເທດ​ໃນ​ໂລກ​ນີ້ ໄດ້​ເລີ່ມ​ການ​ປະ­ຕິ​ຮູບ​ລະ­ບົບ​ພາ­ສີ ຕິດ​ພັນ​ກັບ​ການ​ລະ­ບົບ​ບຳ­ນານ​ເປັນ​ຄັ້ງ​ທຳ​ອິດ ໃນ​ຮອບ 20 ປີ ເມື່ອ​ທ້າຍ​ປີ 2017 ທີ່​ຈຳ­ເປັນ​ຕ້ອງ​ມີ​ການ​ປະ­ຕິ​ຮູບ​ກໍ​ເພາະ­ວ່າ ຈຳ­ນວນ​ຜູ້​ເຖົ້າ​ໄວ​ບຳ­ນານ​ໃນ​ປະ­ເທດ​ນີ້ ໄດ້​ເພີ່ມ​ຂຶ້ນ​ບໍ່​ດຸນ​ດ່ຽງ​ກັບ​ລາຍ​ຮັບ​ພາ­ສີ​ທີ່​ໃຊ້​ຈ່າຍ​ສຳ­ລັບ​ຂະ­ແໜງ​ສະ­ຫວັດ­ດີ​ການ ນອກ­ຈາກ​ນັ້ນ ບັນ­ຫາ​ດອກ​ເບ້ຍ​ຕ່ຳ​ຍັງ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ກອງ​ທຶນ​ບຳ­ນານ​ອີກ​ດ້ວຍ ການ​ປະ­ຕິ​ຮູບ​ລະ­ບົບ​ພາ­ສີ​ຖື​ເປັນ​ເລື່ອງ​ໃຫຍ່ ດັ່ງ­ນັ້ນ ທາງ​ການ​ປະ­ເທດ​ນີ້​ຈຶ່ງ​ໄດ້​ຈັດ​ໃຫ້​ປະ­ຊາ­ຊົນ​ລົງ​ປະ­ຊາ​ມະ­ຕິ​ຕໍ່​ການ​ປະ­ຕິ​ຮູບ​ດັ່ງ­ກ່າວ ໃນ​ວັນ​ທີ 24 ກັນ­ຍາ ປີ 2017 ໃນ​ແຜນ​ປະ­ຕິ​ຮູບ​ນີ້ ລັດ­ຖະ­ບານ​ສະ​ວິດ ໄດ້​ສະ­ເໜີ​ຂຶ້ນ​ພາ­ສີ​ມູນ​ຄ່າ​ຈາກ 8% ເປັນ 8,3% ຫັກ​ເງິນ​ປະ­ກັນ​ສັງ­ຄົມ​ຈາກ​ຄ່າ​ຈ້າງ ເພີ່ມ​ຈາກ 10,25% ເປັນ 10,55% ແລະ ສຳ­ຄັນ​ແມ່ນ​ໄດ້​ເພີ່ມ​ອາ­ຍຸ​ພາ­ສີ​ຂອງ​ຜູ້­ຍິງ​ຈາກ 64 ປີ ເປັນ 65 ປີ ເທົ່າ​ຜູ້​ຊາຍ.

ທີ່​ອິດ​ສະ​ຣາ​ແອນ:  ເລີ່ມ​ແຕ່​ກາງ​ເດືອນ​ພະ­ຈິກ ປີ 2017 ອົງ­ການ​ພາ­ສີ​ແຫ່ງ​ຊາດ ອິດ​ສະ​ຣາ​ແອນ ໄດ້​ຮັບ­ຮອງ​ເອົາ​ແຜນ​ເກັບ​ພາ­ສີ​ຈາກ​ບັນ­ດາ​ກຸ່ມ​ບໍ­ລິ­ສັດ ອິນ​ເຕີ​ເນັດ​ຂະ­ໜາດ​ໃຫຍ່ ໃນ​ນັ້ນ ລວມ​ມີ ບໍ­ລິ­ສັດ ກູ​ເກິນ (Google) ແລະ ເຟດ​ບຸກ (Facebook) ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ອິດ​ສະ​ຣາ​ແອນ​ເປັນ​ຄູ່​ຮ່ວມ​ກັບ​ສະ­ຫະ­ພາບ​ເອີ​ຣົບ​ໃນ​ການ​ຄຸ້ມ​ຄອງ​ພາ­ສີ ກັບ​ບັນ­ດາ​ກຸ່ມ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ຂະ­ໜາດ​ໃຫຍ່​ຂອງ​ໂລກ ແຜນ​ເກັບ​ພາ­ສີ​ນີ້ ເລີ່ມ​ດ້ວຍ​ການ​ເກັບ​ກຳ​ຂໍ້​ມູນ​ເອ­ກະ­ສານ ແລະ ຂ່າວ­ສານ​ຕ່າງ­ປະ­ເທດ ເພື່ອ​ຕີ​ລາ­ຄາ ແລະ ກຳ ນົດ​ໃບ​ບິນ​ເກັບ​ພາ­ສີ​ຈາກ​ສອງ​ບໍ­ລິ­ສັດ​ດັ່ງ­ກ່າວ ໃນ​ປີ 2018 ນອກ­ຈາກ​ປະ­ເທດ ອິດ​ສະ​ຣາ​ແອນ​ແລ້ວ ບັນ ດາ​ປະ­ເທດ​ໃນ​ເອີ​ຣົບ ກໍ​ໄດ້​ລິ​ເລີ່ມ​ແຜນ​ເກັບ​ພາ­ສີ​ກັບ​ບໍ­ລິ­ສັດ ອິນ​ເຕີ​ເນັດ​ຂະ­ໜາດ​ໃຫຍ່​ເຊັ່ນ​ກັນ.

ທີ່​ອັງ­ກິດ: ມີ​ຂ່າວ​ຈາກ​ອັງ­ກິດ​ວ່າ ໃນ​ສະ­ໄໝ​ທ່ານ​ນາງ ເຕ​ເຣ​ຊາ ເມ ເປັນ​ນາ­ຍົກ­ລັດ­ຖະ­ມົນ­ຕີ ອັງ­ກິດ ໄດ້​ເອົາ​ມາດ​ຕະ­ການ​ເຄັ່ງ​ຄັດ ແລະ ເດັດ­ຂາດ​ຕໍ່​ຜູ້​ທີ່​ຫຼົບ​ຫຼີກ​ການ​ເສຍ​ພາ­ສີ​ດ້ວຍ​ໂທດ​ປັບ­ໄໝ ຊຶ່ງ​ອາດ​ສູງ​ເຖິງ 200% ຂອງ​ຈຳ­ນວນ​ເງິນ​ທີ່​ບໍ່​ໄດ້​ແຈ້ງ ຫຼື ເງິນ​ທີ່​ຄ້າງ​ຈ່າຍ​ພາ­ສີ ຂ່າວ​ນີ້​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ສິງ­ຫາ ປີ 2016 ແລະ ໄດ້​ບອກ​ວ່າ ທາງ​ການ​ອັງ­ກິດ​ໄດ້​ກຳ­ນົດ​ເສັ້ນ​ຕາຍ​ສຳ­ລັບ​ແຈ້ງ​ຈຳ­ນວນ​ເງິນ​ທີ່​ປິດ​ບັງ​ໄວ້​ກ່ອນ​ເດືອນ​ກັນ­ຍາ ປີ 2018 ບໍ່​ຊັ້ນ​ຈະ​ຕ້ອງ​ຖືກ​ປັບ­ໄໝ ໃນ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ປັບ­ໄໝ​ດັ່ງ­ກ່າວ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ກະ­ຊວງ​ການ​ເງິນ​ອັງ­ກິດ ໄດ້​ມອບ​ສິດ​ຫຼາຍ​ຂຶ້ນ​ໃຫ້​ບັນ­ດາ​ອົງ­ການ​ກວດ​ສອບ​ພາ­ສີ​ຮັບ­ຜິດ­ຊອບ ຕິດ­ຕາມ​ບັນ­ຫາ​ການ​ຫຼີກ​ລ່ຽງ​ພາ­ສີ ນອກ­ຈາກ​ໂທດ​ປັບ­ໄໝ​ແລ້ວ ບຸກ­ຄົນ ກໍ​ຄື ບໍ­ລິ­ສັດ​ທີ່​ມີ​ຄວາມ​ຜິດ​ຍັງ​ອາດ​ຖືກ​ລະ­ບຸ​ຊື່​ເພື່ອ​ໃຫ້​ທົ່ວ​ສັງ­ຄົມ​ຊາບ ແນວ­ໃດ​ກໍ​ດີ ມາດ​ຕະ­ການ​ລົງ­ໂທດ​ນີ້ ກໍ​ຍັງ​ມີ​ການ​ໂຍະ­ຍານ​ຢູ່ ຄື ຖ້າ​ຜູ້​ມີ​ຄວາມ​ຜິດ​ຍອມ​ແຈ້ງ​ອອກ​ມາ​ຢ່າງ​ໂປ່ງ​ໃສ ແລະ ສາ­ມາດ​ພິ­ສູດ​ໄດ້​ວ່າ ພວກ​ເຂົາ​ບໍ່​ໄດ້​ມີ​ເຈດ​ຕະ​ນາ​ຫຼົບ​ຫຼີກ​ພາ­ສີ​ການ​ປັບ­ໄໝ ກໍ​ຈະ​ຫຼຸດ​ລົງ​ເປັນ​ສູນ​ເປີ­ເຊັນ (0%).

error: Content is protected !!